ການນໍາພັກ-ລັດແຂວງບໍ່ແກ້ວ ໄດ້ເຂົ້າວາງພວງມາລາຢູ່ທີ່ອານຸສາວະລີ ນັກຮົບ ນິລະນາມ (ຄ້າຍປ່າໄລ່) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ.







 

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ຫມູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ວັນທີ 22 ມີນາ 1955 – 22 ມີນາ 2025 ຄົບຮອບ 70 ປີ. ຕອນເຊົ້າຂອງວັນທີ 22 ມີນາ 2025 ນີ້. ການນໍາພັກ-ລັດ ແຂວງບໍ່ແກ້ວ. ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ຫົວຫນ້າພະແນກການອ້ອມຂ້າງແຂວງ ນໍາໂດຍທ່ານ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ. ພ້ອມຄະນະນໍາຂອງແຂວງ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອານຸສອນສະຖານ ນັກຮົບ ນິລະນາມ( ຄ້າຍປ່າໄລ່ ) ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິ່ງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດ ຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດາສະມາຊິກພັກນັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດຂື້ນຢ່າງສະຫ່ງາຜ່າເຜີຍ ໃນວັນທີ 2 ທັນວາ 1975 ພາຍຫຼັງສໍາເລັດການວາງພວງມາລາທີ່ອານຸສາວະລີ ນັກຮົບ ນິລະນາ ( ຄ້າຍປ່າໄລ່ )ແລ້ວ. ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນປະທານໄກສອນ ພົມວິຫານ ອາດີດຜູ້ນໍາທີ່ແສນເຄົາລົບຮັກຂອງທົ່ວປວງຊົນລາວທັງຊາດ ເພື່ອສະແດງເຖິ່ງຄວາມກະຕັນຍູຮູ້ບຸນຄຸນຂອງທ່ານ ທີ່ໄດ້ສຸມສະຕິປັນຍາ ເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດຕ່າງດ້າວ ຈົນສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ. ເຊິ່ງຜົນງານ ແລະ ຄຸນງານຄວາມດີຂອງທ່ານ ແມ່ນໄດ້ຈາລຶກໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າຕະຫລອດໄປ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa