
ວັນທີ 20 ຕຸລາ 2026 ນີ້ ຢູ່ທີ່ສະໂມສອນເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານອົງຄະນະພັກຮາກຖານຕາແສງນໍ້າເມິງ ເປີດກວ້າງຄັ້ງທີ I ສະໄໝທີ I ປະຈໍາໄຕມາດ III ປີ 2026 ໂດຍການເປັນປະທານຂອງ ສະຫາຍ ສົມໃຈ ສຸກສະຫວັດດີ ກໍາມະການພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ວັນນາ ຄໍາສີປະເສີດ, ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ມີບັນດາສະຫາຍ ຄະນະບໍລິຫານງານພັກເມືອງ ສະໄໝທີ VIII, ຫົວໜ້າ-ຮອງຫົວໜ້າຫ້ອງການ, ປະທານຄະນະກໍາມະການປົກຄອງຕາແສງທັງ 3 ຕາແສງ, ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ອໍານວຍການໂຮງຮຽນ-ໂຮງໝໍ, ຫົວໜ້າລັດວິສາຫະກິດໄຟຟ້າ-ນໍ້າປະປາ ແລະ ທະນາຄານພັດທະນາຊົນນະບົດ, ອົງການໄອຍະການປະຈໍາເມືອງ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ມິດ ອິນທະວົງ ຮອງເລຂາຄະນະພັກຮາກຖານຕາແສງນໍ້າເມິງ ຮອງປະທານຄະນະກໍາມະການປົກຄອງຕາແສງນໍ້າເມິງ ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານຕາແສງນໍ້າເມິງໄລຍະ 3 ເດືອນ ໃນໄລຍະທີ່ຜ່ານມາອົງຄະນະພັກຮາກຖານຕາແສງນໍ້າເມິງ ໄດ້ເພີ່ມທະວີການນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວພະນັກງານ – ລັດຖະກອນ, ສະມາຊິກພັກ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນຂອບຕາແສງນໍ້າເມິງ ເປັນປົກກະຕິ ຄະນະພັກຮາກຖານຕາແສງນໍ້າເມິງ ສ້າງຕັ້ງຂຶ້ນໃນວັນທີ 25 ພຶດສະພາ 2026 ໂດຍໄດ້ຮັບການແຕ່ງຕັ້ງບົ່ງຕົວປະກອບມີ 7 ສະຫາຍ, ຂຶ້ນກັບອົງຄະນະພັກເມືອງເມິງ ຄະນະພັກຮາກຖານຕາແສງນໍ້າເມິງມີ 17 ໜ່ວຍພັກ ປະກອບມີຄະນະໜ່ວຍພັກ 57 ສະຫາຍ, ຍິງ. 5 ສະຫາຍ, ສະມາຊິກພັກທັງໝົດ 358 ສະຫາຍ, ຍິງ 94 ສະຫາຍ ໃນນີ້້ມີສະມາຊິກພັກສໍາຮອງ 21 ສະຫາຍ, ຍິງ 7 ສະຫາຍ, ມີສິດ ແລະ ພາລະບົດບາດເຮັດໜ້າທີເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ ແລະ ໄດ້ເອົາໃຈໃສ່ເຄື່ອນໄຫວຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດໜ້າທີວຽກງານຂອງຕົນຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສໍານັກງານຄະນະກໍາມະການປົກຄອງຕາແສງນໍ້າເມິງມີພະນັກງານທັງໝົດ 13 ສະຫາຍ, ຍິງ 2 ສະຫາຍ, ປະທານ 1 ສະຫາຍ, ປະກອບມີ 14 ບ້ານ, ມີພົນລະເມືອງທັງໝົດ 9.527 ຄົນ, ຍິງ 4.741 ຄົນ, ມີ 1.923 ຄອບຄົວ, ມີ 1.655 ຫຼັງຄາເຮືອນ ແລະ ມີ 93 ໜ່ວຍ ແລະ ປະກອບມີ 5 ວຽກງານຄື: ວຽກງານບໍລິຫານ-ປົກຄອງ, ວຽກງານພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ, ວຽກງານເສດຖະກິດ-ການເງິນ, ວຽກງານວັດທະນະທໍາສັງຄົມ ແລະ ວຽກງານປກຊ – ປກສ ເຊິ່ງໃນແຕ່ລະວຽກງານແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ວຽກງານໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ໄດ້ວາງອອກ ຈາກນັ້ນ ບັນດາສະຫາຍຜູ້ແທນກອງປະຊຸມໃນແຕ່ລະຂົງເຂດວຽກງານ,ຍັງພ້ອມກັນໄດ້ປະກອບຄໍາຄິດຄໍາເຫັນ ຕາມຄໍາຖາມເຈາະຈີ້ມ ຂອງຄະນະຮັບຜິດຊອບໄດ້ວາງອອກ ເພຶ່ອປັບປຸງຊອກຫາວິທີແກ້ໄຂບັນຫາດ້ານອ່ອນ ແລະ ຂໍ້ຄົງຂ້າງເພຶ່ອນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດໃນຕໍ່ໜ້າ.
ໃນຕອນທ້າຍຂອງກອງປະະຊຸມ ສະຫາຍ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄໍາເຫັນເໜັ້ນໜັກໃຫ້ຄະນະພັກຮາກຖານຕາແສງນໍ້າເມິງທຸກຂັ້ນ ໃຫ້ສືບຕໍ່ສຶກສາອົບຮົມ ນໍາພາແນວຄິດ ສ້າງສະຕິຕື່ນຕົວ, ສະຕິເປັນເຈົ້າຂອງທຸກການຈັດຕັ້ງ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີສ່ວນຮ່ວມໃນການເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນວຽກທົ່ວປ່ວງຊົນ ແລະ ທົ່ວຂອບເຂດຕາແສງນໍ້າເມິງ, ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນເຂັ້ມແຂງ, ເຮັດໃຫ້ຂອບເຂດຄວາມຮັບຜິດຊອບມີຄວາມສະຫງົບປອດໄພ, ຄະນະພັກແຕ່ລະຂັ້ນຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ກໍ່ຄືອົງການປົກຄອງແຕ່ລະຂັ້ນໃຫ້ຊຸກຍູ້ສົ່ງເສີ່ມການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃຫ້ຖືເປັນວຽກທີ່ສໍາຄັນ, ໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນໃນການປູກ-ການລ້ຽງໃຫ້ເປັນສິນຄ້າສົ່ງອອກໃຫ້ເພີ່ມຫຼາຍຂຶ້ນກ່ວາເກົ່າ, ໃຫ້ເອົາໃຈໃສ່ຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍຢ່າງເຂັ້ມງວດ ສ້າງໃຫ້ຄົນມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ສຸມໃສ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຖືຄຸນນະພາບເປັນກົກ ພະຍາຍາມຂະຫຍາຍສະມາຊິກພັກ, ຂະຫຍາຍໜ່ວຍພັກໃຫ້ມີຄຸນນະພາບ ພ້ອມກັນສຶບຕໍ່ຈັດຕັ້ງປະຕິບັດຕາມທິດທາງແຜນການ 3 ເດືອນທ້າຍປີ ໃຫ້ລຸຕາມຈຸດປະສົງລະດັບຄາດໝາຍທີ່ກໍານົດໄວ້ ແນ່ໃສ່ຮັບປະກັນດ້ານປະລິມານ ແລະ ຄຸນນະພາບໃຫ້ສູງຂື້ນກ່ວາເກົ່າ.
ພາບ-ຂ່າວ: ອຸ່ນຄໍາ ຂັນວາລິດ