






ວັນທີ່ 23 ກັນຍາ 2026 ນີ້. ພະນັກງານລັດຖະກອນເມືອງປາກທາ ໄດ້ສ້າງຂະບວນການອອກແຮງງານລວມ ຢູ່ຂອບເຂດຜ່າມໄຊແຄມນໍ້າຂອງ ເພື່ອເປັນການປະກອບສ່ວນ ເຂົ້າໃນການກະກຽມຄວາມພ້ອມ ຕ້ອນຮັບງານບຸນຊ່ວງເຮືອປະເພນີທີ່ທ່ານ້ຳຂອງເມືອງປາກທາທີ່ມາເຖິງໃນໝໍ່ນີ້ຢ່າງເປັນຂະບວນຟົດຟື້ນ, ເຊິ່ງນຳໂດຍຄະນະນໍາຂອງເມືອງ ພ້ອມດ້ວຍບັນດາທ່ານ ຫົວໜ້າ-ຮອງຫົວໜ້າ ຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕະຫຼອດຮອດ ພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນເມືອງທຸກພາກສ່ວນ ພ້ອມກັນສ້າງຂະບວນການອອກແຮງງານລວມຢ່າງຟົດຟື້ນ ຕາມຄວາມຮັບຜິດຊອບ. ການອອກແຮງງານລວມໃນຄັ້ງນີ້ ໂດຍເນັ້ນໃສ່ ເກັບຂີ້ເຫຍື້ອ, ຖາງຫຍ້າ ຕາມເສັ້ນທາງສາຍຫຼັກ, ຖະໜົນຫົນທາງ, ໃນທົ່ວເທດສະບານເມືອງ ໃຫ້ມີຄວາມສະອາດງາມຕາ, ມີຄວາມເປັນລະບຽບຮຽບຮ້ອຍ. ພ້ອມນີ້, ຍັງເປັນການທຳລາຍແຫຼ່ງເພາະພັນຍຸງລາຍນໍາອີກ ທັງໄດ້ສ້າງຄວາມຮັດແໜ້ນສາມັກຄີພາຍໃນໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
ພາບ-ຂ່າວ: ວັນະເດດ