


ວັນທີ 7 ຕຸລານີ້ ຫ້ອງການສຶກສາທິການ ແລະ ກິລາເມືອງຫ້ວຍຊາຍ, ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ 1994 – 7 ຕຸລາ 2026 ຄົບຮອບ 32 ປີ, ເຂົ້າຮ່ວມມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ, ຄູອາຈານ, ສາມະຄົມພໍ່ແມ່ນັກຮຽນ, ແຂກຖຶກເຊີນ, ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ໃນພິທີ ທ່ານ ທິບພະກອນ ມະນໍາຄໍາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ, ໄດ້ໃຫ້ກຽດຂຶ້ນເຫຼົ້າມູນເຊື້ອປະຫວັດວັນຄູແຫ່ງຊາດລາວ, ທັງເປັນການເຊີດຊູກຽດສັກສີ, ຖະນະບົດບາດ ແລະ ຍົກສຸງຄຸນນະພາບຄົວຈິງດ້ານການຮໍ່າຮຽນ ຂອງລູກຫຼານພວກເຮົາຈະໄດ້ຫັນປ່ຽນໄປຕາມແນວທາງອັ່ນໃໝ່, ໃນຂະບວນວິວັດແຫ່ງການທະນາສັງຄົມມະນຸດໄດ້ມີການປ່ຽນແປງໄປຕາມລະບອບ, ຄຳວ່າຄູ ແມ່ນແມ່ນໄດ້ເວົ້າ ແລະ ສືບທອດຕໍ່ກັນມາຫຼາຍຊົ່ວຄົນມາແລ້ວ, ຄູໝາຍເຖີງຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການ, ເຊີ່ງນຳເອົາໄປຖ່າຍຖອດໃຫ້ຄົນອື່ນ, ຮູບການຖ່າຍຖອດນັ້ນເອີ້ນວ່າ ການຮຽນ-ການສອນ, ການຮຽນໃນເມື່ອກ່ອນແມ່ນອາໄສພໍ່-ແມ່, ຜູ້ອາວຸໂສ-ສົງຄຸນວຸດທິເປັນຜູ້ສິດສອນ, ສັ່ງສອນເລື້ອງຮີດຄອງປະເພນີ ຂະນົບທຳນຽມ, ວິຊາຄົມຕ່າງໆ ຫຼື ສົ່ງລູກຫຼານໄປບວດເປັນສັງຄະລີຢູ່ວັດເພື່ອສຶກສາພະທຳ ແລະ ອື່ນໆ, ປີ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ ເທົ່ານັ້ນ, ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍ, ໃນຈຳນວນດັ່ງກ່າວນັ້ນໄດ້ມີຄນລາວຄົນໜື່ງ ຊື່ວ່າ ທ້າວ ຄຳ ໄດ້ຮຽນຈົບຫ້ອງທີ່ 1 ( ປໍ6 ) ມາຮອດປີ 1907 ທ້າວ ຄໍາ ໄດ້ຮັບການເຝີກອົບຮົມວິຊາຄູ ເຊີ່ງຖືວ່າເປັນຄັ້ງທຳອິດໃນປະຫວັດສາດລາວ, ພາຍຫຼັງໄດ້ຮັບການເຝິກອົບຮົມແລ້ວ ມາຮອດ ວັນທີ່ 7 ຕຸລາ ປີ 1907 ທ້າວ ຄໍາ ເລີ່ມເປັນຄູສອນ, ຍ້ອນພວກລ່າເມືອງຂຶ້ນຝຣັ່ງເຫັນອິດທິພົນຂອງພະສົງໃນວຽກງານການສຶກສາຂອງລາວ, ຈິ່ງໄດ້ຫັນນະໂຍບາຍ ເພື່ອຜັນຂະຫຍາຍໂຮງຮຽນໃຫ້ກ້ວາງອອກ ກ່ວາເກົ່າ, ໂດຍໃຫ້ມີໂຮງຮຽນສ້າງຄູຂຶ້ນໃນປີ 1907 ທີ່ວັດຈັນ ເຊີ່ງມີພະສົງຈໍານວນ 50 ກ່ວາອົງ ທີໄດ້ເຂົ້າຮຽນ, ທ້າວ ຄໍາ ໄດ້ເປັນຄູສອນຢູ່ໂຮງຮຽນດັ່ງກ່າວ, ປີ 1913 ນາຍຄູຄໍາ ໄດ້ສອນຢູ່ໂຮງຮຽນ ຕັບໂຟແລງ ລວມມີຄູລາວ 3 ຄົນ, ມາຮອດກາງເດືອນພະຈິກ ປີ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວນໍາໂດຍນາຍຄູຄໍາ ໄດ້ລະເບີດຂຶ້ນຢູ່ທີ່ວຽງຈັນ, ພາຍຫຼັງປະຊາຊົນລາວໄດ້ລຸກຮືຂຶ້ນຍຶດອຳນາດ ໃນວັນທີ 12 ຕຸລາ ປີ 1945 ເປັນຕົ້ນມາ ການສຶກສາຈິ່ງມີລັກຊະນະຄ່ອຍໆປະກົດຕົວຂຶ້ນມາ ແລະ ໄດ້ສະຖາປານາປະເທດຊາດໃນ ວັນທີ 2 ທັນວາ ປີ 1975 ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງເປັນທາງການ, ພ້ອມດຽວກັນນີ້໊ ນ້ອງນ້ອຍນັກຮຽນໄດ້ຂຶ້ນຜ່ານສານອວຍພອນ ວັນຄູແຫ່ງຊາດ 7 ຕຸລາໝັ້ນຍືນ, ຈາກນັ້ນ ໄດ້ຜ່ານມະຕິຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ວ່າດ້ວຍການມອບໃບຍ້ອງຍໍກົມກອງ ແລະ ບຸກຄົນທີມີຜົນງານດີເດັ່ນ ຈໍານວນ 32 ໃບ ແລະ ໃບຍ້ອງຍໍຂອງປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ຈໍານວນ 4 ໃບ, ໃຫ້ກຽດມອບຂອງ ທິບພະກອນ ມະນໍາຄໍາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ, ແລະ ພ້ອມກັນຮັບຊົມການສະແດງສີລະປະວັນນະຄະດີຂອງນ້ອງນ້ອຍນັກຮຽນອິກດ້ວຍ.
ຂ່າວ: ພາບ: ບຸນຈັນ ບຸນປັນຍ