
ຕອນເຊົ້າ ວັນທີ 21 ຕຸລາ 2026 ນີ້, ທີ່ສະໂມສອນ ເມືອງຕົ້ນເຜິ້ງ ໄດ້ຈັດກອງປະຊຸມ ວຽກງານກວດກາ ທົ່ວເມືອງ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາ ໄລຍະ 5 ປີ ຜ່ານມາ ( 2021-2025) ແລະ ວາງທິດທາງແຜນການວຽກງານຮອບດ້ານໃນຕໍ່ໜ້າ ໂດຍການເປັນປະທານຂອງ ສະຫາຍ ອຸ່ນຄໍາ ທຳມະເລີດ ກຳມະການພັກແຂວງ ເລຂາພັກເມືອງ ຕົ້ນເຜິ້ງ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ ປະທານກວດກາພັກ – ລັດແຂວງ ບໍ່ແກ້ວ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ມີ ສະຫາຍ ປະສິດ ທິບພະວັນ ຮອງເລຂາພັກເມືອງ ປະທານກວດກາພັກ – ລັດເມືອງ ຕົ້ນເຜິ້ງ, ມີຄະນະບໍລິຫານງານພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາ – ຮອງເລຂາໜ່ວຍພັກ ຕະຫຼອດ ຜູ້ເຮັດວຽກງານກວດກາຈາກບັນດາຮາກຖານພັກ ແລະ ໜ່ວຍພັກອ້ອມຂ້າງເມືອງ ເຂົ້າຮ່ວມ.
ກອງປະຊຸມ, ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະ 5 ປີຜ່ານມາ (2021-2025) ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໂດຍສະເພາະແມ່ນການຕິດຕາມ, ກວດກາການຈັດຕັ້ງປະຕິບັດມະຕິ, ຄຳສັ່ງຂອງພັກ, ກົດໝາຍຂອງລັດ, ການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ການແກ້ໄຂຄຳຮ້ອງ ຄໍາສະເໜີ ຂອງປະຊາຊົນ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນເມືອງ. ໃນໄລຍະ 5 ປີຜ່ານມາ ດ້ານວຽກງານຄົ້ນຄວ້າ ແລະ ເຊື່ອມຊຶມ: ໄດ້ເອົາໃຈໃສ່ເຜີຍແຜ່, ເຊື່ອມຊຶມເອກະສານຕ່າງໆ ຂອງພັກ – ລັດ ເປັນຕົ້ນແມ່ນມະຕິຂອງກອງປະຊຸມໃຫຍ່ຂັ້ນຕ່າງໆ, ກົດໝາຍວ່າດ້ວຍການກວດກາ, ກົດໝາຍຕ້ານການສໍ້ລາດບັງຫຼວງ, ກົດໝາຍແກ້ໄຂຄຳຮ້ອງ – ຄໍາສະເໜີ ແລະ ດຳລັດ, ຂໍ້ຕົກລົງຕ່າງໆໃຫ້ແກ່ສະມາຊິກພັກ – ພະນັກງານລັດຖະກອນ. ວຽກງານຕິດຕາມ ແລະ ກວດກາພັກ: ໄດ້ຕິດຕາມການຈັດຕັ້ງປະຕິບັດມະຕິຄຳສັ່ງ, ການຄຸ້ມຄອງສິນຂອງສະມາຊິກພັກ – ພະນັກງານ. ເກັບເງິນບຳລຸງພັກເປັນປົກກະຕິ ແລະ ໄດ້ນຳໃຊ້ເຂົ້າໃນວຽກງານຕ່າງໆ. ວຽກງານແກ້ໄຂຄຳຮ້ອງ – ຄຳສະເໜີ: ໄດ້ຮັບ ແລະ ແກ້ໄຂຄຳສະເໜີຂອງພົນລະເມືອງ ພ້ອມທັງປະສານສົມທົບແກ້ໄຂຕາມລະບຽບກົດໝາຍ. ວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ: ໄດ້ຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ຂອງເມືອງ, ໂຄງການລົງທຶນຂອງລັດ ພ້ອມທັງຈັດຕັ້ງເຜີຍແຜ່ກົດໝາຍຕ້ານການສໍ້ລາດບັງຫຼວງ ແລະ ຈັດຕັ້ງປາຖະກະຖາວັນຕ້ານການສໍ້ລາດບັງຫຼວງ ( 9 ທັນວາ) ໃນໂອກາດຄົບຮອບແຕ່ລະປີ. ວຽກງານແຈ້ງຊັບສິນ ແລະ ລາຍຮັບ: ໄດ້ຈັດຕັ້ງປະຕິບັດການແຈ້ງຊັບສິນ ແລະ ລາຍຮັບ ຕາມດຳລັດ ເລກທີ 159/ລບ ໃຫ້ພະນັກງານລັດຖະກອນທົ່ວເມືອງ. ສຳລັບທິດທາງແຜນການ 5 ປີໜ້າ (2026-2030) ຄະນະກວດກາພັກເມືອງ ຈະສືບຕໍ່ ຍົກສູງບົດບາດການນຳພາຂອງພັກ, ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດດ້ວຍກົດໝາຍ, ເອົາໃຈໃສ່ກວດກາໂຄງການພັດທະນາເສດຖະກິດ – ສັງຄົມ,ການຄຸ້ມຄອງຊັບສິນຂອງລັດ ພ້ອມທັງຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງຢ່າງເດັດຂາດ ເພື່ອສ້າງສາພັດທະນາເມືອງຕົ້ນເຜິ້ງໃຫ້ມີຄວາມເຂັ້ມແຂງ ແລະ ໂປ່ງໃສ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຜ່ານບົດແນະນໍາຂອງຄະນະກວດກາສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XII ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ມະຕິຂອງຄະນະບໍລິຫານງາຍສູນກາງພັກ ມະຕິ ວ່າດ້ວຍການເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂ ພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້, ການຟູມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ ແລະ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອຊອກຫາວິທີແກ້ໄຂຂໍ້ຄົງຄ້າງ ແລະ ທິດທາງໃນການປັບປຸງວຽກງານກວດກາໃຫ້ມີຄວາມເຂັ້ມງວດ, ມີປະສິດທິພາບ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນໄລຍະໃໝ
ໂອກາດນີ້, ສະຫາຍ ສົມຄິດ ວົງປັນຍາ ໄດ້ໃຫ້ກຽດໂອ້ລົມ ແລະ ທິດຊີ້ນຳ ໂດຍໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງວຽກງານກວດກາ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ພ້ອມທັງເນັ້ນໜັກໃຫ້ຄະນະກວດກາທຸກຂັ້ນ ຕ້ອງເພີ່ມຄວາມຮັບຄວາມຮັບຜິດຊອບ ເອົາໃຈໃສ່ຕິດຕາມ – ກວດກາຢ່າງເປັນລະບົບ, ຍຶດໝັ້ນລະບຽບກົດໝາຍ ແລະ ຫຼັກການພັກ ເພື່ອສ້າງເມືອງຕົ້ນເຜິ້ງໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ພັດທະນາຢ່າງຍືນຍົງ.