
ເພື່ອເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ທັງເປັນການລົງຊຸກຍູ້ວຽກງານກຳມະບານຮອບດ້ານໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໃນຕອນເຊົ້າວັນທີ 21 ຕຸລາ 2026, ທີ່ຫ້ອງວ່າການແຂວງບໍ່ແກ້ວ, ທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ພ້ອມດ້ວຍຄະນະ ແລະ ຄະນະປະທານບໍລິຫານງານຫະພັນກຳມະບານແຂວງບໍ່ແກ້ວ ໄດ້ຂົ້າພົບ ທ່ານ ຄໍາແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ, ຜູ້ຊີ້ນໍາຂົງເຂດພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ແຂວງບໍ່ແກ້ວ.
ຈຸດປະສົງການລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້ແມ່ນເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ແລະ ຊຸກຍູ້ວຽກງານກຳມະບານຮອບດ້ານຂອງສະຫະພັນກຳມະການແຂວງບໍ່ແກ້ວ.
ທ່ານ ຄຳແຍງ ຄອນໄຊຍະກິດ ໄດ້ມີຄຳເຫັນ ແລະ ກ່າວຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໃຫ້ທິດຊີ້ນຳຈະສືບຕໍ່ນຳພາ-ຊີ້ນຳ ວຽກງານສະຫະພັນກຳມະບານແຂວງບໍແກ້ວ ໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ຮອບດ້ານ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ,ກຳມະກອນ ແລະ ຜູ້ອອກແຮງງານ.
ພາບ-ຂ່າວ:ສະຫະພັນກຳມະບານແຂວງ