





ພິທີປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ພະນັກງານນາຍທະຫານຢູ່ກອງພັນໃຫຍ່302 ໄດ້ຈັດຂື້້ນຢູ່ທີ່ສະໂມສອນກອງພັນໃຫຍ່302 ໃນຕອນເຊົ້າຂອງວັນທີ 23 ກັນຍາ ປີ2026 ນີ້, ໂດຍການເປັນປະທານຂອງ ສະຫາຍພັນນເອກ ຄໍາອ້ວນ ວຽງສະຫວັນ ຄະນະພັກກອງພົນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່302, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, 5ພະແນກການ, 2ກອງພັນນ້ອຍ, ກອງຮ້ອຍ, ໝວດເອກະລາດ ແລະຂະແໜງການທີ່ກ່ຽວຂ້ອງຕະຫຼອດຮອດພະນັກງານນາຍທະຫານ ຜູ້ທີ່ໄດ້ຮັບຊັ້ນໃໝ່ມາຈາກອົງການ, ກົມກອງ ທົ່ວກອງພັນໃຫຍ່302 ເຂົ້າຮ່ວມ.
ສະຫາຍພັນຕີ ພຸດ ພອນມະນີ ຫົວໜ້າຂະແໜງພະນັກງານ ກອງພັນໃຫຍ່302 ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 4001/ກປທ ລົງວັນທີ 13 ສິງຫາ 2026 ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ພະນັກງານນາຍທະຫານ ຢູ່ກອງພັນໃຫຍ່302 ຈຳນວນ 34 ສະຫາຍ, ໃນນີ້ກະຊວງປ້ອງກັນປະເທດ ກົມໃຫຍ່ການເມືອງກອງທັບ ຕົກລົງ ເລື່ອນຊັ້ນ ຮ້ອຍເອກ ຂື້ນ ພັນຕີ 03 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຮ້ອຍເອກ 02 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ 02 ສະຫາຍ, ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ວາທີ ຂຶ້ນ ຮ້ອຍຕີ 27 ສະຫາຍ, ປະດັບທຽບຊັ້ນໃຫ້ພາກສ່ວນທີ່ຮຽນຈົບວິຊາສະເພາະຈາກສາຍລັດ ຮ້ອຍຕີ 06 ສະຫາຍ.
ຕອນທ້າຍພິທີ ສະຫາຍພັນນເອກ ຄໍາອ້ວນ ວຽງສະຫວັນ ຄະນະພັກກອງພົນ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່302 ກໍ່ໄດ້ໂອລົມຕໍ່ພະນັກງາານນາຍທະຫານທີ່ໄດ້ຮັບຊັ້ນ ໃໝ່ໃນຄັ້ງນີ້ ໂດຍສະຫາຍໄດ້ຍົກໃຫ້ເຫັນສະພາບການອັນພົນເດັ່ນຂອງໂລກ, ພາກພື້ນ ແລະ ຂອບເຂດກົມກອງຮັບຜິດຊອບທີ່ພວມຜັນແປໄປຢ່າງສັບສົນ, ພ້ອມນີ້ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍ ໃຫ້ເອົາໃຈໃສຄົ້ນຄວ້າ, ເຊື່ອມຊືມແນວທາງນະໂຍບາຍຂອງພັກ-ລັດ, ຕັ້ງໜ້າປະຕິບັດໜ້າທີວຽກງານ ກໍ່ຄືຂໍ້ກໍານົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີການເມືອງຂອງຕົນ, ສືບຕໍຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຍົກສູງສະຕິລະຫວັງຕົວຕໍ່ການຈັດຕັ້ງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແລະພ້ອມກັນເຮັດສໍາເລັດໜ້າທີຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງຂື້ນເທື່ອລະກ້າວ.
ພາບ\ຂ່າວ: ພອນແກ້ວ ວິໄລສັກ