ໃນມື້ປ່ອນບັດເລືອກຕັ້ງເອົາສະພາແຫ່ງຊາດ ຊຸດທີ X.ແລະ ສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V.ຂໍເຊີນຊວນປວງຊົນລາວທັງຊາດ ກໍຄືປວງຊົນແຂວງບໍ່ແກ້ວ.ຈົ່ງກຽມພ້ອມເພື່ອໄປໃຊ້ສິດປ່ອນບັດເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດ ສສຊ ແລະ ສະພາປະຊາຊົນຂັ້ນແຂວງ ສສຂ.ເພື່ອສ້າງສາພັດທະນາປະເທດຊາດ ຖືວ່າເປັນເຫດການ ການເມືອງທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງຂອງຊາດເຮົາ.ດັ່ງນັ້ນ,ຈຶ່ງຂໍໃຫ້ພໍ່ແມ່ພີ່ນ້ອງ,ພະນັກງານ,ທະຫານ, ຕຳຫຼວດ ແລະ ຊັ້ນຄົນຕ່າງໆ ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ,ຈົ່ງພ້ອມຈິດພ້ອມໃຈກັນໄປໃຊ້ສິດປະຊາທິປະໄຕຂອງຕົນ ໃນການປ່ອນບັດເລືອກຕັ້ງເອົາຕົວແທນທີ່ດີເດັ່ນ ເຂົ້າໄປເຮັດໜ້າທີ່ໃນສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.ຢ່າງພ້ອມພຽງກັນ.ການໄປປ່ອນບັດເລືອກຕັ້ງ ບໍ່ພຽງແຕ່ແມ່ນພັນທະຂອງພົນລະເມືອງເທົ່ານັ້ນ, ແຕ່ຍັງແມ່ນການສະແດງເຖິງຄວາມຮັກຊາດ ແລະ ການມີສ່ວນຮ່ວມໃນການກຳນົດຊະຕາກຳຂອງປະເທດຊາດ.ເພື່ອໃຫ້ໄດ້ຕົວແທນທີ່ມີຄວາມຮູ້,ຄວາມສາມາດ,ມີຄຸນສົມບັດສິນທຳປະຕິວັດ ແລະ ເປັນປາກເປັນສຽງແທນຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.”ໜຶ່ງບັດຄືໜຶ່ງສຽງ ເພື່ອສ້າງສາພັດທະນາບ້ານເມືອງໃຫ້ຮຸ່ງເຮືອງສີວິໄລ”ຂໍໃຫ້ທຸກທ່ານກຽມບັດປະຈຳຕົວ ຫຼື ເອກະສານຢັ້ງຢືນຕົວຕົນໃຫ້ພ້ອມ ແລະ ໄປປ່ອນບັດຕາມໜ່ວຍເລືອກຕັ້ງທີ່ທ່ານມີລາຍຊື່ ໃນວັນທິດ ວັນທີ 22 ກຸມພາ 2026 ນິ້.ເລີ່ມແຕ່ເວລາ 7:00 ໂມງ ເປັນຕົ້ນໄປ ຢູ່ແຕ່ລະຈຸດປ່ອນບັດເລືອກຕັ້ງທົ່ວແຂວງ.




ໂດຍ: ເງິນຫຼົງ ຈິດພູວົງ



