ວັນທີ 25 ກຸມພານີ້, ຫ້ອງການກະສິກໍາ ແລະ ສິ່ງແວດ ລ້ອມເມືອງຫ້ວຍຊາຍ, ຈັດກອງປະຊຸມຮັບຮອງການກວດກາປະເມີນທ້າຍສະໄໝຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງ ເມືອງຫ້ວຍຊາຍ ປະຈໍາປີ 2025, ໂດຍການເປັນປະທານຂອງ ທ່ານ ສຸກສະຫວັນ ແກ້ວປະເສີດ ຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍ, ເຂົ້າຮ່ວມມີ ທ່ານ ແກ່ນຈັນ ທໍາມະແສງ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ທ່ານ ຄໍາຜາຍ ວົງປະເສີດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ມີບັນດາຄະນະຮັບຜິດຊອບ ແລະ ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸກສະຫວັນ ແກ້ວປະເສີດ ຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍ, ໄດ້ຜ່ານຮ່າງບົດສະຫຼຸບການກວດການປະເມີນ ສະພາບພົ້ນທຸກ ແລະ ການພັດທະນາ ທ້າຍສະໄໝຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງເມືອງຫ້ວຍຊາຍ ປະຈໍາປີ 2025 ເພື່ອທົບທວນ, ກໍາແໜ້ນຈຸດປະສົງ, ລະດັບຄາດໝາຍ, ທັດສະນະ ແລະ ທິດນໍາ ດໍາລັດຂອງລັດຖະບານ ເລກທີ 348/ລບ ແລະ ບົດແນະນໍາ 0830/ກປ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ; ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ຄວາມເປັນເອກະພາບໃນການປະເມີນລະດັບການພັດທະນາຂອງຄອບຄົວ, ບ້ານ ແລະ ເມືອງ ພາຍຫຼັງໄດ້ເກັບກໍາຂໍ້ມູນຕົວຕັ້ງ, ຂໍ້ມູນໄລຍະຕົ້ນ ແລະ ກາງສະໄໝ ໃນປີຜ່ານມາ, ເພື່ອສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຫ້ວຍຊາຍ ຄັ້ງທີ XII ແລະ ປີທໍາອິດຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XIII, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງເມືອງ ແລະ ການພັດທະນາຈຸດສຸມຕ່າງໆ ໂດຍສະເພາະແມ່ນ ຈຸດສຸມສ້າງບ້ານພົ້ນທຸກ, ຈຸດສຸມສ້າງບ້ານພັດທະນາ, ຈຸດສຸມສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ແລະ ການສ້າງເມືອງເຂັ້ມແຂງຮອບດ້ານ ຕາມທີ່ໄດ້ກໍານົດໄວ້ໃນຄາດໝາຍສູ້ຊົນຂອງເມືອງ ແຕ່ປີ 2021-2025, ເພື່ອກວດກາ ແລະ ເກັບກໍາຂໍ້ມູນ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຂອງຄອບຄົວ, ບ້ານ ແລະ ເມືອງ ເປັນບ່ອນອີງທີ່ໜັກແໜ້ນໃຫ້ແກ່ການສະໜອງຂໍ້ມູນໃນການກໍານົດຄາດໝາຍສູ້ຊົນ, ການວາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X, ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ການກໍານົດຈຸດສຸມຕ່າງຂອງເມືອງ, ຂອງແຂວງ ແຕ່ປີ 2026-2030, ທົ່ວເມືອງ ມີຄອບຄົວພົ້ນທຸກ 13,603 ຄອບຄົວ ກວມ 92.74% ຂອງຄອບຄົວທັງໝົດທີ່ໄດ້ເກັບກໍາຂໍ້ມູນ; ທຽບໃສ່ຂໍ້ມູນຕົວຕັ້ງປີ 2019 (12,203 ຄອບຄົວ) ຄອບຄົວພົ້ນທຸກເພີ່ມຂຶ້ນ 1,400 ຄອບຄົວ ເທົ່າກັບ 11.47%; ທຽບໃສແຜນການ ແຕ່ປີ 2020-2025 (663 ຄອບຄົວ) ປະຕິບັດໄດ້ລື່ນຄາດໝາຍ 737 ຄອບຄົວ 111.16%. ມີຈໍານວນພົນລະເມືອງພົ້ນທຸກທັງໝົດ 75,070 ຄົນ, ຍິງ 37,374 ຄົນ, ມີຄອບຄົວທຸກຍາກ 1,065 ຄອບຄົວ ກວມ 7.26%, ທຽບໃສ່ຂໍ້ມູນຕົວຕັ້ງປີ 2019 (1,550 ຄອບຄົວ) ຄອບຄົວທຸກຍາກຫຼຸດລົງ 485 ຄອບຄົວ ເທົ່າກັບ 31.29%; ມີພົນລະເມືອງທຸກຍາກທັງໝົດ 6,391 ຄົນ, ຍິງ 3,296 ຄົນ, ທົ່ວເມືອງ ມີຄອບຄົວພັດທະນາ 11,565 ຄອບຄົວ ກວມ 78.85% ຂອງຄອບຄົວທັງໝົດ, ຄອບຄົວພັດທະນາເພີ່ມຂຶ້ນ 9,133 ຄອບຄົວ ເທົ່າກັບ 375.53%; ທຽບໃສ່ແຜນການ ແຕ່ປີ 2020-2025 (5,642 ຄອບຄົວ) ປະຕິບັດໄດ້ລື່ນຄາດໝາຍ 3,491 ຄອບຄົວ ເທົ່າກັບ 61.87%. ມີພົນລະເມືອງພັດທະນາທັງໝົດ 61,682 ຄົນ, ຍິງ 30,519 ຄົນ, ທົ່ວເມືອງ ມີບ້ານພົ້ນທຸກທັງໝົດ 81 ບ້ານ ກວມ 98.78%; ບ້ານພົ້ນທຸກເພີ່ມຂຶ້ນ 7 ບ້ານ ເທົ່າກັບ 9.45%; ທຽບໃສ່ແຜນການ ແຕ່ປີ 2020-2025 (8 ບ້ານ) ປະຕິບັດໄດ້ 87.5%, ມີບ້ານທຸກຍາກ 1 ບ້ານ ກວມ 1.22%; ບ້ານທຸກຍາກຫຼຸດລົງ 7 ບ້ານ ເທົ່າກັບ 87.5%. ທົ່ວເມືອງ ມີບ້ານພັດທະນາ 66 ບ້ານ ກວມ 80.49%; ບ້ານພັດທະນາເພີ່ມຂຶ້ນ 25 ບ້ານ ເທົ່າກັບ 60.97%; ທຽບໃສ່ແຜນການ ແຕ່ປີ 2020-2025 (29 ບ້ານ) ປະຕິບັດໄດ້ 86.20%. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນເຊີ່ງກັນແລະ ກັນ.
ພ້ອມດຽວກັນນີ້, ທ່ານ ແກ່ນຈັນ ທໍາມະແສງ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ໄດ້ມີຄຳເຫັນຕໍ່ກອງປະຊຸມຮັບຮອງຜົນການປະເມີນ ທ້າຍສະໄໝ, ທ່ານ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ທ່ານໄດ້ເນັ້ນໜັກໃຫ້ດັ່ງບັນດາຄະນຮັບຜິດຊອບໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບວຽກງານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແມ່ນມາດຕະການຍຸດທະສາດໃນສະເພາະໜ້າ ແລະ ຍາວນານຂອງພັກ, ຊຶ່ງຢາມໃດພັກ-ລັດເຮົາ ກໍ່ຖືເອົາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນວຽກບູລິມະສິດ ແລະ ເປັນໃຈກາງໃນການພັດທະນາເສດຖະກິດ-ສັງຄົມ, ການຜັນຂະຫາຍຈັດຕັ້ງປະຕິບັດ ມາດຕະຖານພົ້ນທຸກ ແລະ ການພັດທະນາ, ກໍ່ແມ່ນວຽກໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນ ແລະ ມີຄວາມຈໍາເປັນທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການປະເມີນໄລຍະທ້າຍສະໄໝຂອງການຈັດຕັ້ງປະຕິບັດດໍາລັດດັ່ງກ່າວ ຊຶ່ງຈະຕ້ອງໄດ້ດໍາເນີນຈາກຂັ້ນຄອບຄົວ ແລະ ຮາກຖານບ້ານຂຶ້ນມາຕາມຕົວຊີ້ບອກໃນມາດຕະຖານກໍານົດໄວ້, ເປົ້າໝາຍກໍ່ແມ່ນ ການສ້າງຄອບຄົວ, ບ້ານ ແລະ ເມືອງພົ້ນທຸກ; ການສ້າງຄອບຄົວ ແລະ ບ້ານພັດທະນາ, ການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ແລະ ເມືອງເຂັ້ມແຂງຮອບດ້ານ ເພື່ອສ້າງບັນດາເງື່ອນໄຂພື້ນຖານໃຫ້ເມືອງ, ແຂວງ ກໍ່ຄື ປະເທດຊາດ ຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາ ຕາມແຜນການຂອງລັດຖະບານວາງໄວ້.





ພາບ,ຂ່າວ: ບຸນຈັນ ບຸນປັນຍາ



