ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ I ຂອງໜ່ວຍພັກຄະນະໂຄສະນາອົບຮົມເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ I ຂອງໜ່ວຍພັກຄະນະໂຄສະນາອົບຮົມເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ໃນຕ່ອນເຊົ້າຂອງວັນທີ 24 ກໍລະກົດ 2024 ນີ້ໜ່ວຍພັກ ຄະນະໂຄສະນາອົບຮົມເມືອງໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກໜ່ວຍພັກຂອງຕົນຂື້ນຢ່າງເປັນທາງການພາຍໃຕ້ການເປັນປະທານ ສະຫາຍສຽງສະຫວັນ ຊາພັກດີ ກຳມະການພັກເມືອງ ເລຂາໜ່ວຍພັກຄະນະໂຄສະນາອົບຮົມເມືອງ ເປັນກຽດເຂົ້າຮ່ວມ ສະຫາຍ ຄຳລຸນ ລໍມີໄຊ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ມີເລຂາໜ່ວຍພັກ, ສະມາຊິກພັກ ຄະນະຮັບຜິດຊອບ ແລະ ແຂກຖືກເຊີນອ້ອມຂ້າງເມືອງ ເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 10 ສະຫາຍ.

ຈາກນັ້ນ ສະຫາຍ ວັນທາ ວັນສະຫວັດ ຮອງເລຂາໜ່ວຍພັກຂື້ນຜ່ານບົດລາຍງານການເມືອງແຕ່ປີ 2019-2024 ແລະ ທິດທາງແຜນການ 2024-2029 ແລະ ສະຫາຍ ສຽງສະຫວັນ ຊາພັກດີ ເລຂາໜ່ວຍພັກຂື້ນຜ່ານບົດສຳຫຼວດການນຳພາລວມຂອງໜ່ວຍພັກໄລຍະໜຶ່ງສະໄໝຜ່ານມາຈາກນັ້ນຄະນະໜ່ວຍພັກຊຸດເກົ່າກໍ່ໄດ້ກ່າວລາໜ້າທີຄະນະຮັບຜິດຊອບການປ່ອນບັດກໍ່ໄດ້ຄັດເລືອກຄະນະໜ່ວຍພັກຊຸດໃໝ່ເຊິ່ງມີຜູ້ສະໝັກ 3 ສະຫາຍເລືອກເອົາ 2 ສະຫາຍ ຜ່ານການໃຊ້ສິດປະຊາທິປະໄຕ ເຂົ້າໃນການປ່ອນບັດເລືອກຕັ້ງຂອງບັນດາສະມາຊິກພັກພາຍໃນໜ່ວຍສາມາດເລືອກໄດ້ ສະຫາຍ ນາງ ນວນຕາ ສຸລິຍະວົງ ເປັນເລຂາໜ່ວຍພັກ ຄະນະໂຄສະນາອົບຮົມຊຸດໃໝ່ ແລະ ສະຫາຍ ນາງ ນ້ອຍນາລີ ລັດສະໝີ ເປັນຮອງເລຂາໜ່ວຍພັກ.

ໂອກາດນີ້ ສະຫາຍ ຄຳລຸນ ລໍມີໄຊ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໄດ້ມີຄຳເຫັນໂອລົມກ່ອນອື່ນສະຫາຍໄດ້ສະແດງຍ້ອງຍໍ ຊົມເຊີຍຕໍ່ຜົນສຳເລັດຂອງໜ່ວຍພັກຄະນະພັກຊຸດເກົ່າຍາດມາໄດ້ຕະຫຼອດໄລຍະຜ່ານມາພ້ອມທັງເນັ້ນໜັກຫຼາຍບັນຫາໃຫ້ຄະນະພັກຊຸດໃໝ່ຕັ້ງໜ້າເອົາໃຈໃສ່ ເປັນຕົ້ນແມ່ນຄວາມສາມັກຄີພາຍໃນໜ່ວຍພັກ, ຄວາມເປັນເອກະພາບ ໃນການຕັດສິນໃຈຕັດສິນບັນຫາ ແລະ ການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ-ໜັກແໜ້ນໃນຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa