ຕາແສງນໍ້າປຸກເຂດຈຸດສຸມພັດທະນາດ່ານຖິ່ນ ສືບສານບຸນປະເພນີແຂ່ງຂັນເຮືອຊ່ວງ ປະຈຳປີ ພສ 2569.

ໃນວັນທີ 9 ຕຸລານີ້, ຕາແສງນໍ້າປຸກ ເຂດຈຸດສຸມພັດທະນາດ່ານຖິ່ນ ໄດ້ຈັດງານບຸນປະເພນີແຂ່ງຂັນເຮືອຊ່ວງ ປະຈຳປີ ພສ 2569 ຢູ່ທ່ານໍ້າບ້ານດ່ານຖິ່ນ ໃຫ້ກຽດເຂົ້າຮ່ວມມີທ່ານ ຈອມແພງ ວິໄລສານ ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ມີບັນດາຄະນະນຳຂອງແຂວງ, ເມືອງ, ຄະນະພັກຜູ້ຊີ້ນຳກຸ່ມບ້ານ, ຄະນະກໍາມະການປົກຄອງຕາແສງ, ອົງການປົກຄອງບ້ານ, ການຈັດຕັ້ງ, ແຂກຖືກເຊີນ, ພາກສ່ວນກ່ຽວຂ້ອງ, ຕະຫຼອດຮອດນັກສີພາຍເຮືອຊ່ວງ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ແສງເພັດ ດວງປະເສີດ ປະທານຄະນະກໍາມະການປົກຄອງຕາແສງນໍ້າປຸກ ໄດ້ຂຶ້ນກ່າວເປີດງານ ແລະ ທ່ານໄດ້ໃຫ້ຮູ້ເຖິງຈຸດປະສົງຂອງການຈັດງານ ເພື່ອເປັນອະນຸກລັກ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດໄວ້ໃຫ້ຍືນຍົງ ເປັນການສົ່ງເສີມການທ່ອງທ່ຽວຢູ່ໃນຈຸດສຸມສ້າງສາຍສຳພັນ, ຮັດແໜ້ນຄວາມສາ ມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ ການແຂ່ງຂັນເຮືອຊ່ວງຄັ້ງນີ້  ມີຫຼາຍພາກສ່ວນສົ່ງທີມນັກກິລາສີພາຍເຮືອຊ່ວງເຂົ້າຮ່ວມລວມມີ ສີພາຍເຮືອຊ່ວງທັງໝົດ 8 ລໍາ, ເຮືອແຕ່ລະລຳບັນຈຸສີພາຍ 12-15 ສີພາຍ, ມີເຮືອບ້ານດ່ານຖິ່ນ 1 ບ້ານດ່ານຖິ່ນ 2 ບ້ານໂພນສະຫວ່າງ 1, ບ້ານໂພນສະຫວ່າງ 2 ບ້ານໂພນໄຊ 1 ບ້ານໂພນໄຊ 2 ທີມເຮືອໄອຄິວສັ່ງລຸຍ ແລະ ທີມບ້ານຫ້ວຍເລີກ, ໄດ້ແບ່ງອອກເປັນ 2 ສາຍ, ຜ່ານການແຂ່ງຂັນຕົວຈິງ ຂອງແຕ່ລະທີມທີ່ຕ່າງຝ່າຍຕ່າງເອົາກຳລັງແຮງຂອງຕົນ ແລະ ເຕັກນິກຈັງວະເຂົ້າໃສ່ກັບການພາຍເຮືອຂອງຕົນເອງດ້ວຍບັນຍາກາດອັນເບີກບານມ່ວນຊື່ນຂອງທ່ານຜູ້ຊົມ, ຜູ້ເຊຍ ແລະ ນ້ຳໃຈຂອງນັກກິລາ. ສະຫຼຸບການແຂ່ງຂັນແລ້ວ ເຮືອຊ່ວງອັນດັບທີ 1 ໄດ້ແກ່ເຮືອຊ່ວງຂອງບ້ານໂພນໄຊ1  ທີ່ສາມາດຄອງແຊັມ, ໄດ້ຮັບຂັນລາງວັນປະຈຳປີ 1 ໜ່ວຍ ພ້ອມເງິນສົດ 7 ລ້ານກີບ, ໃຫ້ກຽດມອບລາງວັນຂອງ ທ່ານ ຈອມແພງ ວິໄລສານ ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ອັນດັບທີ 2 ໄດ້ແກ່ເຮືອຊ່ວງໄອຄິວສັ່ງລຸຍ ຮັບຂັນລາງວັນ 1 ໜ່ວຍ, ພ້ອມເງິນສົດ 5 ລ້ານກີບ, ມອບໂດຍ ທ່ານ ຄໍາຈັນ ຄໍາສຸພາສິດ ປະທານກວດກາພັກ-ລັດເມືອງຫ້ວຍຊາຍ, ອັນດັບທີ 3 ໄດ້ແກ່ເຮືອຊ່ວງ ບ້ານໂພນໄຊ2  ຮັບຂັນລາງວັນ 1 ໜ່ວຍ, ພ້ອມເງິນສົດ 4 ລ້ານກີບ, ມອບໂດຍ ທ່ານ ພັນໂທ ຫຸມເພັງ ອິນເປົາແກ້ວ ຫົວໜ້າກອງບັນຊາການທະຫານເມືອງຫ້ວຍຊາຍ, ອັນດັບທີ 4 ໄດ້ແກ່ເຮືອຊ່ວງ ບ້ານໂພນສະຫວ່າງ2  ໄດ້ຮັບລາງວັນເງິນສົດ 3 ລ້ານກີບ ມອບໂດຍ ທ່ານ ແສງເພັດ ດວງປະເສີດ ປະທານຄະນະກໍາມະການປົກຄອງຕາແສງນໍ້າປຸກ, ທັງນີ້ເພື່ອພ້ອມກັນສືບສານຮີດຄອງປະເພນີ ການແຂ່ງ ຂັນເຮືອຊ່ວງ ເນື່ອງໃນໂອກາດບຸນປະວໍລະນາອອກພັນ ໃຫ້ຄົງຢູ່ກັບຊາດລາວ ກໍ່ຄືປະຊາຊົນຢູ່ຈຸດສຸມພັດທະນາດ່ານຖີ່ນ ຕະຫຼອດໄປ ນອກນີ້, ຍັງຈະມີຈັດການຈັດການແຂ່ງຂັນເຮືອຊ່ວງ ແລະ ໄຫຼເຮືອລະຫວ່າງວັນທີ 26 – 27 ຕຸລາ 2025 ຢູ່ທີ່ທ່ານໍ້າບ້ານປ້າອ້ອຍ ເມືອງຫ້ວຍຊາຍແຂວງບໍ່ແກ້ວ, ດັ່ງນັ້ນຂໍເຊີນຊວນພໍ່ແມ່ປະຊາຊົນຊາວເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ, ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມງານດັ່ງກ່າວໃຫ້ມີບັນຍາກາດຝົດຟື້ນ.

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa