ການຮຽນ-ການສອນ ສະໜັບສະໜູນ ຊຸດທີ III

http://ການຮຽນ-ການສອນ ສະໜັບສະໜູນ ຊຸດທີ III

ສະຫາຍ ອຸນແສງ ທຸນອິນໄຈ

ສະຫາຍ ສົມສັກ ປະກາຍສິດ

ພາບລວມ

ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໄດ້ເປີດຮຽນສະໜັບສະໜູນພັກ ໃຫ້ມະຫາຊົນຜູ້ກ້າວໜ້າທີ່ເປັນເປົ້າໝາຍຂະຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວ ຊຸດທີ III ພິທີດັ່ງກ່າວໄດ້ເປີດຂຶ້ນໃນວັນທີ 22-23 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ອຸ່ນແສງ ທຸນອິນໃຈ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບ, ຄູ-ອາຈານ ຂອງຄະນະໂຄສະນາອົບຮົມແຂວງ ແລະ ມະຫາຊົນຜູ້ກ້າວໜ້າທີ່ເຂົ້າຮ່ວມທັງໝົດ 14 ສະຫາຍ, ຍິງ 5 ສະຫາຍ, ໃນນີ້ມີມະຫາຊົນຜູ້ກ້າວໜ້າ 10  ສະຫາຍ, ຍິງ 4 ສະຫາຍ.

ພິທີເປີດຮຽນສະໜັບສະໜູນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມຮັບຮູ້ພື້ນຖານໃຫ້ແກ່ມະຫາຊົນກ້າວໜ້າ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນ ປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຂອງມະຫາຊົນກ້າວໜ້າທີ່ຈະເຂົ້າເປັນສະມາຊິກພັກ.

ບົດຮຽນທີ່ນຳມາສອນປະກອບມີ 13 ຄຳຖາມ 13 ຄຳຕອບ ຄື: ພັກການເມືອງແມ່ນຫຍັງ ແລະ ເປັນຫຍັງຈື່ງຕ້ອງມີພັກການເມືອງ, ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂື້ນຄືແນວໃດ, ພັກປະຊາຊົນ ປະຕິວັດລາວ ແມ່ນພັກແນວໃດ, ພັກປະຊາຊົນ ປະຕິວັດລາວ ຈັດຕັ້ງຕາມຫຼັກການອັນໃດແດ່, ພັກປະຊາຊົນ ປະຕິວັດລາວ ມີລະບົບສາຍໃຍການຈັດຕັ້ງຄືແນວໃດ, ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນແນວໃດ, ພັກປະຊາຊົນປະຕິວັດລາວ ມີວັດຖຸປະສົົງ ແລະອຸດົມການຄືແນວໃດ, ພັກປະຊາຊົນ ປະຕິວັດລາວ ມີທາດແທ້ຄືແນວໃດ,ມາດຖານຂອງສະມາຊິກພັກ ແລະ ເງື່ອນໄຂມະຫາຊົນຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວຄືແນວໃດ, ສະມາຊິກພັກມີໜ້າທີ, ພັນທະ ແລະ ມີຜົນປະໂຫຍດຫຍັງແດ່, ຂໍ້ຫ້າມສຳລັບສະມາຊິກພັກປະຊາຊົນປະຕິວັດລາວ, ເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວເພື່ອຫຍັງ ແລະຖ້າໄດ້ເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ.

ຜ່ານການຮຽນ-ການສອນ ຂອງຄະນະຮັບຜິດຊອບຊຸດອົບຮົມໃນຄັ້ງນີ້ ສາມາດຕີລາຄາຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ຂອງມະຫາຊົນ ແຕ່ລະສະຫາຍໄດ້ 90% ຂື້ນໄປ.

ໃນໂອກາດດັ່ງກ່າວນີ້ ສະຫາຍ ອຸ່ນແສງ ທຸນອິນໃຈ ຮອງເລຂາໜ່ວຍພັກ ຮອງຄະນະໂຄສະນາອົບຮົມແຂວງ ປະທານເປີດ-ປິດການຮຽນ-ການສອນ. ຍັງໄດ້ໃຫ້ຄໍາເຫັນຊີ້ນໍາຕໍ່ມະຫາຊົນກ້າວໜ້າ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງຕາມການມອບໝາຍ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ກຳແໜ້ນຫຼັກການຂອງພັກປະຊາຊົນ ປະຕິວັດລາວ ແລະ ບົດຮຽນທີ່ໄດ້ສຶກສາຮຳ່ຮຽນໃນຄັ້ງນີ້ ເພື່ອສ້າງເງື່ອນໄຂເຂົ້າຮຽນ ກົດລະບຽບຂອງພັກໃນຂັ້ນຖັດໄປ.

ຖ່າຍພາບ, ຂຽນຂ່າວ: ທອງຈັນ ວົງປັນຍາ

ກວດແກ້: ກົງເພັດ ຈັນສະຫວ່າງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa