ໃນຕອນເຊົ້າເວລາ 8:00 ໂມງ ຂອງວັນທີ 4 ມິຖຸນາ 2025 ນີ້ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມ ເຜີຍແຜ່ສະພາບເຫດການທີ່ເກີດຂຶ້ນຢູ່ ພູຜາມົ່ນ ເມືອງປາກທາ ແຂວງບໍ່ແກ້ວ ແລະ ການຊີ້ນຳ, ການແກ້ໄຂສະພາບການດັ່ງກ່າວ ພາຍໃຕ້ການເປັນປະທານຂອງສະຫາຍ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງບໍ່ແກ້ວ ມີບັນດາ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ຄະນະບໍລິຫານພັກເມືອງຫ້ວຍຊາຍ ລວມທັງ ພະນັກງານອາວຸໂສບຳນານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການຜ່ານ ບົດລາຍງານແຈ້ງສະພາບການ ແລະ ການແກ້ໄຂເຫດການທີ່ເກີດຂຶ້້ນຢູ່ພູຜາມົ່ນ ເມືອງປາກທາ ແຂວງບໍ່ແກ້ວ ເຊິ່ງສະພາບດັ່ງກ່າວ ໄດ້ເກີດຂື້ນໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2025 ເວລາປະມານ 5 ໂມງເຊົ້າ ເຊິ່ງໄດ້ມີການຫຼອນຕີປ້ອມຍາມຂອງທະຫານ ເມືອງປາກທາ ແຂວງບໍ່ແກ້ວ. ລວມມີ 3 ປ້ອມຍາມ. ເຮັດໃຫ້ອ້າຍນ້ອງທະຫານບາດເຈັບ ເລັກນ້ອຍ 1 ສະຫາຍ ແລະ ບາດເຈັບໜັກ 1 ສະຫາຍ; ສະພາບເຫດການດັ່ງກ່າວໄດ້ເຮັດໃຫ້ ກອງບັນຊາການທະຫານ ເມືອງປາກທາ ໄດ້ອອກຄຳສັ່ງໃຫ້ກຳລັງທະຫານຂື້ນໄປສົມທົບເພື່ອຊ່ວຍເຫຼືອ ແຕ່ກຳລັງດັ່ງກ່າວຖືກດັກຍິງລະຫວ່າງທາງ ເຮັດໃຫ້ມີອ້າຍນອງທະຫານເສຍຊີວິດ 3 ສະຫາຍຄື: ຫົວໜ້າການທະຫານເມືອງປາກທາ, ທະຫານລະດັບຮອງພະແນກ 1 ສະຫາຍ ແລະ ອ້າຍນ້ອງທະຫານອິກ 1 ສະຫາຍ ນອກນັ້ນ; ຍັງມີອ້າຍນ້ອງທະຫານບາດເຈັບຈຳນວນໜື່ງ.
ປະຈຸບັນ ວັນທີ 4 ມີຖຸນາ 2025 ສະພາບການ ທາງພູຜາມົ່ນແມ່ນໄດ້ຮັບການແກ້ໄຂ ໂດຍການສົມທົບຈາກລັດຖະບານ, ກະຊວງປ້ອງກັນປະເທດ-ກະຊວງປ້ອງກັນຄວາມສະຫງົບ ແລະ ກອງພົນຫຼວງ ໄດ້ປິດລ້ອມບໍລິເວນຈຸດທີ່ເກີດເຫດ ພ້ອມທັງຈັບກຸມກຸ່ມຄົນບໍ່ດີ ໄດ້ຈຳນວນໜື່ງ ແລະ ໄດ້ຮີບໂຮມປະຊາຊົນ ບ້ານໃກ້ຈຸດເກີດເຫດມາສືບສວນສອບສວນ; ເຖິງວ່າສະພາບການໄດ້ຮັບການແກ້ໄຂແລ້ວ ແຕ່ກຳລັງປະກອບອາວຸດພວກເຮົາຍັງສືບຕໍ່ ລາດຕະເວນ ແລະ ປິດລ້ອມບ່ອນທີ່ສົງໄສ ເປັນບ່ອນຢູ່ອາໄສຂອງກຸ່ມຄົນບໍ່ດີ ເພື່ອໃຫ້ພວກເຂົາອອກມາຍອມຈຳນົນ;
ທາງດ້ານຄວາມໝັ້ນຄົງລະຫວ່າງປະເທດ ລາວ-ໄທ ແມ່ນສອງຝ່າຍໄດ້ສົມທົບກັນໃນການແກ້ໄຂ ບໍ່ມີຂໍ້ຂັດແຍງລະຫວ່າງປະເທດ ຫຼື ເຂດແດນ ລາວ-ໄທ. ( ດັ່ງທີ່ເປັນຂ່າວທີ່ມີກຸ່ມຄົນຈຳນວນໜື່ງ ອອກມາໃຫ້ຂ່າວເພື່ອບິດເບືອນຄວາມເປັນຈິງ ).
ໂອກາດນີ້, ສະຫາຍ ປອ ທອງຈັນ ມະນີໄຊ ປະທານກອງປະຊຸມ ໄດ້ຊີ້ນໍາຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນສືບຕໍ່ ລົງກໍ່ສ້າງຮາກາຖານການເມືອງໂດຍສະເພາະແມ່ນການເຕົ້າໂຮມຄວາມສາມັກຄີ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ແໜ້ນແຟ້ນ ເພື່ອຮັບປະກັນໃຫ້ແກ່ການນໍາພາການເມືອງແນວຄິດ ຂອງປະຊາຊົນໃຫ້ຮັບຮູ້ ແລະ ເຂົ້າໃຈເລີກເຊິ່ງ ຕໍ່ກັບແນວທາງນະໂຍບາຍຂອງພັກ ລະບຽບກົດຫມາຍຂອງລັດ ຕິດພັນກັບການເພີ່ມທະວີ ສະຕິລະວົງຕົວ ຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ຫັວງແຊກແຊງ ມ້າງເພທໍາລາຍ, ສ້າງຄວາມແຕກແຍກສາມັກຄີບັນດາເຜົ່າ ດ້ວຍການຈັດຕັ້ງໂຄສະນາເຜີຍແຜ່ເຊື່ອມຊືມແນວທາງນະໂຍບາຍຂອງພັກ-ລະບຽບກົດຫມາຍຂອງລັດ ໃຫ້ເລິກເຊິ່ງ, ສືບຕໍ່ນໍາພາ-ຊີ້ນໍາ ອໍານາດການປົກຄອງບ້ານ, ກອງຫຼອນ-ປກສ-ບ້ານ ກໍ່ຄືປະຊາຊົນໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງເລີກເຊິ່ງຕໍ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງບ້ານ, ແມ່ນສິດ ແລະ ໜ້າທີ່ຂອງຫມົດທຸກຄົນ ທີ່ຈະຕ້ອງໄດ້ຕິດຕາມກວດກາ ເກັບກຳສະພາບຮອບດ້ານ ສະກັດກັ້ນປະກົດການຫຍໍ້ທໍ້ດ້ານຕ່າງໆໃຫ້ໝົດໄປ.
ທ້າຍກອງປະຊຸມຍັງມີການປະກອບຄຳເຫັນແລກປ່ຽນບົດຮຽນ ໃນການນຳພາຄຸ້ມຄອງ ແລະ ແກ້ໄຂສະພາບການດັ່ງກ່າວ ໂດຍໃຫ້ກຽດຂື້ນແລກປ່ຽນຂອງ ອາດີດການນຳຫຼາຍທ່ານ. ທີ່ເປັນບົດຮຽນອັນລຳຄ່າທີ່ຄະນະບໍລິຫານງານຊຸດນີ້ຕ້ອງຖອດຖອນບົດຮຽນເພື່ອສືບຕໍ່ສ້າງແຜນການ ປ້ອງກັນເຫດການດັ່ງກ່າວບໍ່ໃຫ້ເກີດຂື້ນໃນຕໍ່ໜ້າ.
ແອດມິນ: ທອງຈັນວົງປັນຍາ
ກວດແກ້: ກົງເພັດຈັນສະຫວ່າງ