
ຄະນະກວດກາພັກແຂວງ-ອົງການກວດກາລັດແຂວງບໍ່ແກ້ວ ໄດ້ສະຫຼຸບຕີລາຄາຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາວຽກງານກວດກາ 5 ປີ (2021-2025) ພ້ອມທັງຜ່ານຮ່າງແຜນພັດທະນາວຽກງານກວດກາ 5 ປີຕໍ່ໜ້າ (2026-2030) ເພື່ອມຸ່ງເນັ້ນໃສ່ການເພີ່ມທະວີຄວາມເຂັ້ມແຂງໃນການຕິດຕາມ, ກວດກາ ແລະ ສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງຢ່າງເດັດຂາດ.ເຖິງວ່າໃນໄລຍະ 5 ປີຜ່ານມາ (2021-2025) ຈະມີສະພາບຄວາມຫຍຸ້ງຍາກຈາກຜົນກະທົບທາງດ້ານເສດຖະກິດ-ສັງຄົມ, ບັນຫາເງິນເຟີ້, ຄ່າຄອງຊີບສູງ ແລະ ໄພພິບັດທໍາມະຊາດກໍຕາມ; ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວ, ຄະນະກວດກາສູນກາງພັກ ແລະ ຄວາມເອົາໃຈໃສ່ຂອງຖັນແຖວພະນັກງານກວດກາທົ່ວແຂວງ, ການຈັດຕັ້ງປະຕິບັດວຽກງານກວດກາແມ່ນໄດ້ຮັບຜົນສໍາເລັດຢ່າງຮອບດ້ານ ເຊິ່ງສະແດງອອກໃນບັນດາຂົງເຂດວຽກງານຕົ້ນຕໍ ດັ່ງນີ້:ວຽກງານຕິດຕາມ-ກວດກາພັກ: ທົ່ວແຂວງບໍ່ແກ້ວ ມີ 8 ອົງຄະນະພັກ, 85 ຄະນະພັກຮາກຖານ, 685 ໜ່ວຍພັກ (ໃນນັ້ນມີໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 530 ໜ່ວຍພັກ ກວມ 77%) ແລະ ມີສະມາຊິກພັກທັງໝົດ 11.205 ສະຫາຍ (ຍິງ 3.082 ສະຫາຍ). ໃນໄລຍະຜ່ານມາ ໄດ້ຮັບສະມາຊິກພັກສົມບູນໃໝ່ 2.576 ສະຫາຍ. ພ້ອມດຽວກັນນັ້ນ ໄດ້ຕິດຕາມ, ກວດກາ ແລະ ດໍາເນີນວິໄນຕໍ່ສະມາຊິກພັກທີ່ຜິດຕໍ່ລະບຽບພັກທັງໝົດ 111 ສະຫາຍ.
ວຽກງານກວດກາລັດ: ໄດ້ຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ 13 ໂຄງການ ມູນຄ່າ 1,06 ຕື້ກີບ; ກວດກາໂຄງການຄ້າງກວດກາ 18 ໂຄງການ ມູນຄ່າ 68,95 ຕື້ກີບ (ກວດກາຮຽບຮ້ອຍແລ້ວ 9 ໂຄງການ); ຈັດຕັ້ງປະຕິບັດການກວດກາຕາມຄໍາສັ່ງ ແລະ ຂໍ້ຕົກລົງ ເປັນຕົ້ນແມ່ນ: ແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ ປີ 2021-2022 ສາມາດເກັບລາຍຮັບໄດ້ 48,42 ຕື້ກີບ ແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ 4.856 ຄັນ ເກັບລາຍຮັບພາສີ-ອາກອນ ແລະ ຄ່າປັບໃໝໄດ້ 252,63 ຕື້ກີບ; ພ້ອມທັງຕິດຕາມຜົນການກວດສອບ ແລະ ເກັບກູ້ຊັບສິນຄືນໃຫ້ລັດໄດ້ຢ່າງມີປະສິດທິຜົນ.ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ແຈ້ງຊັບສິນ: ໄດ້ຈັດຂະບວນການໂຄສະນາ-ເຜີຍແຜ່ກົດໝາຍ ແລະ ຈັດຝຶກອົບຮົມສຶກສາອົບຮົມການເມືອງ-ແນວຄິດຢ່າງກວ້າງຂວາງ. ດ້ານການແຈ້ງຊັບສິນ ແລະ ລາຍຮັບ ຕາມດໍາລັດ 159/ລບ ສາມາດດໍາເນີນການແຈ້ງຊັບສິນໃຫ້ພະນັກງານ-ລັດຖະກອນໄດ້ທັງໝົດ 11.952 ທ່ານ. ວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ: ໄດ້ຮັບຄໍາຮ້ອງ-ຄໍາສະເໜີທັງໝົດ 70 ສະບັບ, ຄົ້ນຄວ້າແກ້ໄຂຕາມພາລະບົດບາດສໍາເລັດ 16 ສະບັບ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ 51 ສະບັບ ແລະ ໃຫ້ຄໍາປຶກສາດ້ານກົດໝາຍແກ່ປະຊາຊົນ 13 ເທື່ອຄົນ.ວຽກງານປັບປຸງກົງຈັກ ແລະ ບໍາລຸງພະນັກງານ: ໄດ້ປັບປຸງກົງຈັກການຈັດຕັ້ງຕາມຂໍ້ຕົກລົງ ແລະ ນິຕິກໍາຂັ້ນເທິງ. ປັດຈຸບັນ ທົ່ວແຂວງມີພະນັກງານກວດກາອາຊີບ 73 ທ່ານ (ຍິງ 26 ທ່ານ) ແລະ ໄດ້ສົ່ງພະນັກງານເຂົ້າຮ່ວມການຍົກລະດັບ ຝຶກອົບຮົມວິຊາສະເພາະ ທັງພາຍໃນ ແລະ ຕ່າງປະເທດຢ່າງກໍານົດໄວ້.
ສໍາລັບ ແຜນພັດທະນາວຽກງານກວດກາ 5 ປີ (2026-2030), ຄະນະກວດກາພັກແຂວງ Bokeo ໄດ້ກໍານົດທິດທາງລວມ ແລະ ຄາດໝາຍສູ້ຊົນ ໂດຍຕິດພັນກັບຄໍາຂວັນທີ່ວ່າ: “ເພີ່ມທະວີ 2 ຕິດຕາມ, 3 ກວດກາ, 4 ແກ້ໄຂ ໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງເດັດຂາດ, ໂປ່ງໃສ, ແກ້ໄຂຄໍາຮ້ອງ-ຄໍາສະເໜີ ຕາມລະບຽບກົດໝາຍ”.ເພື່ອເຮັດໃຫ້ບັນລຸຕາມຄາດໝາຍ ໄດ້ກໍານົດ 5 ແຜນງານ, 13 ແຜນວຽກຈຸດສຸມ, 71 ແຜນວຽກ ແລະ 11 ໂຄງການ, ເຊິ່ງປະກອບມີ: ແຜນງານທີ Ⅰ: ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຕິດຕາມ, ກວດກາພັກ (2 ແຜນວຽກຈຸດສຸມ, 15 ແຜນວຽກ, 2 ໂຄງການ). ແຜນງານທີ Ⅱ: ສ້າງຄວາມເຂັ້ມແຂງວຽກງານກວດກາລັດ (3 ແຜນວຽກຈຸດສຸມ, 12 ແຜນວຽກ, 2 ໂຄງການ).ແຜນງານທີ Ⅲ: ເພີ່ມທະວີວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ (3 ແຜນວຽກຈຸດສຸມ,14 ແຜນວຽກ, 2 ໂຄງການ). ແຜນງານທີ Ⅳ: ເພີ່ມທະວີວຽກງານຄົ້ນຄວ້າພິຈາລະນາແກ້ໄຂຄໍາຮ້ອງ-ຄໍາສະເໜີ (2 ແຜນວຽກຈຸດສຸມ, 9 ແຜນວຽກ, 2 ໂຄງການ).ແຜນງານທີ Ⅴ: ຍົກສູງຂີດຄວາມສາມາດໃນການບໍລິຫານອົງກອນ (3 ແຜນວຽກຈຸດສຸມ, 21 ແຜນວຽກ, 3 ໂຄງການ).
ທາງຄະນະກວດກາພັກແຂວງບໍ່ແກ້ວໄດ້ວາງຄາດໝາຍງົບປະມານນໍາໃຊ້ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດແຜນງານໃນໄລຍະ 5 ປີ (2026-2030) ລວມທັງໝົດ 3.295.920.000 ກີບ ພ້ອມທັງກໍານົດມາດຕະການ ແລະ ກົນໄກຈັດຕັ້ງປະຕິບັດຢ່າງຈະແຈ້ງ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານກວດກາມີຄວາມສັກສິດ, ໂປ່ງໃສ, ຍຸຕິທໍາ ແລະ ມີປະສິດທິຜົນສູງສຸດ.
ຂ່າວໂດຍ: ເງິນຫຼົງ ຈິພູວົງ.