




ເນື່ອງໃນໂອກາດ ແຂວງບໍ່ແກ້ວ ຈະໂຮມສຸມນຸມ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນເວລາ 6 ໂມງ 30 ຂອງວັນທີ 01 ທັນວາ 2025. ການນໍາພັກ-ລັດ ແຂວງບໍ່ແກ້ວ. ນໍາໂດຍ ສະຫາຍ ພົ.ວ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງບໍ່ແກ້ວ. ພ້ອມດ້ວຍການນໍາຂອງແຂວງ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອານຸສອນນັກຮົບວິລະນາມ(ຄ້າຍປ່າໄລ່) ເພື່ອເປັນການອາໄລ ແລະ ສະແດງຄວາມເຄົາລົບຮັກ,ຄວາມກະຕັນຍູ ຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ປະທານໄກສອນ ພົມວິຫານ ກໍຄືບັນດາສະມາຊິກພັກນັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດຂຶ້ນຢ່າງສະຫ່ງາຜ່າເຜີຍ ໃນວັນທີ 2 ທັນວາ 1975 ແມ່ນວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານປະຫວັດສາດຂອງຊາດລາວ,ແມ່ນວັນປົດປ່ອຍປະຊາຊົນລາວອອກຈາກແອກຄອບຄອງຂອງພວກຈັກກະພັດມາຫຼາຍທົດສະວັດ,ປະກາດໃຫ້ຊາວໂລກໄດ້ຮັບຮູ້ ສປປ ລາວຢ່າງເປັນທາງການ. ພາຍຫຼັງສໍາເລັດການວາງພວງມາລາທີ່ອານຸສາວະລີນັກຮົບວິລະນາແລ້ວ ໄດ້ສືບຕໍ່ໄປວາງ ກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ ປະທານໄກສອນ ພົມວິຫານ ອາດິດຜູ້ນໍາທີ່ແສນເຄົາລົບຮັກຂອງທົ່ວປວງຊົນລາວທັງຊາດ ເພື່ອສະແດງເຖີງຄວາມກະຕັນຍູຮູ້ບຸນຄຸນຂອງທ່ານ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດຕ່າງດ້າວ ຈົນສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ.ເຊິ່ງຜົນງານ ແລະ ຄຸນງານຄວາມດີຂອງທ່ານ ແມ່ນໄດ້ຈາລືກໃນຄວາມຊົງຈໍາຂອງປະຊາຊົນລາບັນດາເຜົ່າຕະຫລອດໄປ.
ຂ່າວ: ເງິນຫລົງ ຈິດພູວົງ
ພາບ: ຄໍາເພັງ ສີສະຫວ່າງ
ແອດມິນ: ທອງຈັນວົງປັນຍາ



