



ວັນທີ 21 ກັນຍາ 2026 ຢູ່ທີ່ໂຮງໝໍເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປະເມີນຜົນ ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ແລະ 5 ເປັນເຈົ້າ ປະຈຳປີ 2026 ຂອງ ໜ່ວຍຊາວໜຸ່ມ ແລະ ຮາກຖານກຳມະບານ ຂຶ້ນ, ໂດຍການປະທານຂອງ ສະຫາຍ ນາງ ອານຸສອນ ວົງທະຈິດ ຄະນະບໍລິຫານງານກຳມະບານ, ປະທານກຳມະບານຮາກຖານ ເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ມານິດສະລິນ ຈັນດີພິດ ອຳນວຍການໂຮງໝໍເມືອງ, ສະຫາຍ ນາງ ແສງເພັດ ຈັນສີແພງ ຄະນະບໍລິຫານງານສະຫະພັນແຂວງ, ປະທານສະຫະພັນກຳມະບານເມືອງ, ສະຫາຍ ນາງ ສາຄອນ ສອນພິທັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ,ໂດຍມີຄະນະໜ່ວຍຊາວໜຸ່ມ ແລະ ຄະນະຮາກຖານກຳມະບານ, ພ້ອມດ້ວຍສະມາຊິກພາຍໃນໜ່ວຍ, ຮາກຖານ ແລະ ຄະນະຮັບຜິດຊອບການປະເມີນຂັ້ນເມືອງເຂົ້າຮ່ວມ.
ກອງປະຊຸມບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບທັງສອງພາກ ໂດຍໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ເຊິ່ງຕະຫຼອດໄລຍະຜ່ານມາຄະນະຂອງພວກເຮົາໄດ້ເອົາໃຈໃສສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກກຳມະບານ-ຊາວໜຸ່ມ ທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ແລະ ເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດຂອງກໍາມະກອນ, ຊາວຜູ້ອອກແຮງງານ, ເອົາໃຈໃສ່ນໍາພາສະມາຊິກຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວວາງອອກ ຕິດພັນກັບການຈັດຕັ້ງປະຕິບັດຂະບວນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວ ເຊິ່ງເຮັດໃຫ້ວຽກງານແຕ່ລະດ້ານໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ກຳມະບານຮາກຖານໂຮງໝໍເມືອງປາກທາມີສະມາຊິກທັງໝົດ 18 ສະຫາຍ ຍິງ 14 ສະຫາຍ, ໃນນີ້ເປັນສະມາຊິກຊາວໜຸ່ມ 14 ສະຫາຍ, ຊາຍ 2 ສະຫາຍ. ຈາກນັ້ນ, ຄະນະຮັບຜິດຊອບກໍ່ໄດ້ຜ່ານມາດຖານເງື່ອນໄຂໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນຈົ້າ ແລະ ຂໍ້ແຂ່ງຂັນ 4 ບຸກ ໃນການປະເມີນເພື່ອໃຫ້ ສະມາຊິກແຕ່ລະສະຫາຍໄດ້ຜ່ານໃບປະເມີນຂອງຕົນຕາມເນື້ອໃນຂໍ້ແຂ່ງຂັນ ເພື່ອໃຫ້ໝູ່ຄະນະ ຕໍານິ-ຕິຊົມ,ສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ທັງເປັນການປະເມີນຄືນຜົນງານໃນການຈັດຕັ້ງປະຕິບັດໃນແຕ່ລະດ້ານຜ່ານມາ ເພື່ອຊອກໃຫ້ເຫັນດ້ານດີ, ຈຸດອ່ອນຂໍ້ຄົງຄ້າງ ແລະວິທີປັບປຸງແກ້ໄຂໃນຕໍ່ໜ້າ ຢ່າງມີເນື້ອໃນ ແລະ ເປັນຂະບວນການຟົດຟື້ນ ເຮັດໃຫ້ກໍາມະບານຮາກຖານ, ໜ່ວຍຊາວໜຸ່ມ ຕະຫຼອດຮອດສະມາຊິກທຸກສະຫາຍມີການປັບປຸງປ່ຽນແປງຕົວເອງໃຫ້ດີຂື້ນເທືອລະກ້າວ.
ພາບ-ຂໍ້ມູນ: ນາລີ ໂຮງໝໍເມືອງປາກທາລາຍງານ
ຂ່າວ: ວັນະເດດ ຄອມ