ກວດກາ ຄວາມຄືບໜ້າຂອງໂຄງການກໍ່ສ້າງຮົ້ວຖາວອນອ້ອມໂຮງຮຽນ ແລະ ລະບົບສະໜອງນໍ້າໃຊ້ໃຫ້ແກ່ໂຮງຮຽນ ມສ ນໍ້າເມິງ ແລະ ໂຮງຮຽນ ມສ ນໍ້າຍູ້

ວັນທີ 7 ເມສາ 2026, ພາກສວນທີ່ກ່ຽວຂ້ອງ ເມືອງເມິງ ແຂວງບໍ່ແກ້ວ ໄດ້ລົງເຄື່ອນໄຫວຕິດຕາມ, , ກວດ ຄວາມຄືບໜ້າຂອງໂຄງການກໍ່ສ້າງ ຮົ້ວຖາວອນອ້ອມໂຮງຮຽນ ແລະ ລະບົບສະໜອງນໍ້າໃຊ້ໃຫ້ແກ່ໂຮງຮຽນ ມສ ນໍ້າເມິງ ແລະ ໂຮງຮຽນ ມສ ນໍ້າຍູ້ ເຊິ່ງນໍາໂດຍ ທ່ານ ສິວິໄລ ສີຫາລາດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ, ມີພາກສວນທີ່ກ່ຽວຂ້ອງ ຂອງເມືອງ, ຕ່າງໜ້າບໍລີສັດຜູ້ຮັບເໝົາ, ພະນັກງານວິຊາການຜູ້ປະສານງານຂອງໂຄງການ ແລະ ພາກສວນທີ່ກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ.

ຕາມການລາຍຂອງພະນັກງານວິຊາການຜູ້ປະສານງານຂອງໂຄງການໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນໄດ້ເລີ່ມການກໍ່ສ້າງມາແຕ່ຕົ້ນເດືອນສິງຫາ ປີ 2025 ມາຮອດປັດຈຸບັນແມ່ນໄດ້ສໍາເລັດ 100% ປະກອບມີ 2 ໂຮງຮຽນຄື: ໂຮງຮຽນ ມສ ນໍ້າເມິງ ຕັ້ງຢຸ່ບ້ານລາດຄູນເມືອງ ແລະ ໂຮງຮຽນ ມສ ນໍ້າຍູ້ ຕັ້ງຢູ່ບ້ານຫ້ວຍດອກທອງ ທັງສອງໂຮງຮຽນແມ່ນໄດ້ຮັບທຶນການກໍ່ສ້າງຈາກໂຄງການແຜນງານພັດທະນາທ້ອງຖີ່ນລາວ/338 ເປັນຕົ້ນການສ້າງຮົ້ວຖາວອນອ້ອມໂຮງຮຽນ ມສ ນໍ້າເມິງ ມີຄາວມຍາວທັງໝົດ 600 ກ່ວາແມັດ ແລະ ພ້ອມທັງກໍ່ສ້າງລະບົບສະໜອງນໍ້າໃຊ້ໃຫ້ແກ່ໂຮງຮຽນ ມສ ນໍ້າເມິງ ແລະ ໂຮງຮຽນ ມສ ນໍ້າຍູ້ ປະກອບມີອາຄານເກັບຖັງນໍ້າ 1 ຫຼັງ ພ້ອມດ້ວຍອຸປະກອນຄົບຊຸດ ລວມມູນຄ່າການກໍ່ສ້າງທັງໝົດ 839 ລ້ານກ່ວາກີບ ຮັບເໝົາການກໍ່ສ້າງໂດຍບໍລິສັດ ໄຊຄູນຊັບ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດ່ຽວ.

ໃນໂອກາດດ່ຽວກັນນີ້ ທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ແລະ ພາກສວນທີ່ກ່ຽວຂ້ອງຂອງເມືອງ ພາຍຫຼັງທີ່ໄດ້ລົງສໍາຫຼວດຕົວຈິງ ຍັງເຫັນວ່າບາງຈຸດບາງອັນຍັງບໍ່ທັນລະອຽດຕາມແຜນ ກໍ່ຄືການອອກແບບເປັນຕົ້ນແມ່ນ: ອາຄານເກັບຖັງນໍ້າ ຍັງບໍ່ທັນລະອຽດເທົ່າທີຄວນ ແລະ ໄດ້ຮຽກມາຍັງຜູ້ຮັບເໝົາ ໃຫ້ເອົາໃຈໃສ່ສຶບຕໍ່ຈັດຕັ້ງປະຕິບັດປັບປຸງຄືນ, ຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ ທັງນີ້ກໍ່ເພຶ່ອເຮັດໃຫ້ໜ້າວຽກໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ກໍານົດໃວ້.

 

ຂ່າວ: ອຸ່ນຄໍາ ຂັນວາລິດ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa