ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງໜ່ວຍພັກຄະນະຈັດຕັ້ງເມືອງ ປາກທາ ໄດ້ຈັດຂື້ນໃນວັນທີ 17 ມີນາ 2026 ນີ້ ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງປາກທາ ໂດຍການເປັນປະທານ ຂອງ ສະຫາຍ ຂັນທອງ ພອນຈະເລີນ ຮອງເລຂາໜ່ວຍພັກ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ປາກທາ, ມີທ່ານ ນາງ ອິ່ນທອງ ເລືອງສີຈັນທອງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ,ຕາງໜ້າຄະນະຮັບຜິດຊອບ,ມີສະມາຊິກພັກພາຍໃນໜ່ວຍແລະແຂກເຊີນ ເຂົ້າຮ່ວມ.
ສະຫາຍ ຂັນທອງ ພອນຈະເລີນ ຮອງເລຂາໜ່ວຍພັກ ໄດ້ຜ່ານ ບົດລາຍບົດລາຍງານການເມືອງ ທັງສອງພາກເຊິ່ງໄດ້ຍົກໃຫ້ເຫັນ ໜ່ວຍພັກ ຄະນະຈັດຕັ້ງເມືອງ ເປັນໜ່ວຍພັກໜື່ງມີສໍານັກງານຕັ້ງຢູ່ຂອບເຂດສໍານັກງານຫ້ອງວ່າການເມືອງເຊີ່ງເປັນເສນາທິການໃຫ້ແກ່ອົງຄະນະພັກເມືອງມີຄວາມສະດວກສະບາຍໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງ,ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກເມືອງ, ໂດຍສະເພາະແມ່ນຄະນະປະຈໍາພັກເມືອງ ໃນການຄົ້ນຄວ້າເຊື່ອມຊຶມ, ຜັນຂະຫຍາຍແນວທາງ ນະໂຍບາຍ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ນິຕິກໍາຕ່າງໆ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໃນທົ່ວອົງຄະນະພັກເມືອງ;ພາຍໃນໜ່ວຍທັງໝົດ 10 ສະຫາຍ, ຍິງ 5 ສະຫາຍ, ເປັນສະມາຊິກພັກ ສົມບູນກວມ 100% ໃນນັ້ນມີຄະນະພັກ 3 ສະຫາຍ,ຍີງ 1 ສະຫາຍ, ສະມາຊິກພັກກໍາມະບານ 10 ສະຫາຍ. ຍິງ 5 ສະຫາຍ, ມີສະມາຊິກຊາວໜຸ່ມ 3 ສະຫາຍ, ຍີງ 2 ສະຫາຍ, ສະຫະພັນແມ່ນຍີງ 5 ສະຫາຍ,ຜ່ານມາໜ່ວຍພັກຂອງພວກເຮົາ ໄດ້ຖືເອົາວຽກງານການເມືອງ ແນວຄິດເປັນວຽກງານແຖວໜ້າໃນການເຄື່ອນໄຫວຊີ້ນຳ-ນໍາພາຂອງຕົນ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ, ພະນັກງານ-ລັດຖະກອນທຸກສະຫາຍ ພາຍໃນໜ່ວຍໃຫ້ຮັບຮູ້ເຊື່ອມຊືມ ກໍາແໜ້ນທິດສະດີມາກ-ເລນິນ, ແນວທາງນະໂຍບາຍ ຂອງພັກ-ລັດ ເຮັດໃຫ້ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍມີທັດສະນະຫຼັກໝັ້ນຮູ້ຈຳແນກໄດ້ມິດ-ສັດຕູ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຈາກນັ້ນ ຄະນະໜ່ວຍພັກຊຸດເກົ່າ ໄດ້ລາໜ້າທີ່ຕໍາແໜ່ງ, ກອງປະຊຸມໄດ້ມີການປ່ອນບັດ ເລືອກເອົາຄະນະພັກຊຸດໃໝ່ ເຊິ່ງມີຜູ້ສະມັກ 3 ສະຫາຍ, ຍິງ2 ສະຫາຍ, ຜ່ານການດໍາເນີນການປ່ອນບັດຕົວຈິງ,ພ້ອມທັງດໍາເນີນກອງປະຊຸມຄັ້ງປະຖົມມະລືກ ເຊິ່ງໄດ້ເລືອກເອົາ ສະຫາຍ ນາງ ອິ່ນທອງ ເລືອງສີຈັນທອງ ເປັນເລຂາໜ່ວຍພັກ, ສະຫາຍ ຂັນທອງ ພອນຈະເລີນ ເປັນຮອງເລຂາໜ່ວຍພັກ ພ້ອມທອງເຮັດວຽກງານກວດກາໜ່ວຍພັກ.
ກອງປະຊຸມໃນຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງປາກທາ ກ່ອນອື່ນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍຄະນະພັກຊຸດໃໝ່ ທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ເຊິ່ງສະແດງເຖິງຄວາມເຊື່ອໝັ້ນແລະໄວ້ວາງໃຈຂອງບັນດາສະຫາຍສະມາຊິກພັກ ແລະ ເຊື່ອໝັ້ນວ່າບັນດາສະຫາຍຈະພ້ອມກັນຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງສະມາຊິກພັກ, ຕ້ອງຖືສໍາຄັນວຽກງານ ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ ແລະ ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເອົາໃຈໃສ່ຄຸ້ມຄອງອົງການຈັດຕັ້ງລັດ, ກໍ່ສ້າງພະນັກງານ ເພື່ອໃຫ້ຮັບປະກັນໄດ້ການຈັດຕັ້ງທີ່ເຂັ້ມແຂງ, ພະນັກງານທີ່ມີຄວາມຮູ້ຄວາມສາມາດ ແລະ ທັງຮັບປະກັນໄດ້ພະນັກງານທີ່ຈະສືບທອດປ່ຽນແທນຕ້ອງເພີ່ມທະວີຄວາມສາມັກຄີຢູ່ພາຍໃນໃຫ້ໜັກແໜ້ນຂື້ນກວ່າເກົ່າສືບຕໍ່ຮັກສາຄວາມສາມັກຄີພາຍໃນພັກ, ພະນັກງານ-ລັດຖະກອນທຸກສະຫາຍ ແລະ ພ້ອມກັນປະຕິບັດໜ້າທີ່ວຽກງານຕາມພາລະບົດບາດໃໝ່ ທີ່ໃຫຍ່ກວ່າເກົ່າ ໃຫ້ມີຜົນສໍາເລັດທີ່ແທ້ຈິງ ແລະ ບາງຄໍາຄິດຄໍາເຫັນ ເພື່ອເປັນທິດຊີ້ນໍາ, ເປັນບ່ອນອີງໃຫ້ຄະນະພັກ, ສະມາຊິກພັກນໍາໄປຈັດຕັ້ງປະຕິບັດ ແລະ ເຊື່ອວ່າບັນດາສະຫາຍຄະນະພັກຊຸດໃໝ່ຈະເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃຕ້ການນໍາພາຂອງພັກ, ຍົກສູງຄວາມຮັບຜິດຊອບຂອງຕົນ, ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກໃຫ້ປະກົດຜົນເປັນຈິງເຮັດໃຫ້ຄະນະຈັດຕັ້ງເມືອງ ໄດ້ມີການປ່ຽນແປງຢ່າງຕັ້ງໜ້າ, ມີຄວາມເຂັ້ມແຂງຮອບດ້ານ ສົມກັບເປັນການຈັດຕັ້ງທີ່ເປັນເສນາທິການແກ່ຄະນະພັກຂັ້ນເທິງ.





ຂ່າວ: ບຸນເພັງ ທຸມມະວົງ
ແອດມິນ: ທອງຈັນ ວົງປັນຍາ



