ຄະນະກຳມະການຄວບຄຸມພະຍາດຕິດຕໍ່ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງຂອງເມືອງຕົ້ນເຜິ້ງ ໄດ້ຮັບຟັງ ການເຜີຍແຜ່ກົດໝາຍ ວ່າດ້ວຍການ ຄວບຄຸມເຊື້ອ ເຮສໄອວີ/ພະຍາດເອດ ສະປັບປຸງ

ເພື່ອເປັນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດຕິດຕໍ່ທາງເພດສຳພັນ ເຊື້ອ HIV  ແລະ ເອດ ບໍ່ໃຫ້ແຜ່ກະຈາຍອອກສູ່ວົງກວ້າງນັ້ນ. ໃນວັນທີ 16 ມີນາ 2026 ນີ້ ທີ່ຫ້ອງການ ສາທາລະນະສຸກ ເມືອງຕົ້ນເຜິ້ງ ໄດ້ຈັດກອງປະຊຸມ ເຜີຍແຜ່ກົດໝາຍ ວ່າດ້ວຍການ ແລະ ຄວບຄຸມເຊື້ອ ເຮສໄອວີ/ພະຍາດເອດ ສະປັບປຸງ ຂຶ້ນຢ່າງເປັນທາງການ. ພາຍໃຕ້ການການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ຄຳຄູນ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງບໍ່ແກ້ວ, ມີທ່ານ ຄໍາຫຼ້າ ຈັນທະວົງ ຄະນະປະຈໍາພັກເມືອງ ຮອງປະທານປົກຄອງເມືອງ, ມີຄະນະທີມງານຂອງແຂວງ, ຄະນະກໍາມະການຄວບຄຸມພະຍາດຕິດຕໍ່ຂັ້ນເມືອງ ແລະ ແຂກຖືກເຊີນຈາກຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ນາງ ພູທອນ ແສງສຸລິຍາ ຮອງຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງ ໄດ້ນໍາສະ ເໜີເຖິງສະຖານະການແຜ່ລະບາດຂອງເຊື້ອເຮສໄອວີ/ພະຍາດເອດ ໃນ ສປປ ລາວ, ທົ່ວແຂວງ ບໍ່ແກ້ວ ແລະ ເມືອງ ຕົ້ນເຜິ້ງ. ເຊິ່ງໄດ້ເວົ້າເຖິງສະພາບລວມກ່ຽວກັບ HIV ໃນ ສປປ ລາວ, ຈຳນວນຕິດເຊື້ອ, ເປັນພະຍາດເອດ ແລະ ເສຍຊີວິດຍ້ອນພະຍາດເອດ ແຕ່ປີ 1994 – 2025 ໃນ ສປປ ລາວ, ສະພາບລວມກ່ຽວກັບການຕິດເຊື້ອໃນແຂວງ ບໍ່ແກ້ວ ແລະ ເມືອງຕົ້ນເຜິ້ງ ແຕ່ປີ 2003- 2025 ພົບຜູ້ຕິດເຊື້ອ ທີ່ມາຈາກທັງພາຍໃນ ແລະ ຕ່າງປະເທດ ສ່ວນຫຼາຍແມ່ນອາຍຸ 15 ປີເຖິງ 49 ປີ ມາຈາກ ອາຊີບຊາວນາ, ຄ້າຂາຍ/ນັກທຸລະກິດ ແລະ ກໍາມະກອນເຄື່ອນຍ້າຍ. ມາຮອດປັດຈຸບັນຕົວເລກຜູ້ຕິດເຊື້ອພາຍໃນແຂວງ ມີທັງໝົດ 552 ຄົນ, ໄດ້ຮັບການກິນຢາ 540 ຄົນ, ແຕ່ໃນນີ້ເປັນພຽງສ່ວນໜຶ່ງຂອງຈໍານວນຜູ້ທີ່ເຂົ້າມາກວດຫາເຊື້ອ ແລະ ໄດ້ຮັບການປິ່ນປົວເທົ່ານັ້ນ ແລະ ຍັງມີຄົນອີກຈໍານວນຫຼາຍທີ່ບໍ່ຮູ້ວ່າຕົວເອງຕິດເຊື້ອ, ບໍ່ຍອມຮັບການປິ່ນປົວ, ບໍ່ຍອມຮັບການຮັກສາ. ຈາກນັ້ນໄດ້ຮັບຟັງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອ HIV, ພະຍາດເອດ ( ສະບັບປັບປຸງ ) ປີ 2025 ເຊິ່ງມີທັງໝົດ XI ພາກ, 69 ມາດຕາ. ກົດໝາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານກັນ ແລະ ຄວບຄຸມ ເຊື່ອເຮສໄອວີ/ພະຍາດເອດ ເພື່ອໃຫ້ວຽກງານດັ່ງກ່າວ ດໍາເນີນຢ່າງເປັນປົກກະຕິ, ມີປະສິດທິພາບ, ປະສິດທິຜົນ ແນໃສ່ຫຼຸດຜ່ອນການຕິດເຊື້ອເຮສໄອວີ, ການແຜ່ລະບາດຂອງເຊື້ອເຮສໄອວີ/ພະຍາດເອດ, ການເສຍຊີວິດຂອງຜູ້ຕິດເຊື້ອເຮສໄອວີ ແລະຜູ້ເປັນພະຍາດເອດ, ຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງຊາດ, ຮັບປະກັນໃຫ້ພົນລະເມືອງ ມີສຸຂະພາບແຂງແຮງ, ສາມາດເຊື່ອມໂຍງກັບພາກພື້ນ, ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຕໍ່ກັບສະພາບການດັ່ງກ່າວ ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ, ຈົ່ງຮ່ວມແຮງຮ່ວມໃຈກັນ ໃຫ້ມີສ່ວນຮ່ວມໃນການຕ້ານ ແລະ ສະກັດກັ້ນໃນການແຜ່ລະບາດຂອງເຊື້ອພະຍາດ HIV  ພະຍາດເອດ. ໂດຍການສວມໃສ່ຖົງຢາງອານາໄມທຸກຄັ້ງເມື່ອມີເພດສໍາພັນທີ່ບໍ່ແມ່ນຄູ່ນອນຂອງຕົນເອງ, ກວດສຸຂະພາບຂອງຕົນເອງເປັນປະຈໍາ, ກໍລະນີພົບເຊື້ອແມ່ນໃຫ້ຮີບຮ້ອນເຂົ້າຮັບການປິ່ນປົວເພື່ອຫຼຸດດຜ່ອນບັນຫາການແຜ່ລະບາດຂອງພະຍາດເອດພາຍໃນເມືອງ ກໍ່ຄືພາຍໃນແຂວງ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ພາບ-ຂ່າວ: ນ. ຈອມແສງ ແສນປະເສີດ.

ກວດ-ແກ້: ສ. ປັນຍາທອງ, ຄະນະໂຄສະນາອົບຮົມເມືອງຕົ້ນເຜິ້ງ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa