ກອງປະຊຸມ-ແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ລະຫວ່າງງຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ແລະ ຄະນະໂຄສະນາອົບຮົມແຂວງ ຫຼວງນຳ້ທາ.

ກອງປະຊຸມຖອດຖອນ-ແລກປ່ຽນບົດຮຽນ

ມອບທີ່ລະນຶກ

ພາບລວມ

ສ້າງຂະບວນການກິລາຮ່ວມກັນ

ເພື່ອເຮັດໃຫ້ວຽກງານຄະນະໂຄສະນາອົບຮົມໄດ້ມີບາດກ້າວຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕໍ່ໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ແລະ ເພື່ອເປັນການຜູກແໜ້ນຄວາມສາມັກຄີເຊິ່ງກັນ ແລະ ກັນ, ການສ້າງຄວາມສາມັກຄີຮັກແພງ ໃນຖານະຄອບຄົວໂຄສະນາອົບຮົມ ແລະ ເປັນເພື່ອນມິດ ທີ່ມີອຸດົມການດຽວກັນລະຫວ່າງຄະນະໂຄສະນາອົບຮົມທັງສອງແຂວງ.

ວັນທີ 16 ພຶດສະພາ 2025 ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ແລະ ຄະນະໂຄສະນາອົບຮົມແຂວງ ຫຼວງນຳ້ທາ ໄດ້ຈັດກອງປະຊຸມແລກປ່ຽນຖອດຖອນບົດຮຽນຮ່ວມກັນຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ຫຼວງນໍ້າທາ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ແລະ ທ່ານ ສົມພອນ ອິນຕະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງບໍ່ແກ້ວ, ມີບັນດາທ່ານຮອງຫົວໜ້າຄະນະໂຄສະນາອົບຮົມ, ຫົວໜ້າຂະແໜງ-ຮອງຂະແໜງ ຕະຫຼອດຮອດພະນັກງານວິຊາການຄະນະໂຄສະນາອົບຮົມທັງ 2 ແຂວງເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 11 ທ່ານ, ພະນັກງານ ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ທີ່ໄດ້ເດີນທາງໄປຮ່ວມທັງໝົດ 15 ທ່ານ, ຍິງ 4 ທ່ານ.

ກອງປະຊຸມດັ່ງກ່າວທັງສອງແຂວງໄດ້ລາຍງານສະພາບການເຄື່ອນໄຫວ, ການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາໂດຍຫຍໍ້; ຈາກນັ້ນໄດ້ລົງເລິກ ວຽກງານວິຊາສະເພາະຂອງແຕ່ລະຂະແໜງ, ຕາມຄໍາຖາມເຈາະຈີ້ມ ເຊີ່ງລວມມີທັງໜົດ 13 ຄໍາຖາມ ແລະ 13 ຄໍາຕອບ ທີ່ນໍາມາແລກປ່ຽນບົດຮຽນໃນຄັ້ງນີ້ ຢ່າງກົງໄປກົງມາ ແລະ ມີບັນຍາກາດຝົດຟື້ນ; ມີຄວາມໝາຍຄວາມສຳຄັນ ແລະ ໄດ້ຮັບບົດຮຽນອັນລຳຄ່າໃນການເຄື່ອນໄຫວວຽກງານ, ເປັນຕົ້ນແມ່ນວຽກງານຮອບດ້ານຂອງ ໂຄສະນາ, ວຽກງານກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ, ວຽກງານສະເຫຼີມສະຫຼອງ 3 ວັນປະຫວັດສາດ, ວຽກງານຝຶກອົບຮົມໃນຫົວຂໍ້ຕ່າງໆ. ວຽກງານປັບປຸງເວັບໄຊສ໌-ຫາງສຽງສັງຄົມ ແລະ ວຽກງານອື່ນໆ…ນອກຈາກເປັນການແລກປ່ຽນບົດຮຽນນໍາກັນແລ້ວທັງສອງແຂວງຍັງໄດ້ສ້າງບົດບັນທຶກຮ່ວມກັນລະຫວ່າງ ຄະນະໂຄສະນາອົບຮົມແຂວງ ຫຼວງນໍ້າທາ ແລະ ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໃນການເປັນແຂວງແຮກສ່ຽວກັນ ແລະ ຜັດປ່ຽນກັນເປັນເຈົ້າພາບ 3 ປີໃດໃຫ້ມີການຈັດກອງປະຊຸມແລກປ່ຽນບົດຮຽນຮ່ວມກັນ ແລະ ສາມາດປະສານສົມທົບໄດ້ທຸກວຽກງານ ເປັນຕົ້ນແມ່ນວຽກງານວິຊາສະເພາະສາມາດແລກປ່ຽນບົດຮຽນນໍາກັນໄດ້ຕະຫຼອດເວລາ.

ຈາກນັ້ນ; ທັງສອງຄະນະໄດ້ຮ່ວມພາເຂົ້າສາມັກຄີ, ສ້າງຂະບວນການກີລາຮ່ວມກັນ ແລະ ໄດ້ແລກປ່ຽນຂອງທີລະນຶກເຊິ່ງກັນ ແລະ ກັນ.

ວັນທີ 17 ພຶດສະພາ 2025 ຕອນບ່າຍ ເວລາ 11:30 ນາທີ ໄດ້ມີພາເຂົ້າສາມັກຄີຢູ່ທີ່ເມືອງວຽກພູຄາ. ເພື່ອເປັນການຂອບອົກຂອບໃຈ ກ່ອນຈະຈາກລາກັບຂືນສູ່ແຂວງບໍ່ແກ້ວ.

ຖ່າຍພາບ: ສອນຫຼ້າ ລີໄຊຢາງ

ຂຽນຂ່າວ: ທອງຈັນ ວົງປັນຍາ

ກວດແກ້: ກົງເພັດ ຈັນສະຫວ່າງ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa