
ກອງປະຊຸມພົບປະແລກປ່ຽນສະພາບການຮ່ວມມືໃນການລາດຕະເວນທາງນໍ້າຕາມແມ່ນໍ້າຂອງຄັ້ງທີ 170 ຂຶ້ນ, ໃນວັນທີ 20 ຕຸລາ 2026 ນີ້, ຢູ່ທີ່ ໂຮງແຮມໝອນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຄະນະຜູ້ແທນຝ່າຍຈີນນຳໂດຍ ທ່ານ ພົນໂທ ຫລົງເຈີ້ງຢົງ ຫົວໜ້າການເມືອງ ກອງບັນຊາການຕຳຫຼວດລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ, ຝ່າຍລາວນຳໂດຍ ທ່ານ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ,ຝ່າຍມຽນມານຳໂດຍ ທ່ານ ພັນໂທ ນາຍທູນລາຍ ຫົວໜ້າກອງບັນຊາການຕຳຫຼວດນ້ຳວັງປຸງ ເມືອງທ່າຂີ້ເຫຼັກ ປະເທດມຽນມາ, ຝ່າຍໄທນຳໂດຍ ສະຫາຍ ພັນເອກ ມົນຕຣີ ຮອງຫົວໜ້າແມ່ທັບພາກ5 ລາຊະອານາຈັກໄທ, ມີສອງກຳລັງ ທະຫານ-ຕຳຫຼວດ 2 ແຂວງ (ບໍ່ແກ້ວ-ຫຼວງນ້ຳທາ) ຕະຫຼອດຮອດຄະນະທີມງານ 04 ປະເທດເຂົ້າຮ່ວມ.
ກອງປະຊຸມໄດ້ທົບທວນຄືນສະພາບການຮ່ວມມືໃນການປົກປັກຮັກສາຊາຍແດນ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການຮ່ວມມືກັນໃນການປະຕິບັດກົດໝາຍຮ່ວມລາດຕະເວນຮ່ວມທາງນໍ້າ ຕາມລຳແມ່ຂອງຕອນເໜືອ, ໃນການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ,ຄ້າຂາຍຢາເສບຕິດຕາມຊາຍແດນ. ນອກນັ້ນ, ກອງປະຊຸມ ຍັງໄດ້ທົບທວນຄືນ ແລະ ຍົກໃຫ້ເຫັນວຽກງານການປະສານສົມທົບລະຫວ່າງ 04 ປະເທດ ( ຈີນ-ລາວ-ມຽນມາ-ໄທ ) ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມລຳແມ່ນໍ້າຂອງ 04 ປະເທດ, ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມື. ເຊິ່ງກອງປະຊຸມໄດ້ເອກກະພາບກ່ຽວກັບທິດທາງແຜນການທີ່ 04 ຝ່າຍຈະໄດ້ສືບຕໍ່ຮ່ວມມືກັນໃນຕ່ໍໜ້າເປັນຕົ້ນ: ການກຽມຄວາມພ້ອມໃນການລາດຕະເວນຮ່ວມກັນຄັ້ງທີ 171 ທີ່ຈະມາເຖິງນີ້ ແລະ ການຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນຊາຍແດນຂອງ 04 ປະເທດໃຫ້ນັບມື້ກ້າວເຂົ້າສູ່ລວງເລິກເພື່ອພ້ອມກັນເຮັດສໍາເລັດໜ້າທີ່ພ້ອມກັນສ້າງຊາຍແດນໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາ,ພ້ອມກັນນັ້ນ 04 ປະເທດ ( ຈີນ-ລາວ-ມຽນມາ-ໄທ) ແມ່ນຈະສືບຕໍ່ແລກປ່ຽນສະພາບເຊິ່ງກັນ ແລະ ກັນໃຫ້ເປັນປົກກະຕິ.
ຂ່າວ-ພາບ: ນີ່ ທຳມະວົງ.