ເມືອງເມິງ. ຈັດກອງປະຊຸມ ສະຫຼຸບຖອດຖອນບົດຮຽນການຂຶ້ນບັນຊີຄຸ້ມຄອງອາວຸດເສິກ ແລະ ເກັບກູ້ທ້ອນໂຮມອາວຸດລາເນື້ອ ແລະ ປືນດັດແປງທຸກຊະນິດ.

ວັນທີ 30 ກັນຍາ 2026 ຜ່ານມານີ້ ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງ ໄດ້ຈັດກອງປະຊຸມ ສະຫຼຸບຖອດຖອນບົດຮຽນການຂຶ້ນບັນຊີຄຸ້ມຄອງອາວຸດເສິກ ແລະ ເກັບກູ້ທ້ອນໂຮມອາວຸດລາເນື້ອ ແລະ ປືນດັດແປງທຸກຊະນິດ ໂດຍການເປັນປະທານຂອງທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງການກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າຫ້ອງການ, ປະທານຄະນະກໍາມະການປົກຄອງຕາແສງທັງ 3 ຕາແສງ, ສອງກອງບັນຊາການ ປກຊ-ປກສ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອຳນວຍການໂຮງຮຽນ-ໂຮງໝໍ, ຫົວໜ້າລັດວິສາຫະກິດພາຍໃນເມືອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ພັນໂທ ກອງຄໍາ ຕິບພະວົງ ຮອງກອງບັນຊາການ ປກສ ເມືອງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຂຶ້ນບັນຊີເກັບກູ້, ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດໃນຂອບເຂດທົ່ວເມືອງເມິງ ພ້ອມທັງຜ່ານບົດລາຍງານ ເຊິ່ງໄດ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ບົດຮຽນທີຖອດຖອນໄດ້ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະທີ່ຜ່ານມາ ໂດຍປະຕິບັດຕາມຄໍາແນະນໍາປະທານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງສະບັບເລກທີ 31/ປກຊ-ປກສ.ບກ ລົງວັນທີ 15 ມີນາ 2023 ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ 563/ປກສ.ບກ ລົງວັນທີ 3 ເມສາ 2019 ວ່າດ້ວຍການຮີບໂຮມ, ຂຶ້ນບັນຊີ ຄຸ້ມຄອງອາວຸດປືນເສິກ ຜ່ານການຈັດຕັ້ງປະຕິບັດ ມີ 9 ຫ້ອງການສາມາດເກັບກູ້ອາວຸດເສິກໄດ້ທັງໝົດ 11 ກະບອກ, ໃນນັ້ນປືນ AK 4 ກະບອກ, ປືນສັ້ນ D2 ມີ 2 ກະບອກ, ປືນສັ້ນ EZ-45 1 ກະບອກ, ປືນສັ້ນ 9 ມມ  1 ກະບອກ, ປືນດັດແປງ ( ປືນລູກອັດ ) 1 ກະບອກ ແລະ ເກັບກູ້ອາວຸດເສິກນໍາປະຊາຊົນໃນທົ່ວເມືອງໄດ້ທັງໝົດ 84 ກະບອກ, ປືນ AK 44 ກະບອກ, ປືນ EKE 25 ກະບອກ, ປືນ SKE 8 ກະບອກ, ປືນສັ້ນ EP 3 ກະບອກ, ປືນສັ້ນ EZ-45 ມີ 5 ກະບອກ, ປືນສັ້ນ DZ ມີ 2 ກະບອກ, ປືນສັ້ນ 9 ມມ 1 ກະບອກ, ເອົາປືນ AK ຄືນ 1 ກະບອກ, ຈາກນັ້ນໃນພິທີຍັງໄດ້ມອບໃບຍັ້ງຍໍໃຫ້ແກ່ຄະນະຮັບຜິດຊອບ ຜູ້ທີ່ໄດ້ລົງເຄື່ອນໄຫວເກັບກູ້, ຄຸ້ມຄອງອາວຸດ ແລະ ເບີດໃນຂອບເຂດທົ່ວເມືອງເມິງຕື່ມອີ່ກ. ລວມທັງໝົດ 105 ກະບອກ ທັງນີ້ກໍ່ເພຶ່ອເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ທັງເປັນການຍຸດຕິລ້າສັດປ່າຫວງຫ້າມທີ່ໄກຈະສູນພັນ ໃຫ້ກັບມາແຜພັນຫຼາຍຂຶ້ນກ່ວາເກົ່າ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ທ່ານຍັງໃຫ້ຮູ້ວ່າ: ປັດຈຸບັນການຄອບຄອງອາວຸດເສິກເປັນຕົ້ນແມ່ນ: ປຶນແກັບ, ປືນລົມ, ປືນແວງ ແລະ ປືນດັດແປງຕ່າງໆ ແມ່ນມີຈໍານວນເພີ່ມຂຶ້ນຫຼາຍ ການປະດິດປືນຕ່າງໆແມ່ນຊອກຊື້ໄດ້ງາຍໃນສື່ອອນລາຍຕ່າງໆ ແລະ ໄດ້ຮຽກຮ້ອງມາຍັງພາກສວນທີ່ກ່ຽວຂ້ອງຈົ່ງເປັນເຈົ້າການໃນການຈັດຕັ້ງປະຕິບັດໃນການຕິດຕາມກວດກາ ຖ້າພົບເຫັນແມ່ນໃຫ້ຍຶດອາວຸດປືນດັ່ງກ່າວໄວ້ ພ້ອມທັງດໍາເນິນຄະດີຕາມລະບຽບກົດໝາຍ ທັງນີ້ກໍ່ເພຶ່ອເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ທັງເປັນການສະກັດກັ້ນບໍ໋ໃຫ້ມີການລ້າສັດປ່າທຸກຊະນິດ ໂດຍສະເພາະສັດປ່າຫວງຫ້າມທີ່ໄກ້ຈະສູນພັນ ເຊິ່ງການປົກປັກຮັກສາ ແລະ ອານຸລັກສັດນໍ້າສັດປ່າແມ່ນໜ້າທີ່ຂອງທົ່ວປວງຊົນໃນສັງຄົມ ແລະ ໃຫ້ພາກສວນທີ່ກ່ຽວຂ້ອງສຶບຕໍ່ເກັບຄືນອາວຸດເສິກນໍາພະນັກງງານບໍານານທີ່ຍັງບໍ່ທັນໄດ້ສົ່ງຄືນອາວຸດໃຫ້ກັບເຈົ້າໜ້າທີ່ ກໍ່ຄືພາກສວນທີ່ກ່ຽວຂ້ອງ ແມ່ນໃຫ້ສົ່ງຄືນໃຫ້ຄົບຕາມຈໍານວນທີ່ກໍານົດໄວ້.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa