
ກອງປະຊຸມວຽກງານຈັດຕັ້ງທົ່ວເມືອງເມິງ ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ນີ້ ຢູ່ທີ່ສະໂມສອນເມືອງເມິງ ແຂວງບໍ່ແກ້ວ.ໂດຍການເປັນປະທານຮ່ວມຂອງ ສະຫາຍ ສີວິໄລ ສີແສນດີ ກໍາມມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເປັນກຽດເຂົ້າຮ່ວມໂດຍສະຫາຍ ນາງ ດາວ ໄຊເສດຖາ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການທະຫານ-ຕໍາຫຼວດ, ຄະນະພັກຮາກຖານ, ຄະນະພັກຄະນະກໍາມະການປົກຄອງຕາແສງ, ເລຂາຮອງເລຂາໜ່ວຍພັກ ແລະ ຄະນະຮັບຜິດຊອບຂອງເມືອງເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາພັກເມືອງ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກໃຫ້ຜູ້ແທນກອງປະຊຸມ ຈົ່ງເອົາໃຈໃສ່ພ້ອມກັນປະກອບຄໍາຄິດເຫັນຢ່າງເປີດກວ້າງ ແລະ ມີຄວາມຮັບຜິດຊອບສູງ ໃນການຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານຈັດຕັ້ງທົ່ວເມືອງເມິງໃນໄລຍະຜ່ານມາ. ໂດຍເນັ້ນໃສ່ການຊອກໃຫ້ເຫັນດ້ານດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ, ດ້ານອ່ອນ-ຂໍ້ຄົງຄ້າງ ພ້ອມທັງກໍານົດວິທີແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານຈັດຕັ້ງມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ ພ້ອມທັງໄດ້ເຊື່ອມຊຶມບົດໂອ້ລົມ: ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ເຜີຍແຜ່ບັນດາມະຕິສໍາຄັນ: ເປັນຕົ້ນແມ່ນ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່ ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ເພື່ອໃຊ້ເປັນບ່ອນອີງອັນໜັກແໜ້ນໃນການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ. ກອງປະຊຸມ ສະຫາຍ ຄໍາເງິນອິນທໍາພະວົງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຮ່າງບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ: ໄລຍະ 5 ປີ (2021-2025) ພ້ອມທັງກໍານົດທິດທາງແຜນການ 5 ປີຕໍ່ໜ້າ (2026-2030) ຜ່ານມາໄດ້ຖືເອົາການຄົ້ນຄວ້າເຊື່ອມຊືມ ແລະ ໂຄສະນາສຶກສາອົບຮົມ ໃຫ້ພະນັກງານພາຍໃນການຈັດຕັ້ງ ຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກັບ ແນວທາງການເມືອງຂອງພັກ, ຄົ້ນຄວ້າເຊື່ອມ ຊືມບັນດານິຕິກຳກ່ຽວກັບພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ຂອງຄະນະຈັດຕັ້ງ ແລະ ເອກະ ສານສຳຄັນອື່ນໆ ເປັນວຽກງານ ທີ່ຈຳເປັນ ຕິດພັນກັບການປັບປຸງແນວຄິດ, ຄຸນທາດການເມືອງ, ຄຸນ ສົມບັດ ສິນທຳປະຕິວັດ, ຄວາມຮູ້ຄວາມສາມາດ ແລະ ຄວາມຮັບຜິດຊອບ ຂອງພະນັກງານສະມາຊິກພັກ ເພື່ອສ້າງກຳລັງສັງລວມ ໃຫ້ແກ່ການຈັດຕັ້ງປະຕິບັດທຸກວຽກງານເປັນຂະບວນການ ແລະ ໄດ້ຮັບຜົນຜົນສຳເລັດ ຕາມລະດັບຄາດໝາຍ ເຮັດໃຫ້ການຈັດຕັ້ງເຂັ້ມແຂງ ແລະ ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ເປີດຮຽນສະໜັນສະໜູນໄດ້ 363 ສະຫາຍ, ຍິງ 118 ສະຫາຍ, ຮຽນກົດລະບຽບພັກໄດ້ 233 ສະຫາຍ, ຍິງ 77 ສະຫາຍ, ຮັບເຂົ້າພັກສໍາຮອງໄດ້ 239 ສະຫາຍ, ຍິງ 57 ສະຫາຍ,ເລື່ອນສໍາຮອງຂື້ນສົມບູນໄດ້ 226 ສະຫາຍ, ຍິງ 66 ສະຫາຍ, ສະມາຊິກພັກທີ່ຍົກຍ້າຍອອກໄປບ່ອນອື່ນມີ: ຈຳນວນ 110 ສະຫາຍ, ຍິງ 23 ສະຫາຍ, ສະມາຊິກພັກທີ່ຍ້າຍເຂົ້າມາແຕ່ບ່ອນອື່ນມີ: ຈໍານວນ 55 ສະຫາຍ, ຍິງ 14 ສະຫາຍ, ປັດຈຸບັນທົ່ວເມືອງມີ 3 ອົງຄະນະຮາກຖານຕາແສງ, ແລະ ມີ 1 ຄະນະພັກຮາກຖານ, ມີ 60 ໜ່ວຍພັກ, ມີສະມາຊິກພັກ ທັງໝົດ 963 ສະຫາຍ, ຍິງ 276 ສະຫາຍ, ສະມາຊິກພັກສໍາຮອງມີ 56 ສະຫາຍ, ຍິງ 20 ສະຫາຍ ; ໃນປີ 2025 ໄດ້ປະເມີນໄດ້ສະມາຊິກພັກແຂງ 867 ສະຫາຍ, ຍິງ 251 ສະຫາຍ, ປະເພດກາງ 43 ສະຫາຍ ຍິງ 12 ສະຫາຍ, ປະເພດອ່ອນ 0 ສະຫາຍ, ປະເພດເສຍທາດຂາດຄຸນ 0 ສະຫາຍ, ບໍ່ໄດ້ຈັດປະເພດ 54 ສະຫາຍ, ຍິງ 15 ສະຫາຍ, ມີໜ່ວຍພັກແຂງ 56 ໜ່ວຍ, ປະເພດກາງ 4 ໜ່ວຍ, ປະເພດອ່ອນ 0 ໜ່ວຍ, ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 33 ໜ່ວຍພັກ ແລະ ໄດ້ສົ່ງພະນັກງານໄປບໍາລຸງ-ກໍ່ສ້າງດ້ານທິດສະດີການເມືອງ ແລະ ວິຊາສະເພາະ, ທັງໄລຍະສັ້ນ, ໄລຍະຍາວຄື: ຮຽນທິດສະດີຂັ້ນຕົ້ນ ຈໍານວນ 2 ສະຫາຍ, ຮຽນທິດສະດີຂັ້ນກາງ ຈໍານວນ 4 ສະຫາຍ ຍິງ 1 ສະຫາຍ, ຮຽນບໍາລຸງພາສາຫວຽດນາມ 9 ເດືອນ 3 ສະຫາຍ ແລະ ໄປບໍາລຸງທິດສະດີຂັ້ນສູງລະບົບ 5 ເດືອນ 1 ສະຫາຍ, ບຳລຸງທິດສະດີ 9 ວັນ ມີ 58 ສະຫາຍ, ຍິງ 32 ສະຫາຍ, ຮຽນທິດສະດີຂັ້ນຕົ້ນ 22 ສະຫາຍ, ຍິງ 4 ສະຫາຍ ແລະ ຮຽນທິດສະດີຂັ້ນກາງ 34 ສະຫາຍ, ຍິງ 4 ສະຫາຍ ປັດຈຸບັນທົ່ວເມືອງມີພະນັກງານທັງໝົດ: 469 ທ່ານ ຍິງ 201 ທ່ານ, ໃນນັ້ນລັດຖະກອນສົມບູນ 427 ທ່ານ, ຍິງ 189 ທ່ານ, ພະນັກງານຝຶກງານ 95% ມີ 8 ທ່ານ, ຍິງ 2 ທ່ານ, ອາສາສະໝັກມີ: 17 ທ່ານ ຍິງ 8 ທ່ານ ແລະ ວຽກງານອື່ນໆກໍ່ໄດ້ຮັບຜົນສໍາເລັດເປັນຢາງເປັນດີ ຈາກນັ້ນບັນດາຜູ້ແທນກອງປະຊຸມຍັງໄດ້ປະກອບຄໍາຄິດເຫັນ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຕາມຄໍາຖາມເຈາະຈ້ຽມຂອງຄະນະຮັບຜິດຂອງເມືອງທີ່ໄດ້ວາງອອກ.
ໃນໂອກາດດ່ຽວກັນນີ້, ຄະນະປະທານພິທີ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ພະນັກງານການນໍາໃນແຕ່ລະຂັ້ນ ເອົາໃຈໃສ່ ຍົກສູງບົດບາດການນໍາພາຂອງພັກ: ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ: ກຳນົດໂຄງສ້າງ, ພາລະບົດບາດ, ສິດ-ໜ້າທີ່ ໃຫ້ມີປະສິດທິພາບ, ການຄຸ້ມຄອງ ແລະ ສັບຊ້ອນພະນັກງານ ວາງແຜນກຳນົດພະນັກງານນຳພາ-ສືບທອດ, ຈັດວາງ-ແຕ່ງຕັ້ງ, ເລື່ອນຊັ້ນ, ແລະ ປະເມີນຜົນງານຢ່າງເປັນຮູບປະທຳ, ການກໍ່ສ້າງ ແລະ ຍົກລະດັບ: ບຳລຸງທິດສະດີການເມືອງ, ການບໍລິຫານ, ແລະ ວິຊາສະເພາະ ເພື່ອສ້າງພະນັກງານຮຸ່ນໃໝ່ໃຫ້ມີຄວາມສາມາດຮອບດ້ານ, ເບິ່ງແຍງລະບອບອຸດໜູນ ແລະ ຍ້ອງຍໍຢ່າງຍຸຕິທຳ ຄວບຄູ່ກັບການກວດກາ ແລະ ປະຕິບັດວິໄນຕໍ່ຜູ້ລະເມີດ, ການຍຶດຖືຫຼັກການນຳພາ: ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນກຸ່ມ-ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ໂດຍຖືວ່າຖ້າວຽກງານຈັດຕັ້ງດີ, ຈະເຮັດໃຫ້ພະນັກງານ ແລະ ການຈັດຕັ້ງໃນທຸກຂົງເຂດມີຄວາມເຂັ້ມ ເຊິ່ງຈະເປັນພື້ນຖານອັນແຂງແກ່ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາຄວາມສະຫງົບຂອງເມືອງເມິງໃຫ້ໝັ້ນຄົງຕະຫຼອດໄປ.
ຂ່າວ: ອຸ່ນຄໍາ ຂັນວາລິດ.