
ໃນວັນທີ 20 ຕຸລາ 2026 ຢູ່ທີ່ສະໂມສອນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງທົ່ວເມືອງ 5 ປີ ຄັ້ງທີ VI ຂຶ້ນ ເພື່ອທົບທວນຕີລາຄາຜົນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມທັງກຳນົດທິດທາງ, ໜ້າທີ່ຈຸດສຸມ ແລະ ມາດຕະການສຳຄັນໃນໄລຍະຕໍ່ໜ້າ ເພື່ອສ້າງອົງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນຍິ່ງຂຶ້ນ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ດາວ ໄຊເສດຖາ ຄະນະປະຈຳພັກແຂວງ ຫົວຫນ້າຄະນະຈັດຕັ້ງແຂວງບໍ່ແກ້ວ, ມີທ່ານ ອຸ່ນຄຳ ທຳມະເລີດ ກຳມະການພັກແຂວງ ເລຂາພັກເມືອງໆ ຕົ້ນເຜິ້ງ, ມີບັນດາຄະນະປະຈຳ-ກຳມະການພັກເມືອງ, ເລຂາຄະນະພັກຮາກຖານພັກ, ເລຂາ-ຮອງເລຂາໜ່ວຍພັກຫ້ອງການອ້ອມຂ້າງເມືອງ, ປະທານ-ຮອງປະທານຄະນະກຳມະການປົກຄອງຕາແສງ ເຂົ້າຮ່ວມ.
ກອງປະຊຸມໄດ້ສຸມໃສ່ການທົບທວນຜົນງານດ້ານການສ້າງພັກ, ການສ້າງບຸກຄະລາກອນ, ການບໍລິຫານ-ຈັດການ ແລະ ການປົກຄອງແຕ່ລະຂັ້ນ ໂດຍເນັ້ນໃສ່ການຍົກສູງຄຸນນະພາບການນຳພາ-ຊີ້ນຳ, ປັບປຸງລະບົບການເຮັດວຽກ, ສ້າງຄວາມຮັບຮູ້ທາງດ້ານແນວຄິດການເມືອງ ແລະ ຍົກສູງຄວາມຮັບຜິດຊອບຂອງພະນັກງານໃນການປະຕິບັດໜ້າທີ່. ສຳລັບວຽກງານສ້າງພັກ ແລະ ບຸກຄະລາກອນ ກອງປະຊຸມໄດ້ເນັ້ນໃຫ້ສືບຕໍ່ປັບປຸງຄຸນນະພາບການສ້າງສະມາຊິກພັກ, ການພັດທະນາພະນັກງານ, ການຈັດວາງບຸກຄະລາກອນໃຫ້ເໝາະສົມກັບຕຳແໜ່ງງານ ແລະ ຄວາມສາມາດ ພ້ອມທັງສ້າງແຫຼ່ງບຸກຄະລາກອນສືບທອດໃຫ້ມີຄຸນນະພາບ. ຄຽງຄູ່ກັນນັ້ນ ຕ້ອງເສີມສ້າງລະບຽບວິໄນ, ຄຸນທາດການເມືອງ, ຈັນຍາບັນ ແລະ ຄວາມສາມາດໃນການແກ້ໄຂບັນຫາຕົວຈິງ, ວຽກງານບໍລິຫານ-ຈັດການ ໄດ້ເນັ້ນການປັບປຸງກົນໄກການປະສານງານລະຫວ່າງຂະແໜງການ ແລະ ຂັ້ນການປົກຄອງ, ການຈັດສັນພະນັກງານໃຫ້ສອດຄ່ອງກັບໜ້າທີ່, ການປັບປຸງວິທີການເຮັດວຽກໃຫ້ມີແບບແຜນ ແລະ ມີຄວາມຮັບຜິດຊອບ. ພ້ອມນັ້ນ ຍັງຕ້ອງເອົາໃຈໃສ່ການກວດກາ, ຕິດຕາມ ແລະ ປະເມີນຜົນການເຮັດວຽກຢ່າງຕໍ່ເນື່ອງ ເພື່ອໃຫ້ການປະຕິບັດວຽກງານບັນລຸຕາມເປົ້າໝາຍທີ່ວາງໄວ້, ວຽກງານປົກຄອງທ້ອງຖິ່ນ ກອງປະຊຸມໄດ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການຍົກສູງຄຸນນະພາບການບໍລິການປະຊາຊົນ, ການປັບປຸງການບໍລິຫານຂັ້ນຮາກຖານ, ການແກ້ໄຂບັນຫາຕ່າງໆຢູ່ທ້ອງຖິ່ນ ແລະ ການປະສານງານກັບປະຊາຊົນໃຫ້ໃກ້ຊິດ. ພ້ອມທັງສົ່ງເສີມການປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ, ຍຸຕິທຳ ແລະ ມີຄວາມຮັບຜິດຊອບ. ກອງປະຊຸມຄັ້ງນີ້ ນັບເປັນກ້າວສຳຄັນໃນການທົບທວນຜົນງານ ແລະ ກຳນົດແນວທາງການພັດທະນາວຽກງານຈັດຕັ້ງຂອງເມືອງຕົ້ນເຜິ້ງ ໃຫ້ມີຄວາມກ້າວໜ້າ, ມີຄຸນນະພາບ ແລະ ສາມາດຕອບສະໜອງຕໍ່ພາລະກິດການເມືອງໃນໄລຍະໃໝ່ໄດ້ຢ່າງມີປະສິດທິຜົນ.
ໃນໂອກາດນີ້ ທ່ານ ນາງດາວ ໄຊເສດຖາ ໄດ້ມີຄຳເຫັນຕໍ່ກອງປະຊຸມ ເຊີ່ງທ່ານໄດ້ໃຫ້ທິດທາງສຳຄັນໃນໄລຍະຕໍ່ໜ້າ ໂດຍເນັ້ນໃຫ້ບັນດາຄະນະພັກ, ອົງການຈັດຕັ້ງ ແລະ ພະນັກງານທຸກຂັ້ນ ນຳເອົາມະຕິກອງປະຊຸມໄປຜັນຂະຫຍາຍເປັນແຜນວຽກທີ່ລະອຽດ, ກຳນົດຄວາມຮັບຜິດຊອບໃຫ້ຈະແຈ້ງ, ມີການຕິດຕາມກວດກາຢ່າງເປັນປະຈຳ ແລະ ປະເມີນຜົນຕາມລະດັບຄວາມຄືບໜ້າ,ສືບຕໍ່ຍົກສູງຄວາມສາມັກຄີ, ຄວາມມີວິໄນ ແລະ ຄວາມຮັບຜິດຊອບ ເພື່ອສ້າງອົງການຈັດຕັ້ງໃຫ້ເຂັ້ມແຂງ ແລະ ປະຕິບັດມະຕິທີ່ວາງໄວ້ໃຫ້ເກີດຜົນເປັນຮູບປະທຳ.
(ພາບ-ຂ່າວ: ສ ປັນຍາທອງ)