ວັນທີ 22 ກຸມພາ 2026 ນີ້ ຢູ່ທີສະໂມສອນກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາຂັ້ນແຂວງ ຊຸດທີ V ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ແສງເພັດ ແສງມະນີ ກຳມະການພັກແຂວງ,ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ,ພ້ອມດ້ວຍຄະນະພັກ-ຄະນະບັນຊາ 6 ຫ້ອງ,ບັນດາກົມກອງອ້ອມຂ້າງ ຕະຫຼອດຮອດນາຍ ແລະ ພົນທະຫານເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫລ້າ ຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນອະທິບາຍວິທີການ, ຂັ້ນຕອນການປ່ອນບັດ, ຂີດບັດເລືອກເອົາ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ສະຫາຍໃຫ້ຮູ້ວ່າ: ເພື່ອເຮັດໃຫ້ບັ້ນການປ່ອນບັດເລື່ອນຕັ້ງໃນຄັ້ງນີ້ ມີຄວາມເປັນລະບຽບຮຽບຮ້ອຍ, ຈົບງາມ ແລະ ຖືກຕ້ອງ ຕາມຫລັກການຂັ້ນຕອນ ເພື່ອບໍ່ໃຫ້ເກີດບັນຫາບັດຕາຍ, ເຊິ່ງຜູ້ສະໝັກ ສສຊ ທັງໝົດມີ 10 ທ່ານ ຂີດອອກ 3 ທ່ານ ເລືອກເອົາ 7 ທ່ານ, ຜູ້ສະໝັກ ສສຂ ມີ 7 ທ່ານ ຂີດອອກ 2 ທ່ານ ເລືອກເອົາ 5 ທ່ານ ເພື່ອເຮັດໃຫ້ການປ່ອນບັດເປັນໄປຕາມແຜນການ ແລະ ທຸກສະຫາຍທີ່ມີສິດປ່ອນບັດເລືອກເອົາຕົວແທນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ຖືກຕ້ອງ. ເພື່ອເປັນການເລືອກເອົາຕົວແທນຂອງປະຊາຊົນ ທຸກຊັ້ນຄົນ ເພື່ອເປັນຕົວແທນອອກສຽງ. ນໍາເອົາຄໍາຄິດຄໍາເຫັນຂອງປະຊາຊົນ ເຂົ້າໄປນໍາສະເໜີໃນສະພາແຂວງ, ສະພາແຫ່ງຊາດຕາມຂັ້ນໃຫ້ຖືກຕ້ອງ.
ຈາກນັ້ນ ສະຫາຍ ພັນເອກ ແສງເພັດ ແສງມະນີ,ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມຄະນະ ໄດ້ນໍາໜ້າພະນັກງານ-ນັກຮົບ ປ່ອນບັດ ເລືອກເອົາ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຕາມລຳດັບ ດ້ວຍບັນຍາກາດຄຶກຄື້ນ.












ພາບ-ຂ່າວ: ນີ່ ທຳມະວົງ.



