



ວັນທີ 6 ກຸມພາ 2026 ນີ້ ຢູ່ທີ່ສະໂມສອນເມືອງເມິງ ແຂວງບໍ່ແກ້ວ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ຍັງສຶບຕໍ່ເຊື່ອມຊືມເອກກະສານທີ່ກ່ຽວກັບການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍການເປັນປະທານ ຂອງ ທ່ານ ຫຸມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ, ປະທານກວດກາພັກລັດເມືອງ, ຄະນະກໍາມະການເລືອກຕັ້ງຂັ້ນເມືອງ, ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ ເມືອງ, ຫົວໜ້າລັດວີສາຫະກິດໄຟຟ້າ-ນໍ້າປະປາ-ທະນາຄານພັດທະນາຊົນນະບົດປະຈໍາເມືອງ, ອໍານວຍການໂຮງໝໍ ແລະ ພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.
ໃນກອງປະຊູມຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ຜ່ານບັນດາເອກກະສານທີ່ກ່ຽວກັບການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເຊິ່ງປະກອບມີ: ເອກະສານ ຄໍາຖາມ-ຄໍາຕອບ ກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໃນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເອກະສານ ກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພຶ່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊູດທີ V ແລະ ເອກະສານ ກ່ຽວກັບການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ຄໍາແນະນໍາເພີ່ມເຕີມອື່ນໆ ຕື່ມອີ່ກ.
ໃນກອງປະຊຸມ ທ່ານ ຫຸມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ ຍັງໃຫ້ຮູ້ອີ່ກຕື່ມວ່າ: ການເຊື່ອມຊຶມເອກະສານໃນຄັ້ງນີ້ ເພຶ່ອເຮັດໃຫ້ການນໍາຂອງເມືອງ, ພະນັກງານ-ລັດຖະກອນ ຕະຫຼອດຮອດປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້ໃຈ ຕໍ່ກັບເນື້ອໃນເອກະສານຕ່າງໆ ປະຊາຊົນບັນດາເຜົ່າ ແມ່ນຜູ້ເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຂອງອໍານາດລັດ ກ່ຽວກັບສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ຍ້ອນແນວນັ້ນພວກເຮົາທຸກຄົນ ຈິ່ງມີຄວາມຈໍາເປັນຕ້ອງໄດ້ຮຽນຮູ້ ກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ເປັນຕົ້ນໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ , ເພຶ່ອແນ່ໃສປະກອບຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພຶ່ອປະກອບສວນເຈົ້າໃນການປັບປູງບູລະນະອົງການຕົວແທນ ໃຫ້ແກ່ສິດແລະຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມເຂັ້ມແຂງ ແລະ ແນ່ໃສ່ເຮັດໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຖຶກຕ້ອງຕາມກົດໝາຍ, ມີຜົນສໍາເລັດ ຈາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ວາງໄວ.
ຂ່າວ: ອຸ່ນຄໍາ ຂັນວາລິດ



