
ໃນວັນທີ 22 ຕຸລາ 2026 ນີ້, ຢູ່ທີ່ຫ້ອງການຍຸຕິທຳເມືອງເມິງ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມ, ດໍາເນີນຊີວິດການເມືອງ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2026 ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ວິໄລທອງ ກໍາມະການພັກເມືອງ, ເລຂາໜ່ວຍພັກ ຫົວໜ້າຫ້ອງການຍຸຕິທຳເມືອງເມິງ ເປັນກຽດເຂົ້າຮ່ວມໂດຍສະຫາຍ ວັນນາ ຄຳສີປະເສີດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງເມິງ, ມີບັນດາສະຫາຍເລຂາ-ຮອງເລຂາໜ່ວຍພັກ, ພະນັກງານສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນຫ້ອງການຍຸຕິທຳເມືອງ ເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ທອງລຸນ ວິໄລທອງ ກຳມະການພັກເມືອງ ເລຂາໜ່ວຍພັກ, ໄດ້ຜ່ານບົດສໍາຫຼວດການນໍາພາລວມ ຂອງໜ່ວຍພັກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ຈໍານວນໜຶ່ງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ , ໜ່ວຍພັກຫ້ອງການຍຸຕິທຳເມືອງ ປະກອບມີ 2 ຫ້ອງການຄື: ຫ້ອງການຍຸຕິທຳເມືອງ ແລະ ຫ້ອງການໄອຍະການເຂດ1 ປະຈະເມືອງເມິງ ມີສະມາຊິກພັກທັງໝົດ 8 ສະຫາຍ, ຍີງ 1 ສະຫາຍ. ໃນໄລຍະຜ່ານມາ ໜ່ວຍພັກໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນການເປັນເສນາທິການໃຫ້ແກ່ອົງຄະນະພັກເມືອງ, ສະມາຊິກພັກແຕ່ລະສະຫາຍໄດ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສາມັກຄີ ແລະ ມີຄວາມຕື່ນຕົວ ເປັນເຈົ້າການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ຈາກນັ້ນຄະນະພັກ, ສະມາຊິກພັກແຕ່ລະສະຫາຍໄດ້ຂຶ້ນຜ່ານບົດສຳຫຼວດຂອງຕົນເອງ ແລະ ໄດ້ຕໍານິຕິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າ ເຮັດໃຫ້ສະມາຊິກ ກາຍເປັນສະມາຊິກພັກຜຸ້ທີດີເດັ່ນຂອງໜ່ວຍພັກ, ຈາກນັ້ນ ສະຫາຍ ສັງວອນ ບົວຜາແກ້ວ ຮອງເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສະຫຼຸບການນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ໃນໂອກາດນີ້ ສະຫາຍ ວັນນາ ຄຳສີປະເສີດ, ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍພ້ອມທັງໄດ້ເນັ້ນໜັກ ໃຫ້ຄະນະພັກກໍ່ຄືບັນດາສະມາຊິກພັກທຸກສະຫາຍຈົ່ງເປັນເຈົ້າການຮັກສາມູນເຊື້ອ, ສຶບຕໍ່ສຶກສາອົບຮົມການເມືອງແນວຄິດ ໃຫ້ເປັນປົກກະຕິ ແລະ ເຮັດແບບຕໍ່ເນື່ອງ, ໃຫ້ເອົາໃຈໃສ່ໃນການຜັນຂະຫຍາຍບັນດາກົດໝາຍລົງສູ່ຮາກຖານກໍ່ຄື ການໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນໄດ້ຮັບຮູ້ ເພື່ອເປັນການສະກັດກັ້ນ ບໍ່ໃຫ້ມີຂໍ້ຂັດແຍ່ງ, ບໍ່ມີຜູ້ກະທຳຜິດຕໍ່ກົດໝາຍ. ພ້ອມກັນເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ປະຕິບັດຕາມແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກທີ່ໄດ້ກໍານົດໄວ້ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ ເພື່ອເຮັດໃຫ້ໜ່ວຍພັກໄດ້ກາຍເປັນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຕໍ່ໜ້າ.
ຂ່າວ-ພາບ: ຂົນຄຳ ອ້ອຍແຂມທອງ
ກວດແກ້: ອຳພອນ ລີເຊຍປໍ