ການນຳ ພັກ-ລັດ ແລະ ພະນັກງານລັດຖະກອນ ພະນັກງານອາວຸໂສບຳນານ-ທະຫານ-ຕຳຫຼວດ ເມືອງຕົ້ນເຜິ້ງ ຮ່ວມຊົມການຖ່າຍທອດສົດ ພິທີສວນສະໜາມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງຄຶກຄື້ນ

 

 

 

ໃນຕອນເຊົ້າຂອງວັນທີ 2 ທັນວາ 2025, ທີ່ ສະໂມສອນໃຫຍ່ ເມືອງຕົ້ນເຜິ້ງ, ໄດ້ມີການຈັດພິທີເຕົ້າໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ພິທີສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ( 2 ທັນວາ 1975 – 2 ທັນວາ 2025 ) ຈາກນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍ ສະຫາຍ ອຸ່ນຄຳ ທຳມະເລີດ ກໍາມະການພັກແຂວງ ປະທານຄະນະກຳມະການອົງການປົກຄອງເມືອງ ຕົ້ນເຜິ້ງ ພ້ອມດ້ວຍບັນດາສະຫາຍ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ. ມີບັນດາອາດີດການນຳພັກ-ລັດ ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືເມືອງຕົ້ນເຜິ້ງ, ມີບັນດານາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ, ລັດຖະກອນ ຈາກການກົມກອງອ້ອມຂ້າງ ເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.

ໃນພິທີ, ບັນດາການນຳ ແລະ ຜູ້ເຂົ້າຮ່ວມ ໄດ້ຕັ້ງໃຈຮັບຊົມ ແລະ ຮັບຟັງການຖ່າຍທອດສົດ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກ່າວສູນທອດພົດເປີດພິທີສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ບາງຕອນວ່າ: ຕະຫຼອດໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາ ສປປ ລາວ, ພວກເຮົາ ໄດ້ຢືນຢັນຢ່າງໜັກແໜ້ນ ເຖິງທາດແທ້, ມູນເຊື້ອປະຕິວັດ ທີ່ເປັນບົດຮຽນໃຫ້ແກ່ການສືບຕໍ່ພາປະເທດກ້າວຂຶ້ນ, ນັ້ນແມ່ນ “ ຍຶດໜັ້ນອຸດົມການສັງຄົມນິຍົມ, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນລາວທັງຊາດ ເພື່ອບູລະນະ ລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ, ສ້າງລັດ ທີ່ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ອຳນາດລັດທັງໝົດ ເປັນຂອງທົ່ວປວງຊົນລາວ ຢ່າງແທ້ຈິງ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນ ” ເຊິ່ງເປັນອຸດົມການອັນເດັດດ່ຽວ, ສະເໝີຕົ້ນສະເໝີປາຍຂອງພັກເຮົາ ແລະ ເປັນຄວາມມຸ້ງຫວັງອັນແຮງກ້າ ຂອງປະຊາຊົນລາວ ບັນດາເຜົ່າ ທີ່ພວກເຮົາ ແລະ ຄົນຮຸ່ນໜຸ່ມ ຜູ້ສືບທອດ ຕ້ອງສືບຕໍ່ຍຶດໝັ້ນ ເພື່ອນຳພາພາລະກິດປະຕິວັດ, ນຳພາປະເທດເຮົາ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

ຈາກນັ້ນ ໄດ້ຮັບຊົມພາບການເດີນສວນສະໜາມ ອັນຍິ່ງໃຫຍ່ຕື່ນຕາຕື່ນໃຈ ຂອງກ້ອນກຳລັງຕ່າງໆ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ, ຄວາມຈະເລີນຮຸ່ງເຮືອງ ແລະ ມູນເຊື້ອອັນພິລະອາດຫານຂອງຊາດລາວ ຕະຫຼອດໄລຍະ 50 ປີຜ່ານມາ. ການເຂົ້າຮ່ວມຮັບຊົມການຖ່າຍທອດສົດໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮ່ວມສະຫຼອງວັນປະຫວັດສາດຂອງຊາດ ແຕ່ຍັງເປັນການປຸກລະດົມຈິດໃຈຮັກຊາດ, ເຊີດຊູມູນເຊື້ອ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງຂຶ້ນໄປ.

ພາບ: ນ. ຈອມແສງ ແສນປະເສີດ.

ຂ່າວ: ສ ປັນຍາທອງ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa