ກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບການກະກຽມ ແລະ ການດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V.

 

 

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບການກະກຽມ ແລະ ການດຳເນີນການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ໄດ້ຈັດຂຶ້ນຕອນເຊົ້າ ຂອງວັນທີ 13 ມີນາ 2026ນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການເລືອກຕັ້ງຂັ້ນ ແຂວງ, ເຂົ້າຮ່ວມມີທ່ານ ຈອມສີ ລັດຕະນະປັນ ປະທານສະມາຊິກສະພາປະຊາຊົນແຂວງ, ມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ, ພະນັກງານວິຊາການ-ຜູ້ຊ່ວຍວຽກເຂົ້າຮ່ວມ.

ກອງປະຊຸມທ່ານ ດາລີວັນ ພູສະຫວັນ ຄະນະປະຈຳພັກແຂວງ ຫົວໜ້າອະນຸກຳ ມະການເລຂານຸການ ໄດ້ສະຫຼຸບຕີລາຄາຄືນ ກ່ຽວກັບການກະກຽມ ແລະ ການດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V. ຜົນສຳເລັດ ຄະນະກຳມະການເລືອກຕັງຂັນແຂວງ ໄດ້ຄົ້ນຄວ້າບຸກຄະລາກອນ ຜູ້ທີ່ມີເງື່ອນໄຂມາດຖານ ເພື່ອສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃນເປົ້າໝາຍທີ່ໄດ້ລົງຮັບສະໝັກເລືອກຕັ້ງເປັນ ສສຊ ຈຳນວນ 8 ທ່ານ, ບໍ່ໄດ້ລວມຂັ້ນສູນກາງລົງສະໝັກຢູ່ແຂວງ ແລະ ເປົ້າໝາຍລົງຮັບສະໝັກເລືອກຕັ້ງເປັນ ສສຂ ຈຳນວນ 35 ທ່ານ, ໄດ້ແນະ ນຳເປົ້າໝາຍຂອງຜູ້ຮັບສະໝັກປະກອບເອກະສານຕາມລະບຽບການ ເພື່ອໃຫ້ຄະນະກຳມະການເລືອກຕັ້ງລະດັບຊາດຮັບຮອງ, ຕອບສະໜອງວັດຖຸອຸປະກອນເພື່ອການເລືອກຕັ້ງໂດຍມີ ຫີບປ່ອນບັດໃນທົ່ວແຂວງທັງໝົດ 202 ໜ່ວຍ, ໃນນັ້ນໄດ້ສະໜອງຫີບປ່ອນບັດເຄື່ອນທີ 137 ຫີບ, ຖົງບັດເຄື່ອນທີ 28 ຖົງ, ຜົນຂອງການເລືອກຕັ້ງເຫັນວ່າມີຂະບວນ ການຝົດຟື້ນ, ຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວແຂວງ 132,290 ຄົນ, ຍິງ 65,277 ຄົນ, ຜູ້ມາໃຊ້ສິດຕົວຈິງທັງໝົດ 125,287 ຄົນ, ຍິງ 60,412 ຄົນ, ເຮັດໃຫ້ການເລືອກຕັ້ງຮັບ ປະກັນໄດ້400%, ຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງມີຄວາມຕື່ນຕົວໄປໃຊ້ສິດດ້ວຍຕົນເອງໄດ້ 100% ຮັບປະກັນບໍ່ໃຫ້ມີບັດຕາຍ 100%; ຮັບປະ ກັນຄວາມສະຫງົບ 100%; ຮັບປະກັນການປ່ອນບັດ, ການສັງ ລວມຄະແນນມີຄວາມໂປ່ງໃສ່ ແລະ ສະຫຼຸບລາຍງານວ່ອງໄວທັນເວລາໄດ້ 100% ມາຮອດປະຈຸບັນແມ່ນສຳເລັດ 100%. ຈາກນັ້ນຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນ ເພື່ອປັບປຸງຈຸດອ່ອນທີ່ຍັງຄົງຄ້າງໂດຍສະເພາະແມ່ນ ການເກັບກຳຂໍ້ມູນສະຖິຕິຂອງຜູ້ມີສິດເລືອກຕັ້ງໃຫ້ວ່ອງໄວ, ລະອຽດຊັດເຈນ, ເພື່ອໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການເລືອກຕັ້ງ 400% ທີ່ໄດ້ກຳນົດໄວ້.

ໂອກາດນີ້ທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ປະ ທານກອງປະຊຸມ ໄດ້ຊີ້ນຳເນັ້ນໜັກໃຫ້ຄະນະກຳມະການເລືອກຕັ້ງ ແລະ ຄະນະຮັບ ຜິດຊອບບັ້ນເລືອກຕັ້ງ ຈົ່ງຍົກສູງຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນຕື່ມ, ຖືເອົາຈຸດອ່ອນໃນບັ້ນເລືອກຕັ້ງຊຸດນີ້ໃຫ້ເປັນພື້ນຖານ ແລະ ພ້ອມກັນເອົາໃຈໃສ່ຕື່ມໃນການຈັດຕັງປະຕິບັດວຽກງານໃຫ້ບັນລຸຜົນສຳເລັດຢ່າງຕັ້ງໜ້າ, ບັນຫາສຳຄັນແມ່ນການຍູ້ແຮງທຸກຂະບວນການໃຫ້ຝົດຟື້ນກວ່າເກົ່າ, ຖືເອົາ ບັ້ນເລືອກຕັ້ງຄັ້ງນີ້ເປັນບົດຮຽນ ແລະ ເປັນປະສົບການ, ຊອກເຫັນໃຫ້ໄດ້ເຖິ່ງທາດແທ້ແບບແຜນໃນການເຮັດ ວຽກຢ່າງມີຈຸດສຸມ, ມີພື້ນຖານ, ແທດເຖິ່ງຮາກຖານຢ່າງຈິງຈັງ, ເຮັດໃຫ້ການເລືອກຕັ້ງໃນຊຸດຕໍ່ໄດ້ໄດ້ຮັບໝາກຜົນທີ່ດີ, ເພື່ອເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເພື່ອປະຊາຊົນ, ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຢ່າງຊອບທຳ, ປັດໄຈສຳຄັນແມ່ນການເປັນຜູ້ແທນໃຫ້ແກ່ປະຊາຊົນຢ່າງແທ້ຈິງ.

ພາບ-ຂ່າວ: ບຸນຈັນ ມະນີໄຊ, ວັນທີ 13 ມີນາ 2026.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa