ເມືອງຫ້ວຍຊາຍ ສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ອາຍຸສູງ.

ວັນທີ 14 ຕຸລານີ້, ເມືອງຫ້ວຍຊາຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ 3 ທັນວາ 3 ທັນວາ 2014-3 ທັນວາ 2026  ຄົບຮອບ 12 ປີ ແລະ ວັນສາກົນຜູ້ອາຍຸສູງ 1 ຕຸລາ 1999-1 ຕຸລາ 2026 ຄົບຮອບ 27 ປີ ຢູ່ທີ່ສູນເຝິກອົບຮົມຂອງເມືອງ , ເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ມີບັນດາການນໍາຂອງແຂວງ-ເມືອງ ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ພະນັກງານປະຕິວັດອາວຸໂສບໍານານ, ຕະຫຼອດຮອດຜູ້ອາຍຸສູງເຂົ້າຮ່ວມ.

ທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ໄດ້ກ່າວປະວັດຄວາມເປັນມາຂອງ ວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ອາຍຸສູງ, ເຊິ່ງທ່ານໄດ້ກ່າວວ່າ: ຍາມໃດພັກ ແລະ ລັດຖະບານ ກໍ່ໄດ້ໃຫ້ຄວາມສໍາຄັນເປັນຫ່ວງເປັນໄຍນຳສຸຂະພາບ ແລະ ຊີວິດການເປັນຢູ່ຂອງພະນັກງານອາວຸໂສບໍານານ, ຜູ້ພິການ ແລະ ຜູ້ເສຍອົງຄະ, ຜູ້ດ້ອຍໂອກາດ ທັງໄດ້ເອົາໃຈໃສ່ປະຕິບັດນະໂຍບາຍຕ່າງໆຕໍ່ເປົ້າໝາຍດັ່ງກ່າວຕະຫຼອດມາ ໂດຍໄດ້ກຳນົດນະໂຍບາຍ ສະເພາະຜູ້ອາຍຸສູງ ແລະ ຜູ້ແທນຢ່າງຈະແຈ້ງ ເພື່ອເຮັດໃຫ້ການຄຸ້ມຄອງ, ເບິ່ງແຍງດູແລຜູ້ອາຍຸສູງ ແລະ ຜູ້ພິການ ເພື່ອຄວາມເປັນລະບົບທີ່ເປັນເອກະພາບກັນສູນກາງຮອດທ້ອງຖິ່ນ, ເຮັດໃຫ້ວຽກງານນະໂຍບາຍ ຕໍ່ເປົ້າໝາຍດັ່ງກ່າວ ຢູ່ປະເທດຂອງພວກເຮົາໄດ້ຮັບການປັບປຸງແກ້ໄຂ ແລະ ຂະຫຍາຍຕົວໄປຄຽງຄູ່ກັບ ການພັດທະນາໃນຂົງເຂດທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈຕໍ່ປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ, ເຮັດໃຫ້ທຸກອົງການຈັດຕັ້ງພັກ-ລັດ ໄດ້ປະກອບສ່ວນເຂົ້າໃນການປະຕິບັດ ດຳລັດວ່າດ້ວຍຄົນພິການ ແລະ ຜູ້ອາຍຸສູງເວົ້າລວມ, ເວົ້າສະເພາະແມ່ນ ເພື່ອໃຫ້ຜູ້ພິການ, ຜູ້ອາຍຸສູງທີ່ດ້ອຍໂອກາດໄດ້ຮັບການພັດທະນາ, ການຊ່ວຍເຫຼືອເບິ່ງແຍງດູແລຈາກສັງຄົມ ແລະ ເພື່ອຊຸກຍູ້ສົງເສີມການຮັກສາສຸຂະພາບຂອງຄົນພິການ, ຜູ້ອາຍຸສູງໃຫ້ດີຂື້ນ, ທັງນີ້ກໍ່ເພື່ອເສີມສ້າງ ແລະ ຂະຫຍາຍຄຸນລັກສະນະອັນດີເລີດຂອງຜູ້ອາຍຸສູງບັນດາເຜົ່າຂອງລາວທີ່ມີຜົນງານຕໍ່ພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ໃຫ້ນັບມື້ນັບສູງຂື້ນ, ໂດຍສ້າງໂອກາດໃຫ້ຄົນພິການ ແລະ ຜູ້ອາຍຸສູງສຶບຕໍ່ເປັນພົນລະເມືອງ ທີດີຂອງຊາດ, ໄດ້ຮັບການສຶກສາຮໍ່າຮຽນເພື່ອຖ່າຍທອດມູນເຊື້ອຄຸນງາມຄວາມດີໄວ້ໃຫ້ຄົນຮຸ່ນຫຼັງສຶບທອດຕໍ່ໄປ, ຈາກນັ້ນ ຄະນະນໍາຂອງເມືອງໄດ້ພ້ອມກັນກວດເຊັກສຸຂະພາບໂດຍບໍ່ເສຍຄ່າໃຫ້ ຜູ້ອາຍຸສູງຕື່ມອີກ.

ພາບຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa