ອົງການໄອຍະການປະຊາຊົນ ເຂດ III ແຂວງບໍ່ແກ້ວ ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນ ແລະ ປະເມີນຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ປະຈໍາປີ 2026.

‎         ໃນວັນທີ 30 ກັນຍາ 2026 ນີ້, ຢູ່ທີ່ ຫ້ອງປະຊຸມ ຫ້ອງການຍຸຕິທຳເມືອງ ຕົ້ນເຜິ້ງ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ແລະ ປະເມີນຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ດ້ວຍຄໍາຂວັນ “3 ມີ 4 ຮັບປະກັນ” ປະເພດກົມກອງ ແລະ ບຸກຄົນ ປະຈໍາປີ 2026 ຂຶ້ນຢ່າງເປັນທາງການ.

‎       ກອງປະຊຸມດັ່ງກ່າວ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ເພັດສະໝອນ ແພງມະລົມສີ  ຫົວໜ້າອົງການໄອຍະການປະຊາຊົນ ເຂດ III ແຂວງບໍ່ແກ້ວ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ອຸ່ນຄຳ ສີຜາວັນ ກຳມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາທ່ານຄະນະອົງການ, ຫົວໜ້າ/ຮອງຂະແໜງ, ຄະນະໜ່ວຍງານ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

‎        ໃນວາລະກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານໃນຊຸມປີຜ່ານມາ, ເຊື່ອມຊື່ມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 79/ສພຊ, ເຊື່ອມຊື່ມດຳລັດວ່າດ້ວຍການປະເມີນຜົນ ການ ປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ເລກທີ 300/ລບ, ລົງວັນທີ 13 ກັນຍາ 2017, ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດ ຂໍ້ ແຂ່ງຂັນຮັກຊາດ ແລະ ພັດທະນາດ້ວຍຄໍາຂວັນ 3 ມີ 4 ຮັປະກັນ ຂອງອົງການໄອຍະການ ປະຊາຊົນ ພ້ອມທັງຜ່ານເກນການປະເມີນຜົນການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ເພື່ອໃຫ້ສອດຄ່ອງກັບລະບຽບການ ແລະ ຫຼັກການຄຸ້ມຄອງລັດ. ນອກຈາກນີ້, ຍັງໄດ້ສຸມໃສ່ປະເມີນຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ພາຍໃຕ້ຄໍາຂວັນ “3 ມີ 4 ຮັບປະກັນ” ທັງໃນລະດັບກົມກອງ ແລະ ບຸກຄົນ ເພື່ອຄັດເລືອກ, ຍ້ອງຍໍ້ ແລະ ຊຸກຍູ້ຜົນງານອັນໂດດເດັ່ນຂອງແຕ່ລະວຽກງານ.

‎     ໂອກາດດັ່ງກ່າວ, ທ່ານປະທານກອງປະຊຸມໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມ ໂດຍໄດ້ເນັ້ນໜັກໃຫ້ຄະນະພັກຄະນະນຳ ຕະຫຼອດຮອດພະນັກງານລັດຖະກອນ ອົງການໄອຍະການ ຈົ່ງເພີ່ມພູນຄວາມຮັບຜິດຊອບໃຫ້ຫຼາຍກ່ວ່າເກົ່າ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ຍົກສູງຄວາມສາມາດທາງດ້ານວິຊາສະເພາະ, ຮ່ຳຮຽນ ກຳແໜ້ນເຊື່ອມຊຶມ, ເຮັດໃຫ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ມີ 4 ຮັບປະກັນ” ກາຍເປັນຂະບວນການຟົດຟື້ນ, ມີປະສິດທິພາບ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມຢ່າງແທ້ຈິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa