ຫ້ອງການຍຸຕິທຳເມືອງ ຜາອຸດົມ ລົງເຄືອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍ .

ຕອນເຊົ້າວັນທີ 17 ກັນຍາ 2026 ນີ້ ທ່ານ  ຄໍາປິວ ປານຄໍາ  ຫົວໜ້າຫ້ອງການ ຍຸຕິທໍາເມືອງ ພ້ອມດ້ວຍທີມງານລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຢູ່ໂຮງຮຽນ ມ ສ ປຸ່ງລາດ ເມືອງ  ຜາອຸດົມ ແຂວງ  ບໍ່ແກ້ວ.

ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາປິວ ປານຄໍາ ຫົວໜ້າຫ້ອງການ ຍຸຕິທໍາເມືອງ ແລະ ທ່ານ ກັນທອນ ອານຸກອງ ຮອງອໍານວຍການໂຮງຮຽນ ມສ ປຸ່ງລາດ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮວ່ມທັງໝົດ 247 ຄົນ, ຍິງ 108 ຄົນ.

ການເຄື່ອນໄຫວໃນຄັ້ງນີ້ໄດ້ນໍາເອົາ ລັດຖະທໍາມະນູນ, ກົດໝາຍ ວ່າດ້ວຍ ຢາເສບຕິິດ, ກົດໝາຍ ວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກລົງໄປເຜີຍແຜ່ເພື່ອໃຫ້ ຄູ-ອາຈານ ແລະ ນ້ອງນັກຮຽນໄດ້ຮັບຮູ້ , ເຂົ້າໃຈ ແລະ ມີຄວາມຮູ້ດ້ານ ກົດໝາຍໃຫ້ຫຼາຍຂື້ນ ອັນເປັນການປະກອບສ່ວນດ້ານຄວາມຮູ້ອັນຖືກຕ້ອງ, ຄົບຖ້ວນ, ຈະແຈ້ງ, ຊັດເຈນ ແລະ ເພື່ອເປັນບ່ອນອິງໃນການນໍາເອົາຄວາມຮູ້ດັ່ງກ່າວເຂົ້າໃນຕຳລາສິດສອນຂອງ ຄູ-ອາຈານຕິດພັນກັບການດໍາລົງຊີວິດປະຈໍາວັນ, ຫຼີກລ້ຽງການດໍາລົງຊີວິດທີຂັດກັບລັດຖະທຳມະນູນ, ກົດໝາຍ ແລະ ກົດລະບຽບຕ່າງໆ ທີ່ພັກ-ລັດ ໄດ້ວາງອອກໃນແຕ່ລະໄລ່ຍະເປັນການປຸກຈິດສຳນຶກໃຫ້ແກ່ຄົນຮຸ່ນໃໝ່ ແລະ ເປັນແບຢ່າງໃນການເຄົາລົບ ແລະ ປະຕິບັດກົດໝາຍ, ເພື່ອສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດ

ໝາຍເທື່ອລະກ້າວ.

ນອກນັ້ນ ທີມງານກໍ່ໄດ້ຍົກບັນຫາຂື້ນເພື່ອແລກປ່ຽນກັບ ຄູ-ອາຈານ ແລະ ການ ຖາມ-ຕອບ ນ້ອງນັກຮຽນ ເປັນການສົນທະນາແລກປ່ຽນບົດຮຽນ ກັບທີມງານຂອງຫ້ອງການ ຍຸຕິທຳ ທີ່ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ຄັ້ງນີ້ ໄດ້ອະທິບາຍ, ຊີ້ແຈງ ແລະ ໃຫ້ຄໍາເຫັນທາງດ້ານກົດໝາຍໃຫ້ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າໃຈຕໍ່ກົດໝາຍຢ່າງເລີກເຊີງ. ຊຶ່ງໄດ້ສະແດງອອກ ໃນການຕອບຄຳຖາມຂອງນ້ອງນັກຮຽນຢ່າງຝົດຟື້ນ.

ຕອນທ້າຍ ທ່ານ ວາຢູ ທໍ່  ຮອງຫົວໜ້າຫ້ອງການ ຍຸຕິທໍາເມືອງ ໄດ້ມອບຂອງຂັວນລາງວັນໃຫ້ແກ່ນ້ອງນັກຮຽນທີມີສ່ວນຮ່ວມໃນການ ຖາມ-ຕອບ ຄວາມຮູ້ທາງດ້ານກົດໝາຍໃນຄັ້ງນີ້ດ້ວຍ.

ພາບ-ຂາວ:  ນາງ ພອນ ຈະເລີນຜົນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa