ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍ່ແກ້ວ ສຳເລັດການຈັດງານຕະຫຼາດນັດແຮງງານ ສຳລັບນັກຮຽນຊັ້ນຕົ້ນ C1 ສາຂາປຸງແຕ່ງອາຫານ ແລະ ບໍລິການ.

ໃນວັນທີ 2 ຕຸລາ 2026 ນີ້, ຢູ່ທີ່ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍ່ແກ້ວ ໄດ້ຈັດງານຕະຫຼາດນັດແຮງງານ ສຳລັບນັກຮຽນຊັ້ນຕົ້ນ C1 ສາຂາການປຸງແຕ່ງອາຫານລາວ ແລະ ສາຂາບໍລິການອາຫານ-ເຄື່ອງດື່ມ (ພະນັກງານເສີບ).ໂດຍການເປັນປະທານຮ່ວມຂອງ ທ່ານ ອາຈານ ຄຳຜາຍ ພັນໃສ ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍ່ແກ້ວ ແລະ ທ່ານ ສຸລິນທາ ມາລິນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ.ມີບັນດາ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ, ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທີ່ປຶກສາດ້ານທັກສະເພື່ອການທ່ອງທ່ຽວຂອງໂຄງການ LAO/336, ຄະນະອຳນວຍການ, ຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍຜູ້ຕາງໜ້າຈາກຜູ້ປະກອບການ ແລະ ພາກທຸລະກິດເຂົ້າຮ່ວມ.

ໃນງານ, ທ່ານ ສົມແສງ ອິນທະວົງ ຫົວໜ້າພະແນກວິຊາການ ໄດ້ລາຍງານສະພາບການຮຽນ-ການສອນ ໃນການຝຶກອົບຮົມໄລຍະສັ້ນ 3-4 ເດືອນ ລະດັບຊັ້ນຕົ້ນ C1 ສົກຮຽນ 2025-2026 (ເລີ່ມຕັ້ງແຕ່ວັນທີ 8 ເມສາ ຫາ 2 ຕຸລາ 2026) ໃນ 2 ສາຂາອາຊີບ ຄື: ສາຂາການປຸງແຕ່ງອາຫານລາວ ແລະ ສາຂາພະນັກງານບໍລິການອາຫານ ແລະ ເຄື່ອງດື່ມ ໂດຍໄດ້ຮັບທຶນສະໜັບສະໜູນຈາກແຜນງານເພື່ອການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ Lao/336.ຊຸດຝຶກອົບຮົມຄັ້ງນີ້ ມີຄະນະຄູ-ອາຈານ ເຂົ້າຮ່ວມສິດສອນທັງໝົດ 9 ຄົນ (ຍິງ 6 ຄົນ) ແລະ ມີນັກຮຽນທີ່ຮຽນຈົບຊຸດອົບຮົມຕົວຈິງ 48 ຄົນ (ຍິງ 37 ຄົນ), ແບ່ງອອກເປັນ ສາຂາການປຸງແຕ່ງອາຫານລາວ: ຮຽນຈົບ 24 ຄົນ (ຍິງ 22 ຄົນ)ສາຂາບໍລິການອາຫານ ແລະ ເຄື່ອງດື່ມ: ຮຽນຈົບ 24 ຄົນ (ຍິງ 15 ຄົນ)ຫຼັກສູດການຮຽນ-ການສອນ ໄດ້ຈັດແບ່ງຕາມທີ່ກົມອາຊີວະສຶກສາກຳນົດ ເຊິ່ງລວມມີທັງພາກທິດສະດີ ແລະ ປະຕິບັດຕົວຈິງ ທັງໝົດ 30 ວິຊາ (ສາຂາປຸງແຕ່ງອາຫານລາວ ຮຽນ 640 ຊົ່ວໂມງ ແລະ ສາຂາບໍລິການອາຫານ-ເຄື່ອງດື່ມ ຮຽນ 500 ຊົ່ວໂມງ). ນອກຈາກນີ້, ຍັງໄດ້ຈັດກິດຈະກຳນອກຫຼັກສູດ ເຊັ່ນ: ການໄປທັດສະນະສຶກສາຢູ່ຮ້ານອາຫານ ແລະ ຄາເຟ່ຕົວຈິງ, ການຈັດງານຕະຫຼາດນັດແຮງງານ, ການທົດສອບການສຳພາດວຽກ, ພ້ອມທັງອຳນວຍຄວາມສະດວກດ້ານການເຮັດປະກັນໄພ ແລະ ການເປີດບັນຊີທະນາຄານໃຫ້ຫານັກຮຽນ.ສຳລັບຜົນການປະເມີນເກຣດ (GPA) ຂອງນັກຮຽນທີ່ຈົບການສຶກສາ ທັງໝົດ 24 ຄົນ (ຫຼື 48 ຄົນ ):ໄດ້ເກຣດ B ຈຳນວນ 23 ຄົນ (ຍິງ 20 ຄົນ), ເທົ່າກັບ 95.83% ໄດ້ເກຣດ C+ ຈຳນວນ 1 ຄົນ (ຍິງ 1 ຄົນ), ເທົ່າກັບ 4.16% ພ້ອມດຽວກັນນີ້, ທາງໂຮງຮຽນຍັງໄດ້ຜ່ານທິດທາງແຜນການໃນສົກຮຽນ 2026-2027 ເຊິ່ງຈະສືບຕໍ່ໂຄສະນາປະຊາສຳພັນ ແລະ ຮັບນັກຮຽນໃໝ່ ໂດຍມີແຜນຈະເປີດການຮຽນ-ການສອນ ຝຶກອົບຮົມໄລຍະສັ້ນ ສາຂາອາຊີບການປຸງແຕ່ງອາຫານລາວ ຈຳນວນ 1 ຫ້ອງ (25 ຄົນ) ໃນເດືອນຕຸລາ 2026 ນິ້.

ທ່ານ ໂຄຈອນ ສຸພາວັນ ທີ່ປຶກສາດ້ານທັກສະເພື່ອການທ່ອງທ່ຽວຂອງໂຄງການ LAO/336 ໄດ້ມີຄຳເຫັນກ່ຽວກັບການສົ່ງເສີມສີມືແຮງງານ ແລະ ການເຂົ້າເຖິງຕຳແໜ່ງງານຂອງນັກຮຽນ-ນັກສຶກສາທີ່ຈົບການສຶກສາໃໝ່ ໃນຂະແໜງການທ່ອງທ່ຽວ ແລະ ບໍລິການ. ທ່ານໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ຊ່ວຍເຫຼືອນັກສຶກສາຈົບໃໝ່ທີ່ມີອາຍຸຕ່ຳກວ່າ 18 ປີ ໃຫ້ສາມາດເຂົ້າເຮັດວຽກໃນໂຮງແຮມ ຫຼື ຮ້ານອາຫານໄດ້ຢ່າງຖືກຕ້ອງຕາມກົດໝາຍ.ຈາກນັ້ນ, ຜູ້ຕາງໜ້າຈາກພາກທຸລະກິດ ແລະ ສະຖານປະກອບການຕ່າງໆ ກໍໄດ້ປະກອບຄຳຄິດເຫັນ ເພື່ອແລກປ່ຽນບົດຮຽນ ແລະ ແນວທາງການຮັບຮອງແຮງງານ.

ໃນໂອກາດນິ້,ທ່ານ ຄຳຜາຍ ພັນໃສ ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍ່ແກ້ວ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາທີ່ສຳຄັນຕໍ່ນັກຮຽນທີ່ຈົບໃໝ່ ເພື່ອເປັນເຂັມທິດຊີ້ທາງໃນການກ້າວເຂົ້າສູ່ເສັ້ນທາງອາຊີບ

ຈາກນັ້ນ,ຄະນະປະທານ ແລະ ແຂກຖືກເຊີນ ໄດ້ເຂົ້າຮ່ວມທ່ຽວຊົມກິດຈະກຳ ແລະ ຜົນງານຕົວຈິງຂອງນັກຮຽນຕາມບູ້ດຕ່າງໆ ເຊັ່ນ: ການເຮັດເຂົ້າຕົ້ມຫົວຫງອກ,ເຂົ້າໜົມຊັ້ນ,ປາເຕໂຊ,ຈືນເປາະເປຍ, ລາບທອດ, ການຊົງຊາໄທ, ໂກໂກ້, ຊາຂຽວ, ອາຫານລາວ, ການພັບຜ້າລາຍຕ່າງໆ, ການປະສົມເຄື່ອງດື່ມ ຕະຫຼອດຮອດການຈັດໂຕະອາຫານຢ່າງມາດຕະຖານ.ພ້ອມທັງມີການເປີດເວທີສຳພາດ ແລະ ຮັບສະໝັກງານນັກຮຽນໂດຍຕົ່ງ ເພື່ອສ້າງໂອກາດໃຫ້ຜູ້ຮຽນໄດ້ເຂົ້າເຖິງຕຳແໜ່ງງານຕົວຈິງ.ງານຕະຫຼາດນັດແຮງງານຄັ້ງນິ້, ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຮຽບຮ້ອຍ ແລະ ເຕັມໄປດ້ວຍບັນຍາກາດອັນອົບອຸ່ນ.

#ຂ່າວ: ເງິນຫຼົງ ຈິດພູວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa