ກອງປະຊຸມສະໄໝສາມັນ ເທື່ອທີ 10 ສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ IV.

ກອງປະຊຸມສະໄໝສາມັນ ເທື່ອທີ 10 ສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ IV ໄດ້ໄຂຂຶ້ນຕອນເຊົ້າຂອງວັນທີ 29 ທັນວາ 2025ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ຈອມສີ ລັດຕະນະປັນ ປະທານສະພາປະຊາ ຊົນແຂວງ, ເຂົ້າຮ່ວມມີທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ, ທ່ານນາງ ທຸມມາລີ ວົງພະຈັນ ກຳມະການຄະນະປະ ຈຳສະພາແຫ່ງຊາດ ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ, ມີບັນດາຄະ ນະປະຈຳພັກແຂວງ, ກຳມະ ການພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ສອງກອງບັນຊາການ, ອົງການທຽບເທົ່າ ແລະ ພະນັກງານວິຊາການສະພາປະຊາຊົນແຂວງບໍ່ແກ້ວເຂົ້າຮ່ວມ.

ບັ້ນດຳເນີນກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 5 ປີ ຄັ້ງທີ IX( 2021-2025 )ປະຈຳປີ 2025 ແລະ ທິດທາງແຜນການປີ 2026ຈາກທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ ເຊິ່ງຍົກໃຫ້ເຫັນສະພາບລວມໃນການຈັດຕັ້ງປະຕິບັດຜນພັດທະນາເສດຖະກິດ-ວັດທະນະທຳສັງຄົມ, ໃນ 5 ປີ ຜ່ານມາລວມຍອດຜະລິດພັນພາຍໃນບັນລຸໄດ້ 33.134,64 ຕື້ກີບ, ເສດຖະ ກິດຂະຫຍາຍຕົວໃນລະດັບ 4,5%, ສະເລ່ຍລາຍຮັບໃສ່ຫົວຄົນຜູ້ໜຶ່ງໄດ້ 1.721,38 ໂດລາສະຫະລັດຕໍ່ຄົນຕໍ່ປີ, ປີ 2025 ເສດຖະກິດມີການຂະຫຍາຍຕົວໃນລະດັບ 5,2% ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 8.881,43 ຕື້ກີບ, ສະ ເລ່ຍລາຍຮັບໃສ່ຫົວຄົນຜູ້ໜຶ່ງໄດ້ 1.863,89 ໂດລາສະຫະລັດຕໍ່ຄົນຕໍ່ປີ ທຽບໃສ່ມະຕິສະພາປະຕິບັດໄດ້ 98,99%ຂອງແຜນການປີ. ພ້ອມນັ້ນໄດ້ຮັບຟັງການລາຍງານແຜນປະຕິບັດວຽກ ງານ 5 ວຽກຈຸດສຸມໃນແຜນຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການຍົກໃນ 5 ປີ ( 2021-2025 ) ທິດທາງແຜນການໃນຕໍ່ໜ້າ ແລະ ໄດ້ຮັບຟັງການຊີ້ແຈງ ກ່ຽວກັບການຈັດຕັ້ງປະຕິບັດກົດ ໝາຍ, ລະບຽບການຕໍ່ຜູ້ລະເມີດການລັກລອບພາສີນຳເຂົ້າສິນຄ້າ, ການຄ້າຂາຍເຖື່ອນລຽບຕາມຊາຍແດນຈາກພະແນກການເງິນແຂວງ, ຮັບຟັງການຊີ້ແຈງກ່ຽວ ກັບການແກ້ໄຂບັນດຫາເຄັ່ງຮ້ອນທາງດ້ານເສດ ຖະກິດ ໂດຍສະເພາະແມ່ນການຊອກຫາວິທີແກ້ໄຂບັນຫາລາຄາສິນຄ້າເພີ້ມຂຶ້ນສູງ ເຊິ່ງເປັນຜົນກະທົບຕໍ່ສັງ ຄົມໃນປະຈຸບັນ ເພື່ອໃຫ້ມີມາດຕະການໃນການຄຸ້ມຄອງລາຄາສິນຄ້າບໍ່ໃຫ້ຄຸມເຄືອ, ຮັບຟັງການຊີ້ແຈງກ່ຽວ ກັບການແກ້ໄຂບັນຫາໂຄງການເຊົ່າ, ສຳປະທານທີ່ດິນຂອງລັດ ເພື່ອດຳເນີນກິດຈະການຕ່າງໆທີ່ບໍ່ມີປະສິດ ທິພາບ, ປະສິດທິຜົນ, ໂຄງການທີ່ບໍ່ປະຕິ ບັດຕາມກົດໝາຍ ແລະ ສັນຍາ. ຈາກນັ້ນສະມາຊິກສະພາປະຊາ ຊົນແຂວງ ໄດ້ມີຄຳຊັກຖາມຕໍ່ກັບອົງການປົກຄອງແຂວງ ແລະ ບັນດາພະແນກການ ໂດຍສະເພາະແມ່ນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ, ບັນຫາສຳຄັນແມ່ນການຄຸ້ມ ຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ເພື່ອເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມໄດ້ຫັນເຂົ້າສູ່ລະບຽບກົດໝາຍຢ່າງຕັ້ງໜ້າ.%

ຂ່າວ: ບຸນຈັນ ມະນີໄຊ  ລົງວັນທີ 29 ທັນວາ 2025.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa