





ກອງປະຊຸມປຶກສາຫາລື ວຽກງານກະກຽມ ແລະ ດຳເນີນການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V. ຈັດຂຶ້ນໃນຕອນແລງຂອງວັນທີ 22 ທັນວາ 2025ນີ້ ທີ່ຫ້ອງວ່າການແຂວງໂດຍການເປັນປະທານຂອງທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ທ່ານ ຈອມສີ ລັດຕະນະປັນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 5, ປະທານສະພາປະຊາຊົນແຂວງ, ມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຄະນະຮັບຜິດຊອບ ແລະ ພະງານນັກງານວິຊາການສະພາປະຊາຊົນແຂວງເຂົ້າຮ່ວມ.
ທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ໄດ້ກ່າວວ່າ: ກອງປະຊຸມປຶກສາຫາລືຄັ້ງນີ້ ເພື່ອເປັນການກະກຽມດຳ ເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ຮັບປະກັນໃຫ້ແກ່ການກະ ກຽມ ແລະ ດຳເນີນການເລືອກຕັ້ງໄປຕາມຂັ້ນຕອນ, ກອງປະຊຸມຄັ້ງແມ່ນຈະໄດ້ແບ່ງຄວາມຮັບຜິດຊອບໃຫ້ບັນດາອານຸກຳມະການຮັບຜິດຊອບໂດຍກົງ. ຈາກນັ້ນທາ່ນ ບົວຮອງ ແກ້ວສຸບັນ ຮັກສາການເລຂາທິການ ສະພາປະຊາຊົນແຂວງ ໄດ້ຜ່ານມະຕິ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອດຳເນີນການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V, ແຜນດຳເນີນງານ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຜ່ານມະຕິ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບໂດຍກົງໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະ ພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ໃຫ້ໄປຕາມຂັ້ນຕອນ ແລະ ບັນລຸຕາມຄາດໝາຍ.
ພ້ອມນັ້ນບັນດາອານຸກຳມະການໄດ້ປະກອບຄຳເຫັນແລກປ່ຽນບົດຮຽນ ກ່ຽວ ກັບແຜນດຳເນີນງານການຈັດປະຕິບັດວຽກງານຕົວຈິງ ໂດຍຈັດຕັ້ງຜັນຂະຫຍາຍລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເຂົ້າສູ່ລວງເລິກ ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ໄດ້ດຳເນີນໄປຢ່າງຖືກຕ້ອງຕາມຂັ້ນຕອນ, ວ່ອງໄວ, ໂລ່ງລ່ຽນ, ມີປະສິດທິພາບ, ປະສິດທິຜົນ, ການຈັດຕັ້ງປະຕິບັດແຜນດຳເນີນງານແມ່ນໃຫ້ໄປຕາມ 4 ບາດກ້າວ: ບາດກ້າວທີ1 ແມ່ນບາດກ້າວການກະກຽມບັນດາເອກະສານພື້ນຖານ-ແຜນການຮັບໃຊ້ຕ່າງໆຮັບໃຊ້ບັ້ນເລືອກຕັ້ງ, ບາດກ້າວທີ2 ແມ່ນຜັນຂະຫຍາຍຈາກບາດກ້າວທຳອິດບາດກ້າວທີ3 ເປັນບາດກ້າວຕິດຕາມ, ຊຸກຍູ້ ແລະ ຜັນຂະຫຍາຍວຽກງານຕ່າງໆເພື່ອການເລືອກຕັ້ງ, ບາດກ້າວສຸດທ້າຍແມ່ນໃຫ້ຈັດຕັ້ງປະຕິບັດພາຍຫຼັງປ່ອນບັດເລືອກຕັ້ງ ເພື່ອຮັບປະກັນການຈັດຕັ້ງປະຕິບັດທຸກວຽກງານທີ່ກຳນົດໄວ້ໃນແຕ່ລະບາດກ້າວໃຫ້ສຳເລັດທັນຕາມກຳນົດເວລາ.
ຂ່າວ: ບຸນຈັນ ມະນີໄຊ.
ແອດມິນ: ທອງຈັນ ວົງປັນຍາ.



