ໃນຕອນເຊົ້າຂອງວັນທີ 26 ກຸມພາ 2026 ນີ້. ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງຜາອຸດົມ ເປີດກວ້າງຄັ້ງທີ່ 2 ສະ ໄໝທີ່ IX ປະຈໍາປີ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາຜູ ສີປະເສີດ ກໍາມະການພັກເມືອງ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຄະນະບໍລິຫານງານຊາວໜຸມ ເມືອງຜາອຸດົມ ເປັນກຽດເຂົ້າຮ່ວມກອງປະຊຸມຂອງ ສະຫາຍ ບຸນເລື່ອນ ສິດຊົມພູ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ( ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ), ມີຄະນະບໍລິຫານງານຊາວໜຸ່ມ, ເລຂາ-ຮອງເລຂາ ຮາກຖານ ແລະໜ່ວຍຊາວໜຸ່ມອ້ອມຂ້າງເມືອງເຂົ້າຮ່ວມ.
ສະຫາຍ ຄໍາຜູ ສີປະເສີດ ເລຂາຄະນະບໍລິຫານງານຊາວໜຸມເມືອງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ – ເຍົາວະຊົນ ເມືອງຜາອຸດົມ ປະຈຳປີ 2025 ເຊິ່ງຍົກໃຫ້ເຫັນສະພາບລວມ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະບົດຮຽນທີ່ຖອດຖອນໄດ້. ໃນໄລຍະ 1 ປີ ຜ່ານມາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ເອົາໃຈໃສ່ລົງສຶກສາອົບຮົມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆ, ເຊື່ອມຊຶມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຊາວໜຸ່ມ – ເຍົາວະຊົນ, ບັນດາຄຳສັ່ງຂອງຂັ້ນເທິງ ໂດຍຕິດພັນກັບການສ້າງຂະບວນການ ຮັກຊາດ ແລະພັດທະນາ, ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ໃຫ້ບັນດາຮາກຖານອ້ອມຂ້າງເມືອງ, ຮາກຖານບ້ານ ແລະຮາກຖານໂຮງຮຽນຢ່າງເປັນປົກກະຕິ, ຄະນະບໍລິຫາງງານຊາວໜຸ່ມເມືອງ ມີພະນັກງານຮັບຜິດຊອບວຽກງານທັງໝົດ 7 ສະຫາຍ, ຍິງ 1 ສະຫາຍ, ມີຄະນະບໍລິຫານງານຊາວໜຸ່ມທັງໝົດ 23 ສະຫາຍ, ຍິງ 4 ສະຫາຍ ທົ່ວເມືອງມີຮາກຖານຊາວໜຸ່ມ 5 ຮາກຖານ, ມີໜ່ວຍຮາກຖານຊາວໜຸ່ມ 101 ໜ່ວຍ, ມີໜ່ວຍຊາວໜຸ່ມ 4 ບຸກ 99 ໜ່ວຍ, ມີສະມາຊິກຊາວໜຸ່ມ-ໄວໜຸ່ມ ປປລ 5,942 ສະຫາຍ, ຍິງ 2,378 ສະຫາຍ, ທົ່ວເມືອງມີສະມາຊິກຊາວໜຸ່ມ ປປລ 5,435 ສະຫາຍ, ຍິງ 2,355 ສະຫາຍ, ມີສະມາຊິກອະນຸຊົນທັນວາ 932 ນ້ອງ, ຍິງ 398 ນ້ອງ, ມີສະມາຊິກເຍົາວະຊົນທັນວາ 2,052 ນ້ອງ, ຍິງ 1,064 ນ້ອງ, ຜ່ານມາຄະນະບໍລິຫານງານ ຊາວໜຸ່ມ ເມືອງຜາອຸດົມ ໄດ້ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະໜ້າທີ່ ອັນມີກຽດສະຫງ່າທີ່ ພັກ-ລັດ ມອບໝາຍໃຫ້ມີຫຼາຍດ້ານທີ່ພົ້ນເດັ່ນ ແລະເປັນຂະບວນຝົດຟື້ນ ເປັນຕົ້ນແມ່ນ ການຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມໃໝ່ ຈຳນວນ 374 ສະຫາຍ, ຍິງ 173 ສະຫາຍ, ສໍາເລັດການສັງລວມລາຍຊື່ບຸກຄົນທີ່ຈະໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປລາວ, ສະເໜີທຶນຊ່ວຍເຫຼືອຊາວ ໜຸ່ມໄປຮຽນສ້ອມແປງລົດຈັກ 2 ທຶນ ແລະຜົນສໍາເລັດຂອງບັນດາວຽກງານອື່ນໆ. ຈາກນັ້ນ ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວເມືອງຜາອຸດົມວ່າດ້ວຍການມອບໃບຢັ້ງຢືນທຸງໄຊນໍາໜ້າໃຫ້ ຄຊປປລ ຮາກຖານ ແລະໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງເມືອງ ປະຈໍາປີ 2025 ໃນນີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວເມືອງຕົກລົງເຫັນດີມອບໃບຢັ້ງຢືນ 4 ບຸກ ແລະທຸງໄຊນໍາໜ້າໃຫ້ຄະນະຊາວໜຸ່ມອ້ອມຂ້າງເມືອງ ຈໍານວນ 3 ຮາກຖານ ແລະ 3 ໜ່ວຍຮາກຖານ ທີ່ເປັນຕົວແບບນໍາໜ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈໍາປີ 2025 ມີຄື ຮາກຖານໂຮງຮຽນ ມສ ຜາອຸດົມ, ຮາກຖານໂຮງຮຽນ ມສ ປຸ່ງລາດ, ຮາກຖານ ປກສ ເມືອງ ແລະໜ່ວຍຊາວໜຸ່ມຮາກຖານຫ້ອງວ່າການ, ໜ່ວຍຊາວໜຸ່ມຮາກຖານ ຈັດຕັ້ງ, ກວດກາ ແລະໂຄສະນາ ແລະໜ່ວຍຊາວໜຸ່ມຮາກຖານ 4 ອົງການຈັດຕັ້ງມະຫາຊົນ, ພ້ອມທັງມອບໃບຢັ້ງຢືນ ແລະທຸງໄຊນໍາໜ້າໃຫ້ແຕ່ລະຮາກຖານ ເປັນກຽດມອບໂດຍສະຫາຍ ບຸນເລື່ອນ ສິດຊົມພູ ປະທານແນວລາວສ້າງຊາດເມືອງ ( ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ )ຮັບໂດຍຕາງໜ້າແຕ່ລະຮາກຖານ ແລະໜ່ວຍຮາກຖານ.
ໂອກາດນີ້, ສະຫາຍ ບຸນເລື່ອນ ສິດຊົມພູ ປະທານແນວລາວສ້າງຊາດເມືອງ ( ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ )ໄດ້ມີຄໍາເຫັນໂອລົມ ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສໍາເລັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນະບໍລິຫານງານຊາວໜຸ່ມເມືອງທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະສະຫາຍໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານຊາວໜຸ່ມເມືອງທຸກຂັ້ນຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມ-ໄວໜຸ່ມ, ຕະຫຼອດຮອດນ້ອງນ້ອຍເຍົາວະຊົນ, ອານຸຊົນທັນວາ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ຮູ້ຈັກພາລະບົດບາດ, ສິດໜ້າທີ່ຂອງຕົນເອງ ແລະເຊື່ອມຊຶມກໍາແໜ້ນຕໍ່ກັບຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ກໍາໄດ້ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນ ແລະຄຳສອນ 6 ຮັກ 3 ຊັງໃຫ້ກາຍເປັນບຸກຄົນສືບທອດທີ່ດີຂອງ ພັກ-ລັດ ຕະຫຼອດໄປ.








ພາບ-ຂ່າວ: ໂສພາ ທິບພະວົງ.



