ກຳມະບານຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍ່ແກ້ວ ສຳເລັດກອງປະຊຸມປະເມີນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ “5 ເປັນເຈົ້າ” ປະຈຳປີ 2026.

ໃນວັນທີ 8 ຕຸລາ 2026 ນີ້, ກຳມະບານຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ “5 ເປັນເຈົ້າ” ປະຈຳປີ 2026 ໂດຍການເປັນປະທານຂອງ ສະຫາຍ ອຸ່ນເມືອງ ພົມປັນຍາ ປະທານກຳມະບານຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍ່ແກ້ວ,ເຂົ້າຮ່ວມມີ ສະຫາຍ ທະວີພອນ ວົງລໍຄຳ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍ່ແກ້ວ, ມີບັນດາສະຫາຍໃນຄະນະພັກຮາກຖານ,ຄະນະກຳມະບານຮາກຖານ ແລະ ສະມາຊິກກຳມະບານພາຍໃນພະແນກເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ອຸ່ນເມືອງ ພົມປັນຍາ ໄດ້ຜ່ານບົດແນະນຳຂອງຄະນະບໍລິຫານງານສະຫະພັນກຳມະບານລາວ ສະບັບເລກທີ 299/ສກລ, ວ່າດ້ວຍການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ “5 ເປັນເຈົ້າ” ຂອງກຳມະບານລາວ ແລະ ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ “5 ເປັນເຈົ້າ” ປະຈຳປີ 2026 ແລະ ທິດທາງແຜນການໃນຕໍ່ໜ້າ. ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານ ແລະ ຄວາມເອົາໃຈໃສ່ໃນການຊີ້ນຳ-ນຳພາຂອງຄະນະກຳມະບານຮາກຖານ ກໍ່ຄືຄະນະພັກຮາກຖານໃນໄລຍະຜ່ານມາ. ໂດຍສະເພາະແມ່ນການຖືເອົາການສຳຫຼວດກວດກາ, ການຕຳນິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນບັນຫາສຳຄັນ ຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ທັງເປັນການຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ ແລະ ມີປະສິດທິພາບສູງຂຶ້ນ. ຈາກນັ້ນ, ຕ່າງໜ້າສະມາຊິກກຳມະບານ ກໍໄດ້ຮ່ວມກັນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ເພື່ອໃຫ້ເນື້ອໃນຄົບຖ້ວນ, ສົມບູນ ແລະ ເປັນເອກະພາບກັນ ໃນການສືບຕໍ່ຈັດຕັ້ງປະຕິບັດແຜນການໃນຕໍ່ໜ້າໃຫ້ບັນລຸຜົນສຳເລັດ.

ໃນໂອກາດນິ້, ສະຫາຍ ທະວີພອນ ວົງລໍຄຳ ເລຂາຄະນະພັກຮາກຖານ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານ ແລະ ຜົນສຳເລັດທີ່ຄະນະກຳມະບານຮາກຖານ ສະມາຊິກທຸກສະຫາຍຍາດມາໄດ້.ພ້ອມດຽວກັນນັ້ນ, ສະຫາຍ ໄດ້ມີຄໍາເຫັນໃຫ້ທິດຊີ້ນຳ ແລະ ຮຽກຮ້ອງໃຫ້ຄະນະຮາກຖານກຳມະບານ ຕະຫຼອດຮອດສະມາຊິກກຳມະບານທຸກສະຫາຍ ຈົ່ງສືບຕໍ່ກຳແໜ້ນເນື້ອໃນ, ເຊື່ອມຊຶມບັນດາເອກະສານ, ມະຕິ, ຄຳສັ່ງຕ່າງໆ ເພື່ອເປັນບ່ອນອີງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະ,ການປະເມີນຈັດປະເພດ ແລະຖືກຕ້ອງຕາມຂໍ້ແຂ່ງຂັນ “5 ເປັນເຈົ້າ”ເພື່ອຍົກລະດັບຄວາມສາມາດ ແລະ ຄວາມຮັບຮອງໃນການສ້າງຮາກຖານກຳມະບານໃຫ້ມີຄວາມເຂັ້ມແຂງ-ຮອບດ້ານ ເທື່ອລະກ້າວ.

ຈາກນັ້ນ, ກອງປະຊຸມໄດ້ດຳເນີນການປະເມີນຕີລາຄາຕາມຂັ້ນຕອນ.ສະມາຊິກກຳມະບານແຕ່ລະສະຫາຍ ໄດ້ຂຶ້ນຜ່ານໃບປະເມີນຕົນເອງ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ຜົນງານການເຄື່ອນໄຫວ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ.ພ້ອມນີິ້,ໝູ່ຄະນະກໍໄດ້ປະກອບຄຳຄິດຄຳເຫັນຕຳນິຕິຊົມກໍ່ສ້າງ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງມີບັນຍາກາດສ້າງສັນ,ພ້ອມທັງໃຫ້ຄະແນນແບບປິດລັບ ເພື່ອເປັນບ່ອນອີງໃນການຍ້ອງຍໍ-ປະເມີນຜົນຕາມເນື້ອໃນຂໍ້ແຂ່ງຂັນ “5 ເປັນເຈົ້າ” ປະຈຳປີ 2026 ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍຄວາມຮຽບຮ້ອຍ ແລະ ສຳເລັດຕາມຄາດໝາຍ.

#ຂ່າວ: ເງິນຫຼົງ ຈິດພູວົງ.

#ຂໍ້ມູນ-ພາບ: ພະແນກການທີ່ກ່ຽວຂ້ອງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa