ຄະນະຮັບຜິດຊອບວຽກງານການສຶກສາຂັ້ນເມືອງ ລົງຊຸກຍູ້ປຸກລະດົມນ້ອງນັກຮຽນມາເຂົ້າໂຮງຮຽນ ຢູ່ບ້ານຜາດໍາ ແລະ ບ້ານຈອມແຈ້ງ ຕາແສງຜາດໍາ ເມືອງເມິງ.

ວັນທີ 16 ກັນຍາ 2026 ຜ່ານມານີ້ ຄະນະຮັບຜິດຊອບວຽກງານການສຶກສາຂັ້ນເມືອງ ລົງຊຸກຍູ້ປຸກລະດົມນ້ອງນັກຮຽນມາເຂົ້າໂຮງຮຽນ ຕາມເກນອາຍຸ ຢູ່ບ້ານຜາດໍາ ແລະ ບ້ານ ຈອມແຈ້ງ ຕາແສງຜາດໍາ ເມືອງເມິງ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມ ຂອງທ່ານ ສົມບັດ ຄັດຕິຍະວົງ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາສັງຄົມ ມີບັນດາທ່ານ ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຜູ້ປະສານງານໂຄງການອາຫານໂລກ, ຄະນະທີມງານຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະກໍາມະການປົກຄອງຕາແສງຜາດໍາ, ອົງການປົກຄອງບ້ານ, ອົງການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມບ້ານ, ຄູ-ອາຈານ ແລະ ຜູ້ປົກຄອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ຄໍາເສິກ ສີທອງໄຊ ຮອງຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງ ຍັງໃຫ້ຮູ້ວ່າ: ການລົງມາເຄື່ອນໄຫວ ແລະ ເຮັດວຽກງານໃນຄັ້ງນີ້ ເພຶ່ອຊຸກຍູ້ປຸກລະດົມນ້ອງນັກຮຽນມາເຂົ້າໂຮງຮຽນຕາມເກນອາຍຸ, ການປະກອບສ່ວນອາຫານທ່ຽງ ແລະ ການແຕ່ງກິນໃຫ້ນ້ອງນັກຮຽນ ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນ ເພຶ່ອຊອກຫາຊອງທາງ ປຸກລະດົມນ້ອງນັກໄປເຂົ້າໂຮງຮຽນໃຫ້ຄົບຕາມເກນອາຍຸ ເພຶ່ອເຮັດໃຫ້ການຈັດຕັ້ງປະຕິບັດການຮຽນ-ການສອນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກ່ວາເກົ່າ ທັງນີ້ກໍ່ເພຶ່ອເຮັດໃຫ້ພໍ່ແມ່ຜູ້ປົກຄອງ ຂອງນ້ອງນັກຮຽນໄດ້ຮັບຮູ້ເຂົ້າໃຈ ຢ່າງເລິກເຊິ່ງ ໃນການສົ່ງລູກຫຼານຂອງຕົນມາເຂົ້າໂຮງຮຽນໃຫ້ຄົບຖ້ວນຕາມເກນອາຍູ ທີ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍການສຶກສາ ແລະ ຕາມລະບຽບການຕ່າງໆ ໃຫ້ເຂັ້ມງວດ ເພຶ່ອອາຄົດທີ່ດີຂອງລູກຫຼານໃນຕໍ່ໜ້າ ເຮັດເຂົາເຈົ້າມີຄວາມຮູ້ຄວາມສາມາດ, ມີຫົວຄິດປະດິດສ້າງ ແລະ ເປັນຜູ້ສຶບທອດພາລະກິດຂອງຊາດໃນອານາຄົດ.

ໃນໂອກາດນີ້ ທ່ານ ສົມບັດ ຄັດຕິຍະວົງ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄໍາຄິດຄໍາເຫັນໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້ ທ່ານ ຍັງໄດ້ຮຽກຮ້ອງມາຍັງຄະນະກໍາມະການປົກຄອງຕາແສງ, ອົງການປົກຄອງບ້ານ, ອົງການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມບ້ານ ແລະ ພໍ່ແມ່ຜູ້ປົກຄອງເດັກ ຈົ່ງເປັນເຈົ້າການໃນຊຸກຍູ້ສົ່ງເສີມໃຫ້ເດັກທີມີອາຍຸແຕ່ 3-5 ປີຂຶ້ນໄປ ໃຫ້ໄປເຂົ້າໂຮງຮຽນ ໂດຍປະຕິບັດຕາມກົດໝາຍວ່າດ້ວຍການສຶກສາ ແລະ ລະບຽບການຕ່າງໆ ທີ່ໄດ້ວາງອອກໃຫ້ເຂັ້ມງວດ, ຖ້າຄອບຄົວໃດປອຍປະລະເລີຍ ບໍ່ປະຕິບັດຕາມລະບຽບກົດໝາຍ ແມ່ນໄດ້ສຶກສາອົບຮົມພາຍໃນຄອບຄົວນັ້ນ ໂດຍໃຫ້ພາກສວນທີ່ກ່ຽວຂ້ອງພາຍໃນບ້ານຮັບຜິດຊອບໃນການສຶກສາອົບຮົມ ໃຫ້ທັນກັບສະພາບການຕ່າງໆ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານແມ່ນຈະໄດ້ເປັນເຈົ້າາການຊ່ວຍກັນປົກປັກຮັກສາສະຖານທີໂຮງຮຽນ, ອຸປະກອນການຮຽນ-ການສອນ ແລະ ອານາໄມສະພາບແວດລ້ອມພາຍໃນໂຮງຮຽນໃຫ້ສະອາດຕື່ມອີ່ກ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa