ວັນທີ 2 ມີນານີ້, ເມືອງຫ້ວຍຊາຍ ຈັດກອງປະຊຸມສະຫຼຸບວຽກງານການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນ ແຂວງບໍ່ແກ້ວ ຊຸດທີ V ປະຈໍາເຂດເລືອກຕັ້ງ ເມືອງຫ້ວຍຊາຍ, ໂດຍການເປັນປະທານຂອງ ທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ, ຫົວໜ້າ-ຮອງຫົວໜ້າໜ່ວຍເລືອກຕັ້ງເຂົ້າຮ່ວມ.
ທ່ານ ສຸກສະຫວັນ ແກ້ວປະເສີດ ຄະນະປະຈໍາພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ, ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງຫ້ວຍຊາຍ, ເມືອງຫ້ວຍຊາຍເປັນເມືອງໃຈກາງຂອງແຂວງ, ມີເນື້ອທີ່ທັງໝົດ 2.446,44 ກິໂລຕາແມັດ, ປະກອບມີ 13 ກຸ່ມບ້ານ, ມີ 82 ບ້ານ. ໃນນັ້ນ, ບ້ານທຸກຍາກມີ 01 ບ້ານ, ມີພົນລະເມືອງ ທັງໝົດ 88,151 ຄົນ, ຍິງ 44,591 ຄົນ. ໃນນັ້ນ, ຜູ້ມີສິດປ່ອນບັດເລືອກຕັ້ງທີ່ມີອາຍຸແຕ່ 18 ປີຂຶ້ນໄປມີ ທັງໝົດ 53,449 ຄົນ, ຍິງ 27,147 ຄົນ. ຜູ້ມາໃຊ້ສິດປ່ອນບັດຕົວຈິງ 54,119 ຄົນ, ຍິງ 31,540 ຄົນ, ບ່ອນອື່ນມາປ່ອນ 670 ຄົນ; ເຊິ່ງໄດ້ກໍານົດໜ່ວຍເລືອກຕັ້ງ ທັງໝົດ 74 ໜ່ວຍ(ມີ 14 ໜ່ວຍເຄື່ອນທີ່) ແລະ ມີໜ່ວຍເລືອກຕັ້ງ ຂອງ 02 ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນເມືອງ ແລະ ຂັ້ນແຂວງ 08 ໜ່ວຍ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງຫ້ວຍຊາຍ ແມ່ນໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດເວົ້າລວມ ເວົ້າສະເພາະ ຊາວເມືອງຫ້ວຍຊາຍ ພວມອອກແຮງແຂ່ງຂັນກັນຜັນຂະຫຍາຍເນື້ອໃນມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VII ແລະມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງຫ້ວຍຊາຍ ໃຫ້ເຂົ້າສູ່ລວງເລິກ ແລະ ໄດ້ຮັບການຈັດຕັ້ງຢ່າງມີໝາກມີຜົນ ຢ່າງກວ້າງຂວາງ, ໄປພ້ອມໆກັບການສ້າງຂະບວນການຂໍ່ານັບຮັບຕ້ອນວັນບຸນສໍາຄັນຕ່າງໆ ຂອງພັກ-ຂອງຊາດ, ອັນເຮັດໃຫ້ການກະກຽມເງື່ອນໄຂຕ່າງໆ ໃຫ້ແກ່ການເລືອກຕັ້ງໄດ້ດໍາເນີນໄປດ້ວຍບັນຍາກາດຝົດຟື້ນ ແລະເປັນຂະບວນກວ້າງຂວາງຕໍ່ເນື່ອງ, ແຕ່ງຕັ້ງ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ, ບັນດາອານຸກໍາມະການຊ່ວຍວຽກເລືອກຕັ້ງ ແລະການເຄື່ອນໄຫວຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງເພື່ອດຳເນີນການເລືອກຕັ້ງ, ເຊິ່ງປະກອບມີທັງໝົດ 05 ອານຸກໍາມະການ ຄື: ອະນຸກຳມະການເລຂານຸການ; ອະນຸກໍາມະການໂຄງປະກອບ ແລະ ບຸກຄະລາກອນ, ອະນຸກໍາມະການ ໂຄສະນາ ປຸກລະດົມຂະບວນການ, ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອະນຸກໍາມະການບໍລິຫານ – ງົບປະມານ, ຈາກນັ້ນຜູ້ເຂົ້າຮ່ວມໄດ້ປະຄໍາຄິດຄໍາເຫັນຢ່າງກົງໄປກົງມາ.
ໂອກາດນີ້, ທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາອານຸກໍາມະການໜ່ວຍເລືອກຕັ້ງ, ພ້ອມທັງເນັ້ນໜັກໃຫ້ບັນດາອານຸກໍາມະການໃນການຈັດຕັ້ງປະຕິບັດໃນການກະກຽມບັນດາເອກະສານພື້ນຖານ ແລະ ແຜນວຽກຕ່າງໆຮັບໃຊ້ບັ້ນເລືອກຕັ້ງຊຸດນີ້ເຫັນວ່າຍັງເຮັດບໍ່ໄປຕາມລະບົບ, ການຈັ້ດຕັ້ງເຊື່ອມຊືທເຜີຍແຜ່ນິຕິກໍາຕ່າງໆ, ສືບຕໍ່ໃນການປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍການເພີ່ມທະວີຊີ້ນໍາ-ນໍາພາຕົວຈິງຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໄດ້ເປັນຢ່າງດີ, ເພີ່ມທະວີຄວາມສາມັກຄີເອກະພາບເປັນອັນໜຶ່ງອັນດຽວໃນຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ກໍຄືທົ່ວພັກ, ທົ່ວປວງຊົນພາຍໃນເຂດເລືອກຕັ້ງໃຫ້ມີຄວາມສະຫງົບ ແລະ ປອດໄພ.





ພາບ,ຂ່າວ: ບຸນຈັນ ບຸນປັນຍາ



