ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງຕົ້ນເຜິ້ງ ຮື້ຖອນປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບການ.

ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍປ້າຍ ເລກທີ 89/ ສພຊ ລົງວັນທີ 25 ມິຖຸນາ 2025 ລະຫວ່າງ ວັນທີ 9 – 12 ຕຸລາ  2026 ນີ້, ຫ້ອງການວັດທະນະທຳ ແລະ ການທ່ອງ ທ່ຽວເມືອງ ຕົ້ນເຜິ້ງ ນໍາໂດຍ ທ່ານ ແສງເງິນ ອຳພອນໄຊ ຮອງຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງ ໄດ້ລົງຮື້ຖອນປ້າຍວິສາຫະກິດ ແລະ ໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບວັດທະນະທໍາຢູ່ພາຍໃນເມືອງ ເພື່ອເຮັດໃຫ້ເມືອງຕົ້ນເຜິ້ງມີຄວາມເປັນລະບຽບຮຽບຮ້ອຍ ການຕິດຕັ້ງປ້າຍຖືກຕ້ອງຕາມລະບຽບການ ແລະ ມີລັກສະນະຊາດ.

ການລົງຮື້ຖອນຄັ້ງນີ້, ມີປ້າຍທີ່ຖືກຮື້ຖອນ ທັງໝົດ 76 ປ້າຍ ເຊັ່ນ: ປ້າຍທີ່ບໍ່ມີພາສາລາວ, ປ້າຍທີ່ມີພາສາຕ່າງປະເທດຢູ່ເທິງພາສາລາວ, ປ້າຍທີ່ຂະໜາດຂອງລາວພາສາລາວນ້ອຍກວ່າພາສາຕ່າງປະເທດ, ປ້າຍທີ່ສີພື້ນ ແລະ ສີຕົວໜັງສືບໍ່ຖືກຕ້ອງຕາມລະບຽບການທີ່ກະຊວງວັດທະນະທຳ ແລະ ທ່ອງທ່ຽວ (ວທ) ກຳນົດໄວ້, ປ້າຍທີ່ຕິດຕັ້ງກວມເອົາເຂດສະຫງວນທາງຫຼວງ, ຢູ່ຕິດຂອບທາງ ຫຼື ຫ່າງຈາກຂອບທາງບໍ່ເຖິງ 6 ແມັດ, ເຊິ່ງເຮັດໃຫ້ບັງປ້າຍເຄື່ອງໝາຍຈະລາຈອນ ຫຼື ກີດຂວາງໄລຍະການເບິ່ງເຫັນໃນເວລາຂັບຂີ່  ແລະ ປ້າຍທີ່ມີຮູບພາບ ລາມົກອານາຈານ ບໍ່ສອດຄ່ອງກັບວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ອື່ນໆ.

ພາບ – ຂ່າວ: ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa