ວັນທີ 4 ເມສາ 2026 ນີ້. ເວລາ 6 ໂມງ 30 ນາທີ ການນໍາຂອງແຂວງບໍ່ແກ້ວ ນໍາໂດຍສະຫາຍ ພົ.ວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ພ້ອມດ້ວຍຄະນະນຳຂອງແຂວງ, ມີຄະນະນຳກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ບັນດາພະແນກການອ້ອມຂ້າງແຂວງ ໄດ້ເຂົ້າວາງພວງມະລາທີ່ອະນຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ່) ແລະ ວາງກະຕ່າດອກໄມ້ທີ່ອະນຸສາວະລີ ປະທານ ໄກ ສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961-5 ເມສາ 2026 ).
ການວາງພວງມະລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້ ເພື່ອເປັນການສະແດງຄວາມເຄົາລົບຮັກ,ຄວາມກະຕັນຍູ ຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດ ຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດາສະມາຊິກພັກນັກຮົບປະ ຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ, ພາຍຫຼັງສໍາເລັດການວາງພວງມາລາທີ່ອານຸສາວະລີນັກຮົບວິລະນາແລ້ວ. ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍປະທານໄກສອນ ພົມວິຫານ ອາດິດຜູ້ນໍາທີ່ແສນເຄົາລົບຮັກຂອງທົ່ວປວງຊົນລາວທັງຊາດ ເພື່ອສະແດງເຖີງຄວາມກະຕັນຍູຮູ້ບຸນຄຸນຂອງທ່ານ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດຕ່າງດ້າວ ຈົນສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ.ເຊິ່ງຜົນງານ ແລະ ຄຸນງານຄວາມດີຂອງທ່ານ ແມ່ນໄດ້ຈາລືກໃນຄວາມຊົງຈໍາຂອງປະຊາຊົນລາບັນດາເຜົ່າຕະຫລອດໄປ.









