ພຣະອາຈານ ນຸກ ກິດສະລາດ ຄະນະປະຈໍາ ອພສ ແຂວງ ປະທານ ອພສ ເມືອງເມິງ ໄດ້ມອບເຄື່ອງໃຫ້ແກ່ໂຮງຮຽນ ມໍຕົ້ນ ມອນແຫຼມ.

ໃນວັນທີ 12 ຕຸລາ 2026 ຜ່ານມານີ້, ພຣະອາຈານ ນຸກ ກິດສະລາດ ຄະນະປະຈໍາ ອພສ ແຂວງ ປະທານ ອພສ ເມືອງເມິງ ພ້ອມດ້ວຍ ອພສ ເມືອງ ໄດ້ມອບເຄື່ອງໃຫ້ແກ່ ໂຮງຮຽນ ມໍຕົ້ນ ມອນແຫຼມ ເຂດຊຽງດາວ ເມືອງເມິງ ແຂວງບໍ່ແກ້ວ ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ຄອມພິວເຕີຕັ້ງໂຕະ 1 ໜ່ວຍ, ຕູ້ເຍັນ 1 ໜ່ວຍ, ນໍ້າດື່ມ 13 ແພັກ, ໂອວັນຕິນ 2 ຖົງ, ກາເຟ 2 ຖົງ ແລະ ໝີຍໍາຍໍາ 3 ແກັດ ລວມມູນຄາທັງໝົດ 8 ລ້ານ 9 ແສນກີບ ເຊິ່ງກ່າວຮັບໂດຍອໍານວຍການໂຮງຮຽນ ເຂົ້າຮ່ວມໂດຍຄູ-ອາຈານ ແລະນ້ອງນັກຮຽນເຂົ້າຮ່ວມ.

ຈາກນັ້ນ ທ່ານ ເລີນໄຊ ໄຊຍະລາດ ອໍານວຍການໂຮງຮຽນ ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ຄະນະ ອພສ ເມືອງ ທີ່ມີນ້ຳໃຈ ແລະ ທີ່ໄດ້ນໍາເອົາເຄື່ອງ, ວັດຖຸປັດໃຈມາຊ່ວຍເຫຼືອໃນຄັ້ງນີ້, ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໄດ້ນໍາໃຊ້ເຄື່ອງວັດຖຸປັດໃຈດັ່ງກ່າວ ໄປໝູນໄຊ້ ແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດຢູ່ພາຍໃນໂຮງຮຽນຕໍ່ໄປ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa