ການນໍາພັກ-ລັດແຂວງບໍ່ແກ້ວ ໄດ້ເຂົ້າວາງພວງມາລາຢູ່ທີ່ອານຸສາວະລີ ນັກຮົບນິລະນາມ (ຄ້າຍປ່າໄລ່) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນປະທານໄກສອນ ພົມວິຫານ.

http://ການນໍາພັກ-ລັດແຂວງບໍ່ແກ້ວ ໄດ້ເຂົ້າວາງພວງມາລາຢູ່ທີ່ອານຸສາວະລີ ນັກຮົບນິລະນາມ (ຄ້າຍປ່າໄລ່) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນປະທານໄກສອນ ພົມວິຫານ.

 

ເນື່ອງໃນໂອກາດວັນຊາດທີ 2 ທັນວາ ທີ່ໄດ້ຫມູນຫວຽນມາ ຄົບຮອບ 49 ປີ ແລະ ວັນຄ້າຍ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ; ໃນເວລາ 6 ໂມງ 30 ນາທີ ຕອນເຊົ້າຂອງວັນທີ 2 ທັນວາ 2024 ນິ້. ການນໍາພັກ-ລັດ ແຂວງບໍ່ແກ້ວ; ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ຫົວຫນ້າ ພະແນກການອ້ອມຂ້າງແຂວງ ນໍາໂດຍ ທ່ານ  ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງບໍ່ແກ້ວ. ພ້ອມຄະນະນໍາຂອງແຂວງ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອານຸສອນນັກຮົບນິລະນາມທີ່ (ຄ້າຍປ່າໄລ່ ) ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູ ຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດາສະມາຊິກພັກນັກຮົບປະຕິວັດທີ່ໄດ້ເສຍສະຫຼະເລືອດເນື້ອ-ຊີວິດ, ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດຂື້ນຢ່າງສະຫ່ງາຜ່າເຜີຍ ໃນວັນທີ 2 ທັນວາ 1975, ພາຍຫຼັງສໍາເລັດການວາງພວງມາລາທີ່ອານຸສາວະລີນັກຮົບນິລະນາມແລ້ວ. ໄດ້ສືບຕໍ່ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນຫຼໍ ປະທານໄກສອນ ພົມວິຫານ ອາດິດຜູ້ນໍາທີ່ແສນເຄົາລົບຮັກຂອງທົ່ວປວງຊົນລາວທັງຊາດ ເພື່ອສະແດງເຖີງຄວາມກະຕັນຍູຮູ້ບຸນຄຸນຂອງທ່ານ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດຕ່າງດ້າວ  ຈົນສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ. ເຊິ່ງຜົນງານ ແລະ ຄຸນງານຄວາມດີຂອງທ່ານ ແມ່ນໄດ້ຈາລືກໃນຄວາມຊົງຈໍາຂອງປະຊາຊົນລາບັນດາເຜົ່າຕະຫລອດໄປ.

ຫຼັງຈາກສໍາເລັດພິທີວາງພວງມາລາ ແລະ ກະຕ່າດອກໄມ້ແລ້ວ ຍັງສືບຕໍ່ຈັດຕັ້ງປາຖະກະຖາ ຫວນຄືນມູນເຊື້ອດັ່ງກ່າວ ຢູ່ທີ່ຫໍພິພິທະພັນແຂວງ ເນື້ອໃນປາຖະກະຖາປະກອບດ້ວຍ 3 ເນື້ອໃນຄື: ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ, ວັນຄ້າຍ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 104 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ໃນພິທີດັ່ງກ່າວ ໃຫ້ກຽດຂຶ້ນເລົ່າມູນເຊື້ອວັນຊາດ ທີ 2 ທັນວາ ໂດຍແມ່ນທ່ານ  ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງບໍ່ແກ້ວ; ໃຫ້ກຽດເລົ່າມູນເຊື້ອອັນດີງານ ຂອງປະທານ ໄກສອນ ພົມວິຫານ ໂດຍແມ່ນທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ແລະ ຫວນຄືນວັນຕ້ານການສໍ້ລາດບັງຫຼວງ ໂດຍແມ່ນທ່ານ ສຸກຂະ ຫຼຽນທອງຄໍາ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ ໃນພິທີດັ່ງກ່າວນີ້ ມີຜູ້ເຂົ້າຮ່ວມ ຮັບຟັງທັງໝົດ ຈໍານວນ 472 ຄົນ ຍິງ 128 ຄົນ. ໃນຕອນທ້າຍຂອງພິທີ ໄດ້ມີການອອຍພອນ ຄະນະປະທານພິທີຈາກ ສະມາຄົມ ຫວຽດນາມ ປະຈໍາຢູ່ແຂວງບໍ່ແກ້ວ.

    ກ້ວ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa