ຫ້ອງການ ຍທຂ ເມືອງເມືອງ ເປີດກອງປະຊຸມ ດຳເນີນຊີວິດການເມືອງ ປະເມີນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2026.

ໃນວັນທີ 20 ຕຸລາ 2026 ນີ້, ຢູ່ທີ່ຫ້ອງການ ຍທຂ ເມືອງເມິງ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມ, ດໍາເນີນຊີວິດການເມືອງ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2026 ໂດຍການເປັນປະທານຂອງ ສະຫາຍ ຄໍາສຸກ ນິນເພັດ ກໍາມະການພັກເມືອງ, ເລຂາໜ່ວຍພັກ ຫົວໜ້າຫ້ອງການ ຍທຂ ເມືອງເມິງ ເປັນກຽດເຂົ້າຮ່ວມໂດຍສະຫາຍ ຫຸມແກ້ວ ອ້ອຍແຂມທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານກວດກາພັກ-ລັດເມືອງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ ພັກ-ພະນັງານ ມີບັນດາສະຫາຍເລຂາ-ຮອງເລຂາໜ່ວຍພັກ, ພະນັກງານສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນຫ້ອງການ ຍທຂ ເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ຄໍາສຸກ ນິນເພັດ ກຳມະການພັກເມືອງ ເລຂາໜ່ວຍພັກ, ໄດ້ຜ່າານຮ່າງບົດສໍາຫຼວດການນໍາພາລວມ ຂອງໜ່ວຍພັກ ຈາກນັ້ນ ສະຫາຍ ຄໍາສະຫວັດ ຈັນທະວິໄລ ຮອງເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສະຫຼຸບການນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ເຊິ່ງບົດສະຫຼຸບໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນ: ຕະຫຼອດໄລຍະທີ່ຜ່ານມາ ຄະນະໝ່ວຍພັກ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ, ຄຸນສົມບັດສິນທໍາປະຕິວັດເປັນໜ້າທີ່ສໍາຄັນ, ໄດ້ນໍາພາເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ໃຫ້ພະນັກງານ – ສະມາຊິກພັກພາຍໃນໜ່ວຍພັກໄດ້ເປັນປົກກະຕິ, ໄດ້ເຮັດໃຫ້ສະມາຊິກພັກ – ພະນັກງານລັດຖະກອນແຕ່ລະສະຫາຍ ມີແນວຄິດຫຼັກໝັ້ນການເມືອງໜັກແໜ້ນ, ເຊື່ອໝັ້ນ ຕໍ່ການນໍາພາຂອງພັກ; ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສັດຊື່ບໍລິສຸດ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ຕໍ່ລັດ,  ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນບັນດາເຜົ່າ; ມີຄວາມເຊື່ອໝັ້ນ ຕໍ່ອຸດົມການຂອງພັກ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ; ຄະນະໜ່ວຍພັກ ໄດ້ຍຶດໝັ້ນຕາມ 5 ຫຼັກການ, 3 ທິດນໍາ ໃນການກໍ່ສ້າງ ແລະ ປັບປຸງພັກ ຢ່າງຕັ້ງໜ້າ; ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານວິຊາສະເພາະ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ເຂັ້ມງວດ. ພ້ອມກັນນີ້, ບັນດາສະມາຊິກພັກ ຍັງໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ດໍາເນີນການຕິຊົມ, ກໍ່ສ້າງເຊິ່ງກັນ ແລະ ກັນດ້ວຍຄວາມຈິງໃຈ, ສ້າງສັນ ເພື່ອຊອກຫາຈຸດດີທີ່ຈະຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ຈຸດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ຮີບຮ້ອນປັບປຸງແກ້ໄຂໃນຕໍ່ໜ້າ ໜ່ວຍພັກຫ້ອງການ ຍທຂ ເມືອງ ປະກອບມີ 2 ຫ້ອງການ 1 ໜ່ວຍບໍລິການຄື: ຫ້ອງການ ຍທຂ ເມືອງ, ຫ້ອງການເຕັກໂນໂລຊີ ແລະ ການສືສານ ແລະ ໜ່ວຍບໍລິການນໍ້າປະປາ, ມີສະມາຊິກພັກທັງໝົດ 9 ສະຫາຍ, ຍີງ 2 ສະຫາຍ.

ໃນໂອກາດນີ້ ສະຫາຍ ຫຸມແກ້ວ ອ້ອຍແຂມທອງ, ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍພ້ອມທັງໄດ້ເນັ້ນໜັກ ໃຫ້ຄະນະພັກກໍ່ຄືບັນດາສະມາຊິກພັກທຸກສະຫາຍຈົ່ງເປັນເຈົ້າການຮັກສາມູນເຊື້ອ, ສຶບຕໍ່ສຶກສາອົບຮົມການເມືອງແນວຄິດ ໃຫ້ເປັນປົກກະຕິ ແລະ ເຮັດແບບຕໍ່ເນື່ອງ, ໃຫ້ເອົາໃຈໃສ່ໃນການຄຸ້ມຄອງ ຕິດຕາມກວດກາການກໍ່ສ້າງອາຄານຢູ່ດີນສາທາລະນະ ກໍ່ຄືດີນພັງເມືອງຂອງເມືອງ ໃຫ້ຖືກຕ້ອງຕາມຂັ້ນຕອນຕ່າງໃຫ້ເຂັ້ມງວດ, ພ້ອມກັນເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງລະພາກສວນດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ປະຕິບັດຕາມແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກທີ່ໄດ້ກໍານົດໄວ້ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ ເພື່ອເຮັດໃຫ້ໜ່ວຍພັກໄດ້ກາຍເປັນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຕໍ່ໜ້າ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa