ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ຫ້ວຍຊາຍ ຄັ້ງທີ 5 ສະໄໝທີ VIII.

ສະຫາຍ ຄໍາແຍງ ຄອນໄຊຍະກິດ ຮອງເລຂາພັກ ແຂວງບໍ່ແກ້ວ

ສະຫາຍ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະປະທານປົກຄອງເມືອງ

ວັນທີ 3 ກຸມພານີ້, ເມືອງຫ້ວຍຊາຍ ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງຫ້ວຍຊາຍ ຄັ້ງທີ 5 ສະໄໝທີ VIII ໂດຍການເປັນປະທານຂອງ ສະຫາຍ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາບໍລິຫານງານພັກເມືອງຫ້ວຍຊາຍ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາແຍງ ຄອນໄຊຍະກິດ ຮອງເລຂາພັກ ແຂວງບໍ່ແກ້ວ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກໍາລັງ ປກສ-ປກຊ ຫົວໜ້າໜ່ວຍງານ, ເລຂາຄະນະພັກຮາກຖານກຸ່ມບ້ານພິບຸນທອງ, ບ້ານໃຫ່ຍຫ້ວຍຊາຍເໜືອ ແລະ ບ້ານໃຫ່ຍຫ້ວຍຊາຍໃຕ້ ເຂົ້າຮ່ວມ.

ສະຫາຍ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະປະທານປົກຄອງເມືອງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຊີ້ນໍາ-ນໍາພາລວມຮອບດ້ານ ຂອງຄະນະບໍລິຫານງານພັກເມືອງຫ້ວຍຊາຍ ປະຈໍາປີ 2025 ແລະ ທິດທາງ ປະຈໍາປີ 2026 ຄະນະບໍລິຫານງານພັກເມືອງ ຖືສໍາຄັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ, ດ້ວຍຫຼາຍຮູບການ ໄດ້ປັບປຸງແບບແຜນ ແລະ ວິທີເຮັດວຽກໃຫ້ແກ່ຄະນະພັກແຕ່ລະຂັ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ ຢ່າງເຂັ້ມງວດ, ເຮັດວຽກຢ່າງມີແຜນການ, ແຜນງານ, ຈຸດສຸມ ແລະ ແທດເຖິງຕົວຈິງ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບຈະແຈ້ງ. ໃນນັ້ນ ສິງທີ່ພົ້ນເດັ່ນພວກເຮົາໄດ້ກໍ່ສ້າງມະຫາຊົນຜູ້ທີ່ດີເດັ່ນໃນຂອບເຂດທົ່ວເມືອງເຂົ້າຮຽນສະໜັບສະໜູນໄດ້ 152 ສະຫາຍ, ຍິງ 44 ສະຫາຍ; ຮຽນກົດລະບຽບພັກໄດ້ 81 ສະຫາຍ, ຍິງ 29 ສະຫາຍ; ຂະຫຍາຍມະຫາຊົນກ້າວໜ້າ ເຂົ້າສະມາຊິກພັກສໍາຮອງໄດ້ 76 ສະຫາຍ, ຍິງ 23 ສະຫາຍ; ເລື່ອນສໍາຮອງຂຶ້ນສົມບູນໄດ້ 95 ສະຫາຍ, ຍິງ 35 ສະຫາຍ, ສ້າງຕັ້ງຄະນະພັກຮາກຖານກຸ່ມບ້ານໄດ້ 2 ກຸ່ມບ້ານ; ປັດຈຸບັນທົ່ວເມືອງປະກອບມີ 19 ຮາກຖານພັກ, ມີ 163 ໜ່ວຍພັກ, ມີສະມາຊິກພັກທັງໝົດ 2,669 ສະຫາຍ, ຍິງ 811 ສະຫາຍ; ດໍາເນີນກອງປະຊຸມໃຫຍ່ຄະນະພັກຮາກຖານ ສໍາເລັດ 100%; ໄດ້ບໍາລຸງເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະອົບຮົມປະຊາຊົນລຽບຕາມຊາຍແດນໃຫ້ແກ່ກຸ່ມບ້ານຫ້ວຍຊາຍນ້ອຍ 5 ບ້ານ ແລະບ້ານໃຫຍ່ພັດທະນານໍ້າປຸກ 1 ບ້ານ, ມີຜູ້ເຂົ້າຮ່ວມ 3.690 ເທື່ອຄົນ, ຍິງ 443 ເທື່ອ. ໃນນັ້ນມີ ສະມາຊິກພັກ 273 ສະຫາຍ, ຍິງ 27 ສະຫາຍ, ສະຫາຍ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ, ວຽກງານການເມືອງ-ນໍາພາແນວຄິດ ໄດ້ເອົາໃຈໃສ່ຍົກສູງການນໍາພາ ຂອງຄະນະພັກແຕ່ລະຂັ້ນ ໃນການສຶກສາອົບຮົມນໍາພາການເມືອງ-ແນວຄິດ ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ຕະຫຼອດຮອດອົງການຈັດຕັ້ງຂັ້ນຮາກຖານບ້ານ-ກຸ່ມບ້ານ ແລະ ປະຊາຊົນບັນດາເຜົ່າ, ນໍາພາຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເອກະສານສໍາຄັນຕ່າງໆຂອງພັກ-ຂອງລັດ ໄດ້ຈໍານວນ 15 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 3,119 ເທື່ອຄົນ, ຍິງ 1,471 ເທື່ອຄົນ ອັນໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງມີຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເຈົ້າການປະກອບສ່ວນເຂົ້າໃນຂະບວນການລວມຂອງແຂວງ-ຂອງເມືອງ ນັບມື້ດີຂຶ້ນ, ສະຫາຍ ຄໍາຜາຍ ວົງປະເສີດ ຄະນະປະຈໍາພັກເມືອງ ຮອງປະທານຄະນະປະທານປົກຄອງເມືອງ ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ແລະທິດທາງ ແຜນການ ປີ2026 ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເຫັນວ່າສະພາບການ ຍັງຜັນແປຢ່າງສັບສົນເຊິ່ງສະພາບດັ່ງກ່າວເປັນສິ່ງທ້າທ້າຍໜຶ່ງ ທີ່ມີຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ເປັນຕົ້ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຄ່າຄອງຊີບ, ບັນຫາເງິນກີບອ່ອນຄ່າ, ລາຄາສິນຄ້າເພີ່ມຂຶ້ນສູງ, ເສດຖະກິດຂອງເມືອງ ເຫັນວ່າເສດຖະກິດຂະຫຍາຍຕົວ ສະເລ່ຍຢູ່ໃນລະດັບ 5.2%, ລວມຍອດຜະລິດຕະພັນພາຍໃນ 3,068 ຕື້ກີບ ສະເລ່ຍລາຍຮັບ  34,890,000 ກີບ/ປີ ເທົ່າກັບ 1,607 ໂດລາ/ຄົນ/ປີ ທຽບໃສ່ແຜນ ຫຼຸດລົງ 3 ໂດລາ ເທົ່າກັບ 0.18% ໃນນັ້ນມີ, ດ້ານກະສິກໍາ – ປ່າໄມ້ ກວມເອົາ 51.00% ລວມຍອດຜະລິດຕະພັນທັງໝົດ, ດ້ານອຸດສາຫະກໍາ ກວມເອົາ 7.86% ລວມຍອດຜະລິດຕະພັນທັງໝົດ, ດ້ານການບໍລິການ ກວມເອົາ 41.14% ລວມຍອດຜະລິດຕະພັນທັງໝົດ, ສາມາດເກັບລາຍຮັບຜ່ານລະບົບຄັງເງິນຮອດວັນທີ 31 ທັນວາ 2025 ສາມາດປະຕິບັດໄດ້ 39,98 ຕື້ກວ່າກີບ ເທົ່າກັບ 95.83% ຂອງແຜນປີ ທຽບໃສ່ເວລາດຽວກັນ ເພີ້ມຂຶ້ນ 6.93% ໃນນັ້ນ: ຮັບດຸ່ນດ່ຽງຈາກແຂວງ 30,81ຕື້ກວ່າກີບເທົ່າກັບ 100% ຂອງແຜນການປີ; ລາຍຮັບຂອງເມືອງຈັດເກັບ 7,91 ຕື້ກວ່າກີບເທົ່າກັບ 72.51% ຂອງແຜນການປີ, ທຽບໃສ່ປີຜ່ານມາຫຼຸດລົງ 0,26% ໃນນັ້ນມີ: ລາຍຮັບສ່ວຍສາອາກອນ 6,66 ຕື້ກວ່າກີບເທົ່າກັບ 68.58% ຂອງແຜນການປີ, ລາຍຮັບຄ່າທໍານຽມວິຊາການ 640 ລ້ານກວ່າກີບ ເທົ່າກັບ 116.26%, ລາຍຮັບຄຸ້ມຄອງຊັບສິນຂອງລັດ 608 ລ້ານກວ່າກີບເທົ່າກັບ 113.05% ຂອງແຜນການປີ ແລະ ສາມາດປະຕິບັດລາຍຈ່າຍໄດ້ 41,49ຕື້ກວ່າກີບເທົ່າກັບ 98.03% ຂອງແຜນການປີ, ທຽບໃສ່ປີຜ່ານມາ ເພີ້ມຂຶ້ນ 14.84%. ວຽກງານກະສິກໍາ ແລະ ສິ່ງແວດລ້ອມ, ຜະລິດເຂົ້າກິນ ໄດ້ທັງໝົດ 22.220.638 ໂຕນໃນເນື້ອທີ່ 5.167,98 ເຮັກຕາ, ທຽບໃສ່ແຜນຕ້ອງການເຂົ້າກິນ 20.627.334 ໂຕນ, ສະເລ່ຍເຂົ້າກິນ 234 ກິໂລ/ຄົນ/ປີ, ທຽບໃສ່ປີຜ່ານມາປະຕິບັດໄດ້ 91.88%, ທົ່ວເມືອງມີເນື້ອທີຜະລິດ 7.004,42 ເຮັກຕາ, ຜົນຜະລິດໄດ້ 26.743,9 ໂຕນ ໃນນີ້ອັນທີ່ພົ່ນເດັ່ນມີ,  ສາລີລ້ຽງສັດ, ພືດຜັກ ແລະ ອື່ນໆ ທຽບໃສ່ແຜນການປີປະຕິບັດໄດ້ລື່ນແຜນ 76.16% ແລະ ສາມາດສົ່ງສິນຄ້າອອກຕ່າງແຂວງ ທັງໝົດ 1,656 ໂຕນ, ງົວ – ຄວາຍ 749 ໂຕ; ການປູກພືດ ແລະ ໄມ້ໃຫ້ໜາກ: ສາມາດຜະລິດພືດຜັກ, ເຜືອກມັນຕ່າງໆ 2.009 ໂຕນ ທຽບໃສແຜນປີ ປະຕິບັດໄດ້ 65.45% ສາມາດຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ 702 ຕອນ,  ອອກໃບຕາດິນຕາມການສະເໜີ 226 ຕອນ, ແຈກຍ້າຍໃບຕາດິນ 1.062 ໃບ ແລະ ສາມາດສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດໄດ້ 1 ບ້ານຄື: ບ້ານໃຫຍ່ພັດທະນານໍ້າປຸກ, ສາມາດສ້າງບ້ານພັດທະນາ ໄດ້ທັງໝົດ 11 ບ້ານ ແລະ ຄອບຄົວພັດທະນາ ໄດ້ 1.678 ຄອບຄົວ, ວຽກງານອຸດສາຫະກໍາ ແລະ ການຄ້າ, ອອກທະບຽນວິສາຫະກິດ ໄດ້ທັງໝົດ 322 ຫົວໜ່ວຍ ທຶນຈົດທະບຽນ 49,74 ຕື້ກວ່າກີບ, ກອງປະຊຸມຕາງໜ້າແຕ່ລະຂົງເຂດໄດ້ພັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນ.

ໂອກາດນີ້, ສະຫາຍ ຄໍາແຍງ ຄອນໄຊຍະກິດ ຮອງເລຂາພັກ ແຂວງບໍ່ແກ້ວ ໄດ້ມີຄໍາເຫັນເນັ້ນໜັກຊີ້ນໍາຫຼາຍບັນຫາ, ເປັນຕົ້ນແມ່ນຄະນະບໍລິຫານງານພັກເມືອງທຸກຂັ້ນຕ້ອງໄດ້ເພີ້ມທະວີຍົກສູງວຽກງານວິຊາສະເພາະຂອງຕົນ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ໂດຍສະເພາະແມ່ນກຸ່ນແກ້ງກໍ່ຄວາມບໍ່ສະຫງົບໃນສັງຄົມໃຫ້ໝົດໄປ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະພັກໄດ້ ເຜີຍແຜ່ເຊື່ອມຊືມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ຕິດພັນກັບການລົງເຜີຍແຜ່ຜົນສໍາເລັດ, ເຊື່ອມຊຶມ ບັນດາມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ທົ່ວເຖິງ, ຕິດຕາມກວດກາໃຫ້ເປັນປົກກະຕິ ແລະ ຕິດພັນການສ້າງບ້ານນາມມະຍົດຕ່າງໃຫ້ມັນຖືກຕ້ອງ ແລະ ສອດຄ້ອງຕາມສະພາບໂຕຈິງ

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa