ກອງປະຊຸມວຽກງານຈັດຕັ້ງທົ່ວເມືອງຫ້ວຍຊາຍ ຄັ້ງທີ IV.

ກອງປະຊຸມວຽກງານຈັດຕັ້ງທົ່ວເມືອງຫ້ວຍຊາຍ ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 19 ຕຸລາ 2026 ນີ້ ຢູ່ທີ່ສະໂມສອນເມືອງ ໂດຍການເປັນປະທານຂອງ ສະຫາຍ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການທະຫານ-ຕໍາຫຼວດ, ຄະນະພັກຄະນະກໍາມະການປົກຄອງຕາແສງ, ເລຂາ-ຮອງເລຂາໜ່ວຍພັກ ແລະ ຄະນະຮັບຜິດຊອບຂອງເມືອງເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກໃຫ້ຜູ້ແທນກອງປະຊຸມ ຈົ່ງເອົາໃຈໃສ່ພ້ອມກັນປະກອບຄໍາຄິດເຫັນຢ່າງເປີດກວ້າງ ແລະ ມີຄວາມຮັບຜິດຊອບສູງ ໃນການຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານຈັດຕັ້ງທົ່ວເມືອງໃນໄລຍະຜ່ານມາ. ໂດຍເນັ້ນໃສ່ການຊອກໃຫ້ເຫັນດ້ານດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ, ດ້ານອ່ອນ-ຂໍ້ຄົງຄ້າງ ພ້ອມທັງກໍານົດວິທີແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານຈັດຕັ້ງມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ ພ້ອມທັງໄດ້ເຊື່ອມຊຶມບົດໂອ້ລົມ: ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໃນກອງປະຊຸມ ສະຫາຍ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັກເມືອງ ໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ 64/ກມສພ ລົງວັນທີ 24/7/2026 ພ້ອມດຽວກັນນີ້, ສະຫາຍ ນາງ ປີ່ນຄໍາ ມະນີຈັນ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຮ່າງບົດລາຍງານການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ອົງຄະນະພັກເມືອງຫ້ວຍຊາຍ ປີ 2021-2025 ແລະ ທິດທາງແຜນການໃນຕໍ່ໜ້າ ປີ 2026-2030 ສະຫາຍ ອຸດອນ ແສງຄໍາເອື້ອຍ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 61/ກມສພ ລົງວັນທີ 18 ມີຖຸນາ 2026 ວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່ ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ເພື່ອໃຊ້ເປັນບ່ອນອີງອັນໜັກແໜ້ນໃນການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ, ຈາກນັ້ນ ສະຫາຍ ໂຊ່ນ ອິນທະໄຊ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຮ່າງບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ: ໄລຍະ 5 ປີ (2021-2025) ທິດທາງ 5 ປີຕໍ່ໜ້າ (2026-2030) ຜ່ານມາໄດ້ຖືເອົາການຄົ້ນຄວ້າເຊື່ອມຊືມ ແລະ ໂຄສະນາສຶກສາອົບຮົມ ໃຫ້ພະນັກງານພາຍໃນການຈັດຕັ້ງ ຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກັບ ແນວທາງການເມືອງຂອງພັກ, ຄົ້ນຄວ້າເຊື່ອມ ຊືມບັນດານິຕິກຳກ່ຽວກັບພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ຂອງຄະນະຈັດຕັ້ງ ແລະ ເອກະ ສານສຳຄັນອື່ນໆ, ປະຈຸບັນ ທົ່ວເມືອງຫ້ວຍຊາຍ ມີ 09 ຄະນະພັກຮາກຖານ,  ມີ 189 ໝ່ວຍພັກ ໄດ້ຕິລາຄາຈັດແບ່ງປະເພດ 163 ໝ່ວຍພັກມີສະມາຊິກພັກທັງໝົດ 2.385 ສະຫາຍ, ຍິງ 881 ສະຫາຍ, ສະມາຊິກພັກສົມບູນມີທັງໝົດ 2.587 ສະຫາຍ, ຍິງ 783 ສະຫາຍ, ສະມາຊິກພັກສຳຮອງ 91 ສະຫາຍ, ຍິງ 28 ສະຫາຍໄດ້ຕິລາຄາຈັດແບ່ງປະເພດສະມາຊິກພັກມີຄື: ສະມາຊິກພັກແຂງມີທັງໝົດ 2.385 ສະຫາຍ, ຍິງ 754 ສະຫາຍ ( ເທົ່າກັບ 89,36 % ). ສະມາຊິກພັກກາງມີທັງໝົດ 16 ສະຫາຍ, ຍິງ 2 ສະຫາຍ ( ເທົ່າກັບ 0,6 % ). ບໍ່ໄດ້ຈັດປະເພດ 268 ສະຫາຍ, ຍິງ 55 ສະຫາຍ ( ເທົ່າກັບ 10,04 % ) ການໄດ້ຕິລາຄາຈັດແບ່ງປະເພດ 163 ໝ່ວຍພັກ, ໝ່ວຍພັກແຂງ ມີທັງໝົດ 155 ໝ່ວຍພັກ ( ເທົ່າກັບ 95,04 % ), ໝ່ວຍພັກກາງ ມີທັງໝົດ 1 ໝ່ວຍພັກ ( ເທົ່າກັບ 0,61 % ), ໝ່ວຍພັກບໍ່ໄດ້ຈັດແບ່ງປະເພດ ມີທັງໝົດ 7 ໝ່ວຍພັກ ( ເທົ່າກັບ 4,3  % ) ປະຈຸບັນໄດ້ຮັບຮອງແຜນການການກໍ່ສ້າງໝ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໝັນ ປະຈຳປີ 2025 ມີຈຳນວນທັງໝົດ 163 ໝ່ວຍພັກ, ປີ 2021-2025 ໄດ້ນຳສົ່ງພະນັກງານຫຼັກ ແຫຼ່ງຂອງເມືອງ ໄປຍົກລະດັບທາງດ້ານທິດສະດີ, ແລກປ່ຽນບົດຮຽນທິດສະດີ-ພຶດຕິກຳ, ບຳລຸງໄລຍະສັ້ນ ຂັ້ນແຂວງ 192 ສະຫາຍ, ຍິງ 36 ສະຫາຍ ແລະ ວຽກງານອື່ນໆກໍ່ໄດ້ຮັບຜົນສໍາເລັດເປັນຢາງເປັນດີ ຈາກນັ້ນບັນດາຜູ້ແທນກອງປະຊຸມຍັງໄດ້ປະກອບຄໍາຄິດເຫັນ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຕາມຄໍາຖາມເຈາະຈ້ຽມຂອງຄະນະຮັບຜິດຂອງເມືອງທີ່ໄດ້ວາງອອກ.

ໂອກາດນີ້, ສະຫາຍ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ພະນັກງານການນໍາໃນແຕ່ລະຂັ້ນ ເອົາໃຈໃສ່ ຍົກສູງບົດບາດການນໍາພາຂອງພັກ: ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ: ກຳນົດໂຄງສ້າງ, ພາລະບົດບາດ, ສິດ-ໜ້າທີ່ ໃຫ້ມີປະສິດທິພາບ, ການຄຸ້ມຄອງ ແລະ ສັບຊ້ອນພະນັກງານ ວາງແຜນກຳນົດພະນັກງານນຳພາ-ສືບທອດ, ຈັດວາງ-ແຕ່ງຕັ້ງ, ເລື່ອນຊັ້ນ, ແລະ ປະເມີນຜົນງານຢ່າງເປັນຮູບປະທຳ, ການກໍ່ສ້າງ ແລະ ຍົກລະດັບ: ບຳລຸງທິດສະດີການເມືອງ, ການບໍລິຫານ, ແລະ ວິຊາສະເພາະ ເພື່ອສ້າງພະນັກງານຮຸ່ນໃໝ່ໃຫ້ມີຄວາມສາມາດຮອບດ້ານ, ເບິ່ງແຍງລະບອບອຸດໜູນ ແລະ ຍ້ອງຍໍຢ່າງຍຸຕິທຳ ຄຽງຄູ່ກັບການກວດກາ ແລະ ປະຕິບັດວິໄນຕໍ່ຜູ້ລະເມີດ, ການຍຶດຖືຫຼັກການນຳພາ: ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນກຸ່ມ-ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ຈະເຮັດໃຫ້ພະນັກງານ ແລະ ການຈັດຕັ້ງໃນທຸກຂົງເຂດມີຄວາມເຂັ້ມ ເຊິ່ງຈະເປັນພື້ນຖານອັນແຂງແກ່ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄປ.

ພາບ, ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa