ກອງປະຊຸມວຽກງານຈັດຕັ້ງທົ່ວແຂວງບໍ່ແກ້ວ ຄັ້ງທີ VII.

ກອງປະຊຸມວຽກງານຈັດຕັ້ງທົ່ວແຂວງບໍ່ແກ້ວ ຄັ້ງທີ VII ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026 ນີ້ ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງບໍ່ແກ້ວ.ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ,ມີບັນດາສະຫາຍໃນຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຕາງໜ້າຄະນະນໍາຈາກ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ, ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກໃຫ້ຜູ້ແທນກອງປະຊຸມ ຈົ່ງເອົາໃຈໃສ່ພ້ອມກັນປະກອບຄໍາຄິດເຫັນຢ່າງເປີດກວ້າງ ແລະ ມີຄວາມຮັບສູງ ໃນການຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານຈັດຕັ້ງທົ່ວແຂວງໃນໄລຍະຜ່ານມາ. ໂດຍມຸ່ງເນັ້ນໃສ່ການຊອກໃຫ້ເຫັນດ້ານດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ, ດ້ານອ່ອນ-ຂໍ້ຄົງຄ້າງ ພ້ອມທັງກໍານົດວິທີແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານຈັດຕັ້ງມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

ກອງປະຊຸມ, ຄະນະຮັບຜິດຊອບໄດ້ຜ່ານຮ່າງບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ: ໄລຍະ 5 ປີ (2021-2025) ພ້ອມທັງກໍານົດທິດທາງແຜນການ 5 ປີຕໍ່ໜ້າ (2026-2030).ຜ່ານຮ່າງລາຍງານຕີລາຄາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ: ຂອງອົງຄະນະພັກແຂວງ (2021-2025) ແລະ ທິດທາງແຜນການ (2026-2030) ເພື່ອຮັບປະກັນຄວາມຕໍ່ເນື່ອງ ແລະ ຄວາມເຂັ້ມແຂງຂອງລະບົບການເມືອງ.ເຊື່ອມຊຶມບົດໂອ້ລົມ: ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII.ເຜີຍແຜ່ບັນດາມະຕິສໍາຄັນ: ເປັນຕົ້ນແມ່ນ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່ ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ເພື່ອໃຊ້ເປັນບ່ອນອີງອັນໜັກແໜ້ນໃນການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ.ນອກຈາກນິ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາຄິດເຫັນ ແລະ ແລກປ່ຽນບົດຮຽນຕົວຈິງໃນຫຼາຍບັນຫາ ເປັນຕົ້ນແມ່ນ ວຽກງານການປັບປຸງກົງຈັກການຈັດຕັ້ງ, ບົດຮຽນການບໍາລຸງສ້າງພະນັກງານ, ຜົນສໍາເລັດການສ້າງແຜນກໍານົດພະນັກງານຢູ່ເມືອງ, ການກະກຽມ-ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ກອງປະຊຸມໃຫຍ່ໜ່ວຍພັກຮາກຖານບ້ານ, ບົດຮຽນການຂະຫຍາຍພັກຢູ່ເມືອງຕະຫຼອດຮອດການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ເມືອງ ເພື່ອເປັນບ່ອນອີງໃນການວາງທິດທາງແຜນການໃຫ້ບັນລຸຄາດໝາຍທີ່ກໍານົດໄວ້.

ໃນໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ພະນັກງານການນໍາໃນແຕ່ລະຂັ້ນ ເອົາໃຈໃສ່ ຍົກສູງບົດບາດການນໍາພາຂອງພັກ: ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ: ກຳນົດໂຄງສ້າງ, ພາລະບົດບາດ, ສິດ-ໜ້າທີ່ ແລະ ກອບອັດຕາກຳລັງໃຫ້ຈະແຈ້ງ, ກະທັດຮັດ ແລະ ມີປະສິດທິພາບ, ການຄຸ້ມຄອງ ແລະ ສັບຊ້ອນພະນັກງານ ວາງແຜນກຳນົດພະນັກງານນຳພາ-ສືບທອດ, ຈັດວາງ-ແຕ່ງຕັ້ງ, ເລື່ອນຊັ້ນ, ແລະ ປະເມີນຜົນງານຢ່າງເປັນຮູບປະທຳ, ການກໍ່ສ້າງ ແລະ ຍົກລະດັບ: ບຳລຸງທິດສະດີການເມືອງ, ການບໍລິຫານ, ແລະ ວິຊາສະເພາະ ເພື່ອສ້າງພະນັກງານຮຸ່ນໃໝ່ໃຫ້ມີຄວາມສາມາດຮອບດ້ານ, ເບິ່ງແຍງລະບອບອຸດໜູນ ແລະ ຍ້ອງຍໍຢ່າງຍຸຕິທຳ ຄວບຄູ່ກັບການກວດກາ ແລະ ປະຕິບັດວິໄນຕໍ່ຜູ້ລະເມີດ, ການຍຶດຖືຫຼັກການນຳພາ: ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນກຸ່ມ-ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ໂດຍຖືວ່າຖ້າວຽກງານຈັດຕັ້ງດີ, ຈະເຮັດໃຫ້ພະນັກງານ ແລະ ການຈັດຕັ້ງໃນທຸກຂົງເຂດມີຄວາມເຂັ້ມ ເຊິ່ງຈະເປັນພື້ນຖານອັນແຂງແກ່ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາຄວາມສະຫງົບຂອງແຂວງບໍ່ແກ້ວໝັ້ນຄົງຕະຫຼອດໄປ.

ຂ່າວ: ສາຍສະໝອນ ແກ້ວວິສິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa