ພະແນກສາທາລະນະສຸກ ແຂວງບໍ່ແກ້ວ ເປີດກອງປະຊຸມດຳເນີນຊີວິດການເມືອງ ຕີລາຄາຄຸນນະພາບ, ຈັດແບ່ງປະເພດສະມາຊິກພັກ, ໜ່ວຍພັກ ແລະ ຕີລາຄາຜົນການປະຕິບັດວຽກງານ ປະຈຳປີ 2026.

ແນກສາທາລະນະສຸກ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມດຳເນີນຊີວິດການເມືອງ ຕີລາຄາຄຸນນະພາບ, ຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ; ພ້ອມທັງຕີລາຄາປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ຕິດພັນກັບການຄັດເລືອກຜົນງານຂອງບຸກຄົນ ແລະ ກົມກອງລວມໝູ່ ຂອງຮາກຖານພະແນກສາທາລະນະສຸກແຂວງ.ໃນວັນທີ 13 ຕຸລາ 2026, ທີ່ໂຮງໝໍແຂວງບໍ່ແກ້ວ,ໂດຍການເປັນປະທານຂອງ ສະຫາຍ ດຣ. ຄຳສິມ ພົມມະທານ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສາທາລະນະສຸກແຂວງ,ມີບັນດາສະຫາຍຮອງເລຂາຄະນະພັກຮາກຖານ,ຄະນະພັກຮາກຖານ, ພະນັກງານສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກສາທາລະນະສຸກແຂວງ ແລະ ໂຮງໝໍແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ,ສະຫາຍ ດຣ. ຄຳສິມ ພົມມະທານ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ຜ່ານບົດໂອ້ລົມຂອງສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ບົດໂອ້ລົມຂອງສະຫາຍ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວແຂວງບໍ່ແກ້ວ ຄັ້ງທີ VII ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວແຂວງບໍ່ແກ້ວ ຄັ້ງທີ VII.

ສະຫາຍ ດຣ. ອານຸສິດ ສິລິສັກ ຮອງເລຂາຄະນະພັກຮາກຖານ ອຳນວຍການໂຮງໝໍແຂວງ ໄດ້ຜ່ານມະຕິຂອງກົມການເມືອງສູນກາງພັກ ເລກທີ 64/ກມສພ, ລົງວັນທີ 24 ກໍລະກົດ 2026 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ມະຕິເລກທີ 61/ກມສພ,ລົງວັນທີ 18 ມິຖຸນາ 2026 ວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່.

ສະຫາຍ ດຣ. ຄຳແດງ ດວງປະເສີດ ຄະນະພັກຮາກຖານ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ຜ່ານກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII (ໝວດທີ I ມາດຕາ 4-6 ແລະ 8, ໝວດທີ VI ມາດຕາ 33, ໝວດທີ XI ມາດຕາ 49 ແລະ 51 ທີ່ກ່ຽວຂ້ອງ); ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ກ່ຽວກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ພ້ອມທັງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ) ເລກທີ 79/ສພຊ, ລົງວັນທີ 20 ມີນາ 2025 (ພາກທີ I ມາດຕາ 1, ມາດຕາ 6; ພາກທີ II ໝວດ 3 ມາດຕາ 16-17, ໝວດ 4 ມາດຕາ 18, 19 ແລະ 21, ໝວດທີ 6 ມາດຕາ 27-31; ພາກທີ III ໝວດທີ 1 ມາດຕາ 52, ໝວດທີ 4 ມາດຕາ 60-64, ໝວດທີ 5 ມາດຕາ 65-72; ພາກທີ IV ໝວດທີ 1 ມາດຕາ 73-76; ພາກທີ V ມາດຕາ 83-85; ແລະ ໝວດທີ IX ມາດຕາ 98-99).

ສະຫາຍ ສິງທອງ ໄຍສະຫວັນ ຄະນະພັກຮາກຖານ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ຜ່ານດຳລັດ ເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 374/ຄຈສພ, ລົງວັນທີ 19 ມິຖຸນາ 2026; ຄຳແນະນຳ ເລກທີ 557/ຄຈສພ, ລົງວັນທີ 21 ສິງຫາ 2026; ຄຳແນະນຳຂອງຄະນະອົງການປົກຄອງແຂວງ ສະບັບເລກທີ 792/ບກ, ລົງວັນທີ 9 ກັນຍາ 2026 ແລະ ບົດແນະນຳຂອງຄະນະກວດກາແຂວງບໍ່ແກ້ວ ເລກທີ 155/ຄກພຂ.ບກ, ລົງວັນທີ 24 ກັນຍາ 2026.

ໃນໂອກາດນິ້.ເລຂາຄະນະພັກຮາກຖານ ໄດ້ມີຄໍາເຫັນເນັ້ນໜັກວ່າ: ການຈັດຕັ້ງເຊື່ອມຊຶມບັນດາເອກະສານ, ມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດໃນຄັ້ງນີ້, ກໍເພື່ອເຜີຍແຜ່ໃຫ້ພະນັກງານສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບດ້ານການເມືອງ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.ພາຍຫຼັງສຳເລັດກອງປະຊຸມເຊື່ອມຊຶມເອກກະສານດັ່ງກ່າວແລ້ວ, ແຕ່ລະໜ່ວຍພັກຈະໄດ້ສືບຕໍ່ດຳເນີນການປະເມີນສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ຂອງຕົນຕາມແຜນການທີ່ໄດ້ກຳນົດໄວ້ ເຊິ່ງກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມີຜົນສຳເລັດຕາມແຜນທີ່ກຳນົດໄວ້.

#ຂ່າວໂດຍ: ເງິນຫຼົງ ຈິດພູວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa