ກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍ່ແກ້ວ ປະຈຳໄຕມາດ I ແລະ ທິດທາງແຜນການປະຈຳໄຕມາດ II ປີ 2026.

ກອງປະຊຸມຄົບຄະນະບໍລິຫານການພັກແຂວງບໍ່ແກ້ວ ປະຈຳໄຕມາດ I ແລະ ທິດທາງແຜນການປະຈຳໄຕມາດ II ປີ 2026 ໄດ້ໄຂຂຶ້ນຕອນເຊົ້າຂອງວັນທີ 6 ເມສາ 2026ນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພົ.ຈວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານການພັກແຂວງບໍ່ແກ້ວ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງ, ຫ້ອງການ, ສອງກອງບັນຊາການ, ເຈົ້າເມືອງ 5 ເມືອງອ້ອມຂ້າງແຂວງເຂົົ້າຮ່ວມ.

ໃນກອງປະຊຸມສະຫາຍ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ໄດ້ຜ່ານບົດສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິ ບັດວຽກງານຮອບດ້ານປະຈຳ 4 ເດືອນຕົ້ນປີ ແລະ ທິດ ທາງແຜນການເດືອນ 5-6 ປະຈຳປີ2026  ໃນຕໍ່ໜ້າ. ຕະຫຼອດໄລຍະຜ່ານມາແມ່ນໄດ້ຖືເອົາວຽກງານສຶກສາອົບ ຮົມການເມືອງແນວຄິດເປັນບັນຫາສຳຄັນໂດຍຖືເອົາ 5 ຫຼັກການ 3 ທິດນຳເຂົ້າໃນການກໍ່ສ້າງພັກ-ພະ ນັກງານ, ເຮັດໃຫ້ພະນັກງານສະມາຊິກພັກ-ລັດຖະກອນມີຄວາມໜັກແໜ້ນທາງດ້ານການຈັດຕັ້ງ, ເຂັ້ມແຂງ ທາງດ້ານການນຳພາຕາມ 7 ໜ້າທີ 11 ສິດຂອງພັກວາງອອກ, ດ້ານວຽກງານເສດຖະກິດຂອງແຂວງໄດ້ຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຜ່ານມາສາມາດ ຈັດເກັບລາຍຮັບເຂົ້າງົບປະມານຂອງແຂວງປີ 2026 ຮອດວັນທີ 30 ມີນາ ດ້ານລາຍຮັບປະຕິບັດໄດ້ 367,33 ຕື້ກີບ ໃນນີ້ພູດສູນກາງປະຕິບັດໄດ້ 181,51 ຕື້ກີບ, ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 185,82 ຕື້ກີບ. ໃນປີ 2026ນີ້ ໄດ້ຮັບອະນຸມັດການລົງທຶນຂອງລັດຈາກສະພາແຫ່ງຊາດ ມີ 170 ໂຄງການມູນຄ່າ 4,601.73 ລ້ານກີບ, ວຽກງານຄຸ້ມຄອງມະຫາພາກໄດ້ຊຸຸກຍູ້ການຜະລິດຂອງປະຊາ ຊົນໃນລະດູແລ້ງ: ການຜະລິດເຂົ້ານາແຊງໃນເນື້ອທີ 376.54 ເຮັກຕາ, ຄາດຄະເນຜົນຜະລິດຈະໄດ້ 2,742 ໂຕນ, ຊຸກຍູ້ການປູກພືດເປັນສິນຄ້າໃນເນື້ອທີ່ 5,642 ເຮັດຕາ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄດ້ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໂດຍຖືເອົາຄອບຄົວ ເພື່ອເຮັດໃຫ້ເສດຖະກິດຂອງປະຊາຊົນມີທ່າຂະຫຍາຍຕົວດີຂຶ້ນ, ດ້ານວຽກງານອຸດສາຫະກຳ-ການຄ້າໄດ້ຄຸ້ມຄອງລາຄາ ແລະ ຄ່າບໍລິການໃນການລົງຕິດຕາມລາຄາສິນຄ້າໃນທ້ອງຕະຫຼາດຕາມນະໂຍບາຍລາຄາດຽວເຫັນວ່າລາຄາບາງຊະນິດມີທ່າອ່ຽງເພີ່ມຂຶ້ນ ຕາມອັດຕາແລກປ່ຽນຂອງເງິນຕາ ສ້າງສິ່ງອຳນວຍຄວາມສະດວກ ເພື່ອດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າໃນການພັດທະນາດ້ານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳມູນຄ່າຜະລິດຕະ ພັນປະຕິບັດໄດ້ 80.17 ຕື້ກີບທຽບໃສ່ປີຜ່ານມາເພີ່ມຂຶ້ນ 73 ຫົວໜ່ວຍ, ມູນຄ່າຈໍລະຈອນສິນຄ້າປະຕິບັດໄດ້ 0.30ຕື້ກີບມູນຄ່າສິນຄ້າສົ່ງອອກ ປະຕິບັດໄດ້ 15,30%, ມູນຄ່ານຳເຂົ້າປະຕິບັດໄດ້ 26,85 ລ້ານໂດລາ ໄດ້ເອົາໃຈໃສ່ຕິດຕາມກວດກາ ແລະ ທຳລາຍສິນຄ້າໃນທ້ອງຕະຫຼາດທີ່ໝົດອາຍຸ, ສິນຄ້າຕ້ອງຫ້າມ, ສິນຄ້າປອມ ແປງ ແລະ ນຳໄປທຳລາຍຕາມລະບຽບການ ພ້ອມທັງໄດ້ປັບປຸງ ແລະ ກຳນົດລາຄາສິນຄ້າຄືນໃນທ້ອງຕະຫຼາດ ຕາມຄວາມເໝາະສົມ. ກອງປະຊຸມບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ປະກອບຄຳເຫັນຕໍ່ກັບວຽກງານໃນຂົງເຂດຄວາມຮອບຜິດຊອບຂອງຕົນ ເພື່ອລາຍງານສະພາບການຈັດຕັ້ງປະຕິບັດວຽກງານດ້ານອື່ນໆ ແລະ ດ້ານອ່ອນ ຂໍ້ ຄົງຄ້າງ ເພື່ອສືບຕໍ່ແກ້ໄຂໃນຕໍ່ໜ້າ, ຮັບປະກັນໃຫ້ແຂວງມີສະຖຽນນະພາບທາງດ້ານການເມືອງທີ່ໜັກແໜ້ນເຂັ້ມແຂງ, ສັງຄົມມີຄວາມສະຫງົບປອດໄພ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຄວາມສະດວກໃນການພັດທະນາແຂວງຢ່າງຮອບດ້ານ ແລະ ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງເທື່ອລະກ້າວ.

ຂ່າວ: ບຸນຈັນ ມະນີໄຊ ວັນທີ 6 ເມສາ 2026.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa