
ກອງປະຊຸມໃຫ່ຍ ຄັ້ງທີ III ຂອງໜ່ວຍພັກ ຄະນະຈັດຕັ້ງ ເມືອງຜາອຸດົມ ໄດ້ໄຂຂື້ນ ແລະ ອັດລົງດ້ວຍຜົນສຳເລັດ ຢ່າງເປັນທາງການ ໃນວັນທີ 21 ຕຸລາ 2026ນີ້ ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມເມືອງ ພາຍໃຕ້ການເປັນປະທານ ຂອງສະຫາຍ ບົວເກດ ສືບໄຊຍາ ຄະນະປະຈຳພັກເມຶືອງ ເລຂາໜ່ວຍພັກ ຄະນະຈັດຕັ້ງເມືອງ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ສະຫາຍ ພູມີ ຄຳໂພທອນ ຮອງຫົວໜ້າຄະນະຈັດຕັ້ງເມືອງ, ມີຄະນະຮັບຜິດຊອບຂອງເມືອງ, ສະມາຊິກພັກສົມບຸນ-ສຳຮອງ ແລະແຂກເຊີນເຂົ້າຮ່ວມ.
ກອງປະຊຸມ ໃນຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ຕະຫຼອດໄລຍະ 5 ປີທີຜ່ານມາຄະນະໜ່ວຍພັກ ຄະນະຈັດຕັ້ງເມືອງຜາອຸດົມ ໄດ້ສຸມໃສ່ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງ ຄັ້ງທີ XIII ແລະ ຈັດຕັ້ງຜັນຂະຫຍາຍແຜນພັດທະນາ ເສດຖະກິດຂອງເມືອງ ຕິດພັນກັບສອງວ່າລະແຫ່ງຊາດ ໃນສະພາບແວດລ້ອມທີ່ມີຄວາມຫຍຸ້ງຍາກສັບສົນ ມີທັງກາລະໂອກາດເອື້ອອໍານວຍ ແລະ ສິ່ງທ້າທາຍຫຼາຍດ້ານ, ໜ່ວຍພັກຄະນະຈັດຕັ້ງເມືອງ ແມ່ນໜ່ວຍພັກເອກະລາດ ທີ່ຂຶ້ນກັບຄະນະບໍລິຫານງານພັກເມືອງ ມີພາລະບົດບາດ, ສິດ ແລະໜ້າທີຂອງຕົນໃນການເຄື່ອນໄຫວວຽກງານ ໃນຄວາມຮັບຜິດຊອບ, ມີສະມາຊິກພັກທັງໝົດ 10 ສະຫາຍ; ຍິງ 4 ສະຫາຍ; ໄດ້ນໍາເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບພັກ, ກົດໝາຍຂອງລັດ, ມູນເຊື້ອຂອງຊາດ, ຂອງພັກ ແລະ ນິຕິກຳຕ່າງໆ ມາເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນໜ່ວຍພັກ, ຕິດພັນກັບການສຶກສາອົບຮົມອົບແນວຄິດໃຫ້ສະມາຊິກພັກ ດ້ວຍຫຼາຍຮູບ ຫຼາຍສີ ຜ່ານການສຶກສາອົບຮົມການເມືອງ-ແນວຄິດ ໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຮັບຮູ້ເຖິງແນວທາງຂອງພັກ, ແນວຄິດ ທ່ານ ປະທານ ໄກສອນ ພົມວິຫານ ແລະ ມີແນວຄິດເຊື່ອໝັ້ນຕໍ່ລະບອບປະຊາທິປະໄຕ ປະຊາຊົນ, ສາມາດຈໍາແນກໄດ້ມິດ-ສັດຕູຢ່າງຈະແຈ້ງ ບໍ່ມີແນວຄິດລັງເລທໍ້ຖອຍຕໍ່ການຈັດຕັ້ງໃດໆ. ວ່າລະກອງປະຊຸມ ຜູ້ມີສິດປ່ອນບັດ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິງມີຜູ້ລົງສະໝັກທັງໝົດ 5 ສະຫາຍ ເລືອກເອົາ 3 ສະຫາຍ ຜ່ານການປ່ອນບັດຄັດເລືອກ ເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ບົວເກດ ສືບໄຊຍາ ເປັນເລຂາ ໜ່ວຍພັກ ຊຸດໃໝ່, ສະຫາຍ ພູມີ ຄຳໂພທອນ ເປັນຮອງເລຂາໜ່ວຍພັກ ຮັບຜິດຊອບວຽກງານກວດກາ, ສະຫາຍ ສາລີ ສຸລິຍະແສງ ເປັນຄະນະໜ່ວຍພັກ.
ໂອກາດດັ່ງກ່າວ ກອງປະຊຸມ ສະຫາຍ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໄດ້ມີຍັງມີຄຳເຫັນໂອ້ລົມເໜັ້ນໜັກບາງບັນຫາທີ່ສຳຄັນເຊັນວ່າ: ໃຫ້ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ເປັນ ແຜນງານ, ໂຄງການ ແລະ ສ້າງເປັນນິຕິກຳລະອຽດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ຢ່າງເປັນຂະບວນຕໍ່ເນື່ອງ, ມີປະສິດທິຜົນ, ພາຍຫຼັງສຳເລັດກອງປະຊຸມນີ້ແລ້ວ ໃຫ້ຮີບຮ້ອນແບ່ງວຽກ-ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະພັກ ໃຫ້ແຕ່ລະສະຫາຍໃຫ້ລະອຽດອຽດ, ຈະແຈ້ງ, ມີຄວາມເສຍສະຫຼະເພື່ອເຮັດສຳເລັດຫນ້າທີ່ໆຖືກມອບຫມາຍ, ບັນດາສະຫາຍຄະນະພັກຊຸດໃໝ່ ຕ້ອງຢຶດຫມັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນໍາພາ ແລະ ມີຄວາມຮັບຜິດຊອບໂດຍກົງຕໍ່ຜົນໄດ້-ຜົນເສຍ ຂອງວຽກງານທີ່ຖືກມອບຫມາຍ, ຕ້ອງສືບຕໍ່ຕັ້ງຫນ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ເປັນແບບຢ່າງນໍາຫນ້າດ້ານຄວາມຈົງຮັກພັກດີ ແລະ ຄວາມຊື່ສັດສຸດຈະຫຼິດຕໍ່ອຸດົມຄະຕິຂອງພັກ ແລະ ຜົນປະໂຫຍດຂອງປະເທດຊາດ, ມີຄວາມສາມັກຄີຮັກແພງ, ມີຄວາມຈິງໃຈຕໍ່ຫມູ່ຄະນະ, ຊ່ວຍເຫຼືອກໍ່ສ້າງຫມູ່ຄະນະໃຫ້ມີຄວາມເຂັ້ມແຂງ, ດໍາລົງຊີວິດແບບປອດໃສຂາວສະອາດ, ດຸຫມັ່ນ, ຊື່ສັດ, ກຳແຫນ້ນ ແລະ ຮູ້ຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ມະຕິຄໍາສັ່ງໃຫ້ເປັນແຜນການ, ເປັນໂຄງການວຽກງານລະອຽດ ທີ່ສອດຄ່ອງກັບຈຸພິເສດ, ທ່າແຮງບົ່ມຊ້ອນ, ທັງຮູ້ນໍາພາຈັດຕັ້ງປະຕິບັດ ແນວທາງແຜນການທີ່ວາງອອກໃຫ້ເກີດເປັນຈິງ.
ຂ່າວ: ພອນສະຫວັນ ມະນີສີ
ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.